Home Uncategorized ພະແນກ ຖວທ ແຂວງຜົ້ງສາລີ ພ້ອມທິມງານລົງຊຸກຍູ້ວຽກງານຮອບດ້ານຢູ່ຫ້ອງການ

ພະແນກ ຖວທ ແຂວງຜົ້ງສາລີ ພ້ອມທິມງານລົງຊຸກຍູ້ວຽກງານຮອບດ້ານຢູ່ຫ້ອງການ

0

ໃນວັນທີ່ 23 ພະຈິກ 2022 ນີ້. ທາງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ

ຜົ້ງສາລີ, ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຫ້ອງການ ຖວທເມືອງໃໝ່, ເຊີງນຳໂດຍທ່ານ ບຸນຈັນ ເຈີເອີ ຫົວໜ້າ

ພະແນກຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວແຂວງ, ໃຫ້ກຽດຕອນຮັບຂອງທ່ານ ນ ຄຳຫຼ້າ ອິນທະວົງ, ຫົວໜ້າ

ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ມີທີມງານຂອງພະແນກຖວທແຂວງ ຕະຫຼອດຮອດພະນັກງານພາຍໃນຫ້ອງການ ຖວທ ເມືອງເຂົ້າຮ່ວມ.

ທ່ານ ນ ຄຳຫຼ້າ ອິນທະວົງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງເຊີ່ງທ່ານໃຫ້ຮູ້ວ່າ: ຕະຫຼອດໄລຍະ 1ປີທີ່ຜ່ານມາວຽກງານຖະແຫຼງຂ່າວໄດ້ເຄື່ອນໄຫວເກັບຂ່າວບັນດາສຳນັກ/ງານ, ອົງການ, ກົມກອງຫ້ອງການອ້ອມຂ້າງເມືອງ ແລະ ເຄື່ອນໄຫວເກັບກຳຂ່າວນຳການນຳເມືອງຢູ່ຮາກຖານທ້ອງຖີ່ນ. ລວມທັງໝົດໄດ້ 127 ຂ່າວ, ຂ່າວຈາກຮາກຖານທ້ອງຖີ່ນ 94 ຂ່າວ, ລົງຂ່າວມີເດຍລາວໄດ້ 129 ຂ່າວໃນນີ້ ບົດວຽກດີຄົນເດັ່ນ 4 ບົດ ປະຈຸບັນໃນທົ່ວເມືອງ ບ້ານທີມີໂທລະໂຄ່ງໝົດ 54 ບ້ານ, ຍັງບໍມີໂທລະໂຄ່ງ 25 ບ້ານ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງຂັ້ນເມືອງຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດມາລົງທືນປັບປຸງກໍ່ສ້າງແຫຼງທ່ອງ ສ້າງບ້ານວັດທະນະທຳ ໄດ້ 3 ບ້ານທ່ອງທ່ຽວເຊັ່ນ: ແຫຼງທ່ອງທ່ຽວທໍາມະຊາດ: ວັດທະນະທໍາຊົນເຜົ່າ ແລະ ປະຫວັດສາດ, ຄຸ້ມຄອງ ແລະ ສົ່ງເສີມສະຖານທີ່ບັນເທິງ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດຶ່ມ, ໃນນີ້ມີເຮືອນພັກ 5 ຫຼັງ, ຫ້ອງແຖວ 9 ຫຼັງ 50 ຫ້ອງ, ຮ້ານອາຫານ 5 ຮ້ານ ແລະ ຮ້ານກີນດື່ມ 5 ຮ້ານ.

ພ້ອມນີ້ຍັງໄດ້ວາງທິດທາງແຜນການໃນຕໍ່ໜ້າ,ຈາກນັ້ນທີມງານຂັ້ນແຂວງກໍ່ໄດ້ແນະນໍາ ແລະ ຊີ້ແຈ້ງວຽກງານຂອງແຕ່ລະໜ່ວຍງານໃນການຈັດຕັ້ງປະຕິບັດໃນໄລຍະທີຜ່ານມາເປັນຕົນແມ່ນວຽກງານຖະແຫຼງຂ່າວ, ຂື້ນທະບຽນພະພຸດທະຮູບວັດຖຸບູຮານ, ການສ້າງຄອບຄົວແລະບ້ານວັດທະນະທຳ, ພັດທະນາແຫຼ່ງທ່ອງທ່ຽວ ແລະ ວຽກງານການຄູ້ມຄອງເພື່ອສ້າງຄວາມເຂັ້ມແຂງໃຫ້ຫ້ອງການ. ນອກຈາກນີ້ໃນກອງປະຊູມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ, ແລກປ່ຽນຖອດຖອນບົດຮຽນດ້ານວິຊາການ ຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບ ຖືກຕ້ອງ ແລະ ໄປຕາມລວງດຽວກັນ.

ໃນຕອນທ້າຍທ່ານ ບຸນຈັນ ເຈີເອີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງໄດ້ມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ສະແດງຄວມຍ້ອງຍໍ້ຊົມເຊີຍຕໍ່ຜົນສຳເລັດໃນໄລຍະທີຜານພ້ອມທັງໄດ້ເໜັ້ນໃຫ້ພະນັກງານພາຍໃນຫ້ອງການເປັນເຈົ້າການໃນການປະຕິບັດວຽກງານວິຊາສະເພາະຕາມສິດ, ພາລະບົດບາດຂອງຕົນ, ເພີ່ມທະວີແບບແຜນວິທີ່ເຮັດວຽກ ແລະ ສຶບຕໍ່ສາ້ງຄວາມສາມັກຄີຮັກແພງພາຍໃນ, ພາຍນອກໃຫ້ຫັດແໜ້ນຫຼາຍຂື້ນກ່ວາເກົ່າ, ພ້ອມກັນນັ້ນຈັດຕັ້ງເຊື່ອມຊືມບັນດານິຕິກຳຕ່າງໆຂອງຂັ້ນເທີງ ໃຫ້ພະນັກງານ-ລັດຖະກອນ ໃຫ້ເລິກເຊີງ ແລະ ທົ່ວເຖີງ.

#ຂ່າວ ທ ວັນວິໄລ ປະສົມຊັບ ຫ້ອງ ຖວທ ເມືອງໃໝ່

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version