Home ຂ່າວໜ້າໜຶ່ງ ກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກ ຢູ່ ສປປ ລາວ

ກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກ ຢູ່ ສປປ ລາວ

0

ກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານສິດທິເດັກ ຢູ່ ສປປ ລາວ ໄດ້ຈັດຂື້ນໃນ ວັນທີ 18 ພະຈິກ 2022 ນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານ ສູນກາງສະຫະພັນແມ່ຍິງລາວ ຮອງປະທານ ຜູ້ປະຈຳການຄະນະກຳມາທິການແຫ່ງຊາດ ເພື່ອແມ່ ແລະ ເດັກ, ແລະ ທ່ານ ນາງ ເພຍ ເຣເບນໂຣ ບຣີໂຕ ຜູ້ຕາງໜ້າອົງການຢູນີເຊັບປະຈຳລາວ, ມີບັນດາຮອງເຈົ້າແຂວງ 18 ແຂວງ ປະທານຄະນະກຳມາທິການເພື່ອແມ່ແລະເດັກຂອງແຂວງ, ມີຜູ້ຕາງໜ້າຈາກພາກເອກະຊົນ, ອົງການບໍ່ສັງກັດລັດຖະບານ (NGO), ອົງການຈັດຕັ້ງທາງສັງຄົມ, ອົງການຢູນິເຊັບ ແລະ ເດັກ ເຂົ້າຮ່ວມ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ແລະ ປະທານຮ່ວມຂອງ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ກ່າວວ່າ:

“ ການຈັດຕັ້ງປະຕິບັດ ຄວາມໝາຍໝັ້ນໃນການພັດທະນາທ່າແຮງຂອງເດັກນ້ອຍລາວບັນດາເຜົ່່າຮອດປີ 2030 ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງໃຫ້ເດັກມີໂອກາດພັດທະນາ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງຕົນຢ່າງເຕັມສ່ວນ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງເດັກໃນມິຕິຕ່າງໆ ໃຫ້ຫຼຸດລົງ ໃນຂອບເຂດທົ່ວປະເທດ ”

ດຣ ນາງ. ເພຍ ແບັນໂລ ບຣິດໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ກ່າວວ່າ :

“ ຈາກປະສົບການຂອງພວກເຮົາໃນການຮັບມືກັບການແຜ່ລະບາດຂອງ COVID-19 ມາຮອດປະຈຸບັນນີ້, ສິ່ງໜຶ່ງທີ່ຈະແຈ້ງ ກໍ່ຄື ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງຍົກເອົາເດັກເປັນບູລິມະສິດ ໃນແຜນການຟື້ນຟູຈາກການແຜ່ລະບາດຂອງພະຍາດ ແລະ ການຮັບຟັງຈາກເດັກນ້ອຍໂດຍກົງຈະຊ່ວຍຮັບປະກັນວ່າ ແຜນການຂອງພວກເຮົາຈະຕອບສະໜອງກັບຄວາມຕ້ອງການຂອງພວກເຂົາ, ມັນມີຄວາມສໍາຄັນຫຼາຍກວ່າທີ່ເຄີຍເປັນມາ, ມັນແມ່ນເວລາທີ່ພວກເຮົາຕ້ອງມາທົບທວນເບິ່ງຄວາມຄືບໜ້າຂອງພວກເຮົາ, ເບິ່ງໄປຂ້າງໜ້າ ແລະ ຖາມຕົນເອງວ່າ ພວກເຮົາຈະແກ້ໄຂບັນຫາທີ່ສຳຄັນທີ່ສົ່ງຜົນກະທົບຕໍ່ເດັກນ້ອຍແນວໃດໃນສະພາບທີ່ຍັງມີການລະບາດຂອງພະຍາດ ໂຄວິດ-19. ຊຶ່ງນີ້ແມ່ນຈຸດປະສົງຫຼັກຂອງກອງປະຊຸມຂອງພວກເຮົາໃນມື້ນີ້ ”

ຫຼັງຈາກນັ້ນກອງປະຊຸມ ໄດ້ຮັບຟັງການນຳສະເໜີຜົນການຈັດຕັ້ງປະຕິບັດ ຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ໃນທົ່ວປະເທດ ເພື່ອຫຼຸດຜ່ອນຄວາມທຸກຍາກຂອງເດັກປະຈຳປີ 2021-2022 ແລະ ແຜນການປີ 2023.

ໃນກອງປະຊຸມ ບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ເຫັນດີເປັນເອກະພາບກັນ ໃນການຍົກສູງເດັກນ້ອຍ ແລະ ໄວໜຸ່ມໃຫ້ເປັນບູລິມະສິດແຫ່ງຊາດໃນຄວາມພະຍາຍາມແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ເຫັນດີໃຫ້ເລັ່ງລັດໃສ່ການຫຼຸດຜ່ອນຄວາມທຸກຍາກຂອງເດັກນ້ອຍໃນທົ່ວ 18 ແຂວງ ໃນ ສປປ ລາວ ໂດຍການເພີ່ມການລົງທຶນໃສ່ບັນດາຂົງເຂດສຳຄັນ ເຊັ່ນ: ການສຶກສາ, ການປົກປ້ອງເດັກ, ສຸຂະພາບ, ໂພຊະນາການ, ສຸຂາພິບານ ແລະ ການປົກປ້ອງທາງສັງຄົມ ແລະ ອື່ນໆ.

ພາກສ່ວນກ່ຽວຂ້ອງ ຍັງໄດ້ປຶກສາຫາລືກັນຕື່ມອີກ ກ່ຽວກັບ ຄໍາໝັ້ນສັນຍາສະເພາະ ແລະ ແຜນກິດຈະກໍາ ເພື່ອຊ່ວຍແກ້ໄຂບັນຫາທີ່ກ່ຽວຂ້ອງກັບເດັກໃນປີຕໍ່ໄປ ໃນຂະນະທີ່ເດັກນ້ອຍຍັງໄດ້ມີໂອກາດປະກອບຄໍາຄິດເຫັນ ແລະ ສະແດງຂໍ້ສະເໜີຂອງເຂົາເຈົ້າ ເພື່ອຮັບປະກັນວ່າແຜນງານເຫຼົ່ານີ້ ຈະສະທ້ອນເຖິງຄວາມຕ້ອງການຂອງເຂົາເຈົ້າ ຢ່າງແທ້ຈິງ.

ພາບ ແລະ ຂ່າວ : ພູເງິນ ບົວທອງ

#ວສລ#laonationalradio

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version