Home ຂ່າວພາຍໃນ ກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະຊາວໜຸ່ມໜ່ວຍຮາກຖານ ພະແນກສາທາລະນະສຸກແຂວງ ແລະ ຮັບຮອງເປັນໜ່ວຍ 4 ບຸກປະຈຳປີ 2022

ກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະຊາວໜຸ່ມໜ່ວຍຮາກຖານ ພະແນກສາທາລະນະສຸກແຂວງ ແລະ ຮັບຮອງເປັນໜ່ວຍ 4 ບຸກປະຈຳປີ 2022

0

ກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະຊາວໜຸ່ມໜ່ວຍຮາກຖານ ພະແນກສາທາລະນະສຸກແຂວງ ແລະ ຮັບຮອງເປັນໜ່ວຍ 4 ບຸກປະຈຳປີ 2022 ຈັດຂື້ນໃນຕອນເຊົ້າຂອງວັນທີ 25 ພະຈິກ 2022 ຢູ່ທີຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງສະຫາຍ ບົວວອນ ຄອນສະຫວັນ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມຮາກຖານ ພະແນກສາທາລະນະສຸກແຂວງ, , ມີສະຫາຍ ສົມດີ ເຕັງເບຼຍຈື ກຳມະການພັກແຂວງ ກໍາມະການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະຫາຍ ດຮ ລັດຕາ ວັນນະຈິດ ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ ຜູ້ອຳນວຍການໂຮງໝໍແຂວງອຸດົມໄຊ, ມີບັນດາແຂກເຊີນຈາກບັນດາພະແນກການອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ ຈຳນວນ 30 ສະຫາຍ, ຍິງ 20 ສະຫາຍ.

ກອງປະຊຸມໄດ້ຜ່ານບົດລາຍງານການເມືອງ ທີ່ສະເໜີໂດຍເລຂາຊາວໜຸ່ມໜ່ວຍຮາກຖານ ເນື້ອໃນບົດລາຍງານການເມືອງ ແມ່ນໄດ້ຕີລາຄາສູງ ຕໍ່ຜົນສຳເລັດວຽກງານທີ່ຍາດມາໄດ້ ຕະຫຼອດໄລຍະສະໄໝກອງປະຊຸມທີ່ຜ່ານມາ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ຂອງຕົນເຂົ້າໃນການຄົ້ນຄ້ວາປະກອບຄຳຄິດເຫັນ ຢ່າງກົງໄປກົງມາ ພ້ອມກັນນັ້ນກອງປະຊຸມໄດ້ມີຄວາມເປັນເອກະພາບຮັບຮອງເອົາທິດທາງແຜນການ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ເຊິ່ງເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຕາມຈຸດປະສົງ.

ໃນວາລະກອງປະຊຸມໄດ້ມອບໃບຍ້ອງຍໍໃຫ້ສະມາຊີກຊາວໜຸ່ມຜູ່ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານຊາວໜຸ່ມ ກໍ່ຄືການປະກອບສ່ວນສ້າງສາພັດທະນາຕະຫຼອດໄລຍະທີ່ຜ່ານມາຈໍານວນ 34 ສະຫາຍ, ຍີງ 22 ສະຫາຍ, ເປັນກຽດມອບໂດຍ ສະຫາຍ ດຮ ລັດຕາ ວັນນະຈິດ ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ ຜູ້ອຳນວຍການໂຮງໝໍ ແຂວງອຸດົມໄຊ, ພ້ອມທັງມອບໃບຢັ້ງຢືນຮັບຮອງເອົາ ຄະນະຊາວໜຸ່ມໜ່ວຍຮາກຖານ ພະແນກສາທາລະນະສຸກແຂວງເປັນໜ່ວຍ 4 ບຸກປະຈຳປີ 2022, ເປັນກຽດມອບໂດຍ ສະຫາຍ ສົມດີ ເຕັງເບຼຍຈື ກຳມະການພັກແຂວງ ກໍາມະການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ຈາກນັ້ນກອງປະຊຸມພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນ ປ່ອນບັດຄັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂ ທີ່ກໍານົດໄວ້.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ສົມດີ ເຕັງເບຼຍຈື ກຳມະການພັກແຂວງ ກໍາມະການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ເຊີ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານໄຊສະຊະ ທີ່ຄະນະໜ່ວຍຊາວໜຸ່ມ ຍາດມາໄດ້ໃນໄລຍະ 5 ປີຜ່ານມາ, ເຊິ່ງມັນສະແດງອອກຢູ່ໃນບົດລາຍງານການເມືອງ, ມີຫຼາຍວຽກງານທີ່ພົ້ນເດັ່ນ ແລະ ຍັງໄດ້ເນັ້ນໜັກຫຼາຍວຽກງານທີ່ຈະຕ້ອງໄດ້ປັບປຸງໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງຊາວໜຸ່ມ ມີຄວາມເຂັ້ມແຂງ ແລະ ເປັນທ່າແຮງໃຫ້ຄະນະພັກ ເປັນຕົ້ນແມ່ນການສຶກສາອົບຮົມແນວຄິດພາຍໃນໜ່ວຍ ໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ຕິດພັນກັບການເຮັດວຽກງານວິຊາສະເພາະຂອງພວກສະຫາຍ ຕ້ອງປະຕິບັດເຮັດສໍາເລັດຕາມການມອບໜາຍຂອງຄະນະພັກໃນແຕ່ລະໄລຍະ, ເອົາໃຈໃສ່ດໍາເນີນຊີວິດການເມືອງພາຍໃນໜ່ວຍ ເພື່ອປັບປຸງ ກໍ່ສ້າງເຊິ່ງ ກັນແລະກັນ ໃນໜ້າທີ່ວຽກງານໃຫ້ດີເທື່ອລະກ້າວ, ພ້ອມກັນປະຕິບັດຂໍ້ແຂ່ງ 4 ບຸກ ຂອງຊາວໜຸ່ມ, ຕ້ອງຮັບປະກັນໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງໃນແຕ່ລະປີ ເພື່ອຮັບປະກັນການປະເມີນໜ່ວຍ 4 ບຸກປີຕໍ່ໄປ.

#ອຸດົມໄຊ

#ຄະນະບໍລິຫານງານຊາວຫນຸ່ມແຂວງ

#ມີເດຍລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version