Home Uncategorized ອັດຕະປື ເປີດໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດເລກທີ 18Aໄລຍະ 2

ອັດຕະປື ເປີດໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ທາງຫລວງແຫ່ງຊາດເລກທີ 18Aໄລຍະ 2

0

ວັນທີ 26 ພະຈິກ 2022 ນີ້, ແຂວງ ອັດຕະປື ໄດ້ມີພິທີເປີດໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ, ທາງຫລວງແຫ່ງຊາດທາງເລກທີ 18A ໄລຍະ 2 ແຕ່ຂົວຫ້ວຍອຸກ ຫາ ເທດສະບານແຂວງ ອັດຕະປື. ພິທີໄດ້ຈັດຂຶ້ນທີ່ບ້ານເວີນແຄນ ເມືອງສາມັກຄີໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ ອັດຕະປື, ມີບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວຫນ້າພະແນກ ຍທຂ ແຂວງ, ຜູ້ອໍານວຍການ,ຮອງອໍນວຍການ ແລະ ຜູ້ຕາງຫນ້າບໍລິສັດພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຂັນທະວີ ກິ່ນຫອມສົມບັດ ຫົວຫນ້າໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ,ເສັ້ນທາງຫລວງແຫ່ງຊາດເລກທີ18A ໄລຍະ 2 ຊ່ວງທາງຫ້ວຍອຸກ ເມືອງສະຫນາມໄຊ ຫາ ເທດສະບານເມືອງ ສາມັກຄີໄຊ ແຂວງ ແຂວງ ອັດຕະປື ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໂຄງການໂດຍຫຍໍ້.ເຊິ່ງເປັນໂຄງການຫນຶ່ງທີ່ເອົາເຂົ້າແຜນລົງທຶນຂອງລັດປະຈໍາປີ 2022 ແລະເປັນໂຄງການທີ່ມີຄວາມຈໍາເປັນ,ສໍາຄັນຍິ່ງໃນການສັນຈອນລະຫວາງເທດສະບານແຂວງຫາເມືອງສະຫນາມໄຊໃຫ້ມີຄວາມສະດວກສະບາຍແລະຫລຸດຜ່ອນເວລາການເດີນທາງໄປມາ ທັງສ້າງເງື່ອນໄຂອັນດີໃນການພັດທະນາເສດຖະກິດ-ສັງຄົມ ແລະ ດຶງດູດການລົງທຶນທັງພາຍໃນແລະຕ່າງປະເທດເຂົ້າມາເບິ່ງທ່າແຮງໃນການພັດທະນາຕື່ມອີກ.

ຍ້ອນເຫັນໄດ້ຄວາມສໍາຄັນຄືແນວນັ້ນ,ພັກແລະລັດຖະບານກໍຄືອໍານາດການປົກຄອງແຂວງອັດຕະປືຈິ່ງເຫັນຄວາມຈໍາເປັນແລະເຫັນດີດໍາເນີນການກໍ່ສ້າງເສັ້ນທາງຫລວງແຫ່ງຊາດເລກທີ 18A ຊ່ວງແຕ່ຂົວຫ້ວຍອຸກ ຫາ ເທດສະບານແຂວງມີລວງຍາວທັງຫມົດ 23,023ກມ,

ຫນ້າກວ້າງ 9 ແມັດ, ປູຢາງ 2 ຊັ້ນກວ້າງ 7 ແມັດ ແລະ ບ່າທາງເບື້ອງລະ 1ແມັດ, ມີ 10 ສັນຍາບໍລິສັດຮັບເຫມົາກໍ່ສ້າງ.

ສໍາລັບແຫລງທຶນແມ່ນການລົງທຶນຂອງລັດ ແລະ ແຫລງທຶນອື່ນໆຂອງແຂວງໂດຍເລີ່ມລົງມືກໍ່ສ້າງແຕ່ວັນທີ 18 ຕຸລາ ປີ 2022 ຫາ ວັນທີ 18 ມັງກອນ ປີ 2024 (ລວມທັງຫມົດ 15ເດືອນສໍາເລັດ) ແລະ ໄດ້ນໍາໃຊ້ 100%,ລວມມູນຄ່າທັງຫມົດ 85.386.253.908 ກີບ.

#ຂ່າວ: ຊິບປະໄຊ

#ມີເດຍລາວ#ອັດຕະປື

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version