Home ຂ່າວໜ້າໜຶ່ງ ບໍລິສັດທາງລົດໄຟລາວ-ຈີນ ຈັດກິດຈະກຳໃຫ້ຜູ້ໂດຍສານຜູ້ໂຊກດີໄດ້ຂີ່ລົດໄຟ ບໍ່ໄດ້ເສຍເງິນ ເພື່ອສະເຫຼີມສະຫຼອງການເປີດບໍລິການທາງລົດໄຟລາວ-ຈີນ ຄົບຮອບ 1 ປີ!

ບໍລິສັດທາງລົດໄຟລາວ-ຈີນ ຈັດກິດຈະກຳໃຫ້ຜູ້ໂດຍສານຜູ້ໂຊກດີໄດ້ຂີ່ລົດໄຟ ບໍ່ໄດ້ເສຍເງິນ ເພື່ອສະເຫຼີມສະຫຼອງການເປີດບໍລິການທາງລົດໄຟລາວ-ຈີນ ຄົບຮອບ 1 ປີ!

0

ເນື່ອງໃນໂອກາດສະເຫຼີມສະຫຼອງທາງລົດໄຟລາວ-ຈີນຄົບຮອບ 1 ປິໃນວັນທີ 3 ທັນວາ 2022 ທີ່ໃກ້ຈະໝູນວຽນມາເຖິງ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງຈັດກິດຈະກຳໃຫ້ຜູ້ໂດຍສານຜູ້ໂຊກດີໄດ້ຂີ່ລົດໄຟ ໂດຍບໍ່ໄດ້ເສຍເງິນ, ກິດຈະກຳຈະເລີ່ມໃນລະຫວ່າງວັນທີ 28 ພະຈິກ- 2 ທັນວາ 2022 ເປັນເວລາ 5 ມື້, ພຽງແຕ່ທ່ານເດີນທາງກັບທາງລົດໄຟລາວ-ຈີນ ຕັ້ງແຕ່ວັນທີ 28/11/2022-2/12/12 ທ່ານກໍມີສິດຈະໄດ້ເປັນຜູ້ໂຊກດີໄດ້ຮັບປີ້ລົດໄຟເດີນທາງໃນຖ້ຽວນັ້ນ ໂດຍບໍ່ໄດ້ເສຍເງິນ ທັນທີ, ໂດຍພະນັກງານຈຸລົດໄຟຈະເລືອກເອົາຜູ້ໂດຍສານທີ່ໂຊກດີໂດຍການເຊື່ອງພວງກຸນແຈນ້ອຍໆຢູ່ຕັ່ງນັ່ງຂອງທ່ານ ຫາກທ່ານພົບພວງກຸນແຈດັ່ງກ່າວທ່ານກໍຈະເປັນຜູ້ໂຊກດີໄດ້ຮັບປີ້ລົດໄຟເດີນທາງໃນຖ້ຽວນັ້ນ ໂດຍບໍ່ໄດ້ເສຍເງິນ.

ລາຍລະອຽດຄືດັ່ງນີ້:

– ວັນຈັນທີ 28/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C84/3;

– ວັນອັງຄານທີ 29/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟທຳມະດາ ຖ້ຽວ K12/11;

– ວັນພຸດທີ 30/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C84/3 ;

– ວັນພະຫັດທີ 1/12/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C82/1;

– ວັນສຸກທີ 2/12/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C92/1 ;

ຂໍໃຫ້ທ່ານເປັນຜູ້ໂຊກດີໄດ້ຮັບລາງວັນຂອງພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version