Home ຂ່າວໜ້າໜຶ່ງ ໄຫຫີນ ແຂວງຊຽງຂວາງ ຖືກຮັບຮອງເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປລາວ

ໄຫຫີນ ແຂວງຊຽງຂວາງ ຖືກຮັບຮອງເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປລາວ

0

ວັນທີ 29 ພະຈິກ 2022 ອຳນາດການປົກຄອງແຂວງຊຽງຂວາງ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີສະເຫຼີມສະຫຼອງໃບຢັ້ງຢືນມໍລະດົກໂລກໄຫຫີນ ຈັດຂື້ນສະຖານທີ່ທ່ອງທ່ຽວທົ່ງ​ໄຫ​ຫີນ 1 ບ້ານໄຫຫີນ​ ເມືອງແປກ, ແຂວງຊຽງຂວາງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສາສະດາຈານ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ, ຜູ້ຕາງຫນ້າຈາກອົງການອຸຍແນສໂກ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ ແລະ ມວນຊົນຊາວແຂວງຊຽງຂວາງ ເຂົ້າຮ່ວມເປັນຈໍານວນຫລາຍ.

ພິທີເລີ່ມຕົ້ນດ້ວຍຂະບວນແຫ່ໃບຍັ້ງຢືນ ຈາກຫ້ອງການມໍລະດົກໂລກໄຫຫີນຊຽງຂວາງ ອ້ອມຕົວເມືອງໂພນສະຫວັນ, ປະກອບມີ ຂະບວນຟ້ອນ ຈາກ 6 ຊົນເຜົ່າ, ຂະບວນເປົ່າແຄນ-ຂັບລຳ, ມີຂະບວນຕີກອງຄູ່ໃນລົດແຫ່, ມີການຟ້ອນເທິງລົດແຫ່, ໂດຍມີຄົນຢືນລຽນແຖວຕ້ອນຮັບສອງຝາກທາງ, ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຊົມການສະແດງສິລະປະຕື່ມອີກ ໂດຍມີນັກຮຽນ-ນັກສຶກພ້ອມດ້ວຍມວນຊົນຊາວແຂວງຊຽງຂວາງ ຢືນ​ລຽນ​ແຖວ​ຕ້ອນ​ຮັບຕາມ​ສອງ​ຟາກ​ທາງດ້ວຍບັນຍາກາດຟົດຟື້ນ.

ຫຼັງຈາກນັ້ນ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ​​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງທ່ຽວ ໄດ້ມີຄໍາເຫັນກ່າວມອບໃບຢັ້ງຢືນໄຫຫີນເປັນມໍລະດົກໂລກ ໃຫ້ແກ່ຄະນະນໍາອົງການປົກຄອງແຂວງຊຽງຂວາງ ຊຶ່ງບາງຕອນທ່ານກ່າວວ່າ: ແຫຼ່ງ​ມໍ​ລະ​ດົກໂລກທົ່ງໄຫຫີນທັງ​ 11 ແຫຼ່ງ ໂດຍກວ​ມ​ເອົາ​ເນື້ອ​ທີ່​ຂະ​ໜາດ​ໃຫຍ່ ທີ່ນອນຢູ່ໃນ 4 ເມືອງຂອງແຂວງຊຽງຂວາງ. ມາປັດຈຸບັນນີ້ຄວາມພະຍາຍາມກໍໄດ້ກາຍເປັນຄວາມຈິງສົມດັ່ງຄວາມຫວັງຕັ້ງໃຈ ແລະ ການຄອງຄອຍ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ປະຊາຊົນຊາວຊຽງຂວາງ ແມ່ນສຸດແສນມີຄວາມປິຕິຊົມຊື່ນຍິນດີເປັນຢ່າງຍິ່ງ. ​​ແມ່ນກຽດ​ສັກ​ສີ​​ອັນ​ສູງ​ສົ່ງຂອງ​ຊາດ ຢູ່​ໃນ​ເວທີ​ລະດັບໂລກ. ​ເຮັດ​ໃຫ້​ຊື່​ສຽງ ​ແລະ​ ພາບ​ພົດ​ຂອງ​ປະ​ເທດ​ຊາດ​ຖືກໂຄສະນາ​ເຜີຍ​ແຜ່​​ໂດ່​ງດັງໄປ​ທົ່ວ​ໂລກ ​ເຮັດ​ໃຫ້​ຊາວ​ໂລກ​ສົນ​ໃຈ​ຢາກ​ມາ​ທ່ຽວ​ຊົມປະ​ເທດ​ລາວນັບ​ມື້​​ເພີ່ມ​ຂຶ້ນ.

ທັງໝົດທັງມວນນັ້ນ​ກໍ​ແມ່ນ ​ເພື່ອ​ຍົກໃຫ້​ທົ່ວ​ສັງຄົມ​ເຫັນ​ໄດ້ຄຸນຄ່າ​ອັນ​ແທ້​ຈິງ​ຂອງ​ມໍຣະດົກ ​ແລະ ​ຜົນ​ໄດ້ຈາກການ​ນຳ​ໃຊ້​ຄຸນຄ່າ​ຂອງ​ມໍຣະດົກ​ດັ່ງກ່າວ​ໃນ​ການປະກອບສ່ວນ​ແກ້​ໄຂບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ, ຊຶ່ງ​ມັນ​ກໍ​ແມ່ນ​ເປົ້າ​ໝາຍຂອງ​ນະ​ໂຍບາຍ​ ຂອງ​ພັກ ​ແລະ​ ລັດຖະບານ. ແນວໃດກໍຕາມ ບັນດາ​ໝາກຜົນ​ທີ່​ພວກ​ເຮົາ​ໄດ້ຮັບໃນມື້ນີ້​ເປັນ​ພຽງ​ຜົນງານ ​ແລະ ​ຜົນສຳ​ເລັດ​ເບື້ອງ​ຕົ້ນ ຊຶ່ງ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເດັດດ່ຽວ​ພ້ອມ​ກັນ​ປົກ​ປັກຮັກສາ​ໄວ້​ໃຫ້​ຍືນ​ຍົງ​ຕະຫຼອດ​ໄປ, ໂດຍຈະຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕື່ມ​ບາງບັນຫາ​ດັ່ງ​ນີ້: ​ຕ້ອງ​ໄດ້​​ເພີ່ມ​ທະວີ​ຄວາມ​ປະສົມກົມກຽວ ໃນການປະສານງານຢ່າງໃກ້ຊິດສະໜິດແໜ້ນລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ.

ຈາກນັ້ນ, ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມອບໃບຢັ້ງຢືນໄຫຫີນເປັນມໍລະດົກໂລກໃຫ້ແກ່ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມທັງໄດ້ມີຄໍາເຫັນກ່າວຮັບໃບຢັ້ງຢື້ນດັ່ງກ່າວ ວ່າ:  ທົ່ງ​ໄຫ​ຫີນ ເປັ​ນ​ເອ​ກະ​ລັກ​ທີ່​ເປັນ​ມິ່ງ​ຂວັນ​ຊາວ​ເມືອງ​ພວນ ທີ່​ຍືນ​ຍົງ​ຄົງ​ຢູ່​ຄູ່​ແຜ່ນ​ດິນ​ຊຽງ​​ຂວາງ​ນັບ​ເປັນ​ເວ​ລາ​ພັນໆ​ປີມາ​ແລ້ວ. ຕະ​ຫຼອ​ດ​ໄລ​ຍະ​ເວ​ລາ 20 ກວ່າ​ປີ ທີ່​ລັດ​ຖະ​ບານ ແຫ່ງ ສ​ປ​ປ​ລາວ ແລະ ອົງ​ການ​ອຸຍ​ແນັດ​ສະ​ໂກ​ ໄດ້​ຮ່ວມ​ມື​ກັນ​ໃນ​ການ​ດຳ​ເນີນ​ການ​ສຶກ​ສາ, ຄົ້ນ​ຄວ້າ ແລະ ວາງ​ແຜນ​ ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ດັ່ງ​ກ່າວ ຈົນ​ມາ​ເຖິງວັນ​ທີ 10 ກໍ​ລະ​ກົດ 2019 ໄຫ​ຫີນ​ແຂວງ​ຊຽງ​ຂວາງ ໄດ້​ຖືກ​ຮັບ​ຮອງ​ໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ແຫ່ງ​ທີ 3 ຂອງ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ. ເຊິ່ງ​ໄດ້​ເປັນ​ກຽດ​ສັກ​ສີ​ອັນ​ສູງ​ສົ່ງ​ຂອງ​ຊາດ​ລາວ ຢູ່​ໃນ​ເວ​ທີ​ສາ​ກົນ ແລະ ພາກພື້ນ, ໄດ້​ເຮັດ​ໃຫ້​ຊື່​ສຽງ​ຂອງ​ປະ​ເທດ​ລາວ​ໂດ່ງ​ດັງ​ໄປ​ທົ່ວ​ໂລກ ເຮັດ​ໃຫ້​ຊາວ​ໂລກ​ສົນ​ໃຈ​ຢາກ​ມາ​ທ່ອງ​ທ່ຽວ ສ​ປ​ປ​ລາວ​ ເພີ່ມ​ຂຶ້ນ.

     ຈາກນັ້ນ, ທ່ານ ສາສະດາຈານ ປອ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ພິທີຮັບໃບຢັ້ງຢືນໄຫຫີນແຂວງຊຽງຂວາງເຂົ້າເປັນມໍລະດົກໂລກຢ່າງເປັນທາງການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version