Home ຂ່າວຕ່າງປະເທດ ໄທ ເປີດກອງປະຊຸມເອເປັກຢ່າງເປັນທາງການ

ໄທ ເປີດກອງປະຊຸມເອເປັກຢ່າງເປັນທາງການ

0

ຕາມ​ຂ່າວ​ຈາກ news.ch7,ທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງ ປ້ອງກັນ ປະເທດ​ໄທ ໄດ້ເປັນປະທານ ​ເປີດ ກອງ​ປະຊຸມ ​ເອ​ເປັກ(APEC) ຢ່າງ​ເປັນ​ທາງ​ການ ​ໃນວັນ​ທີ 18 ພະຈິກ​ນີ້ ຢູ່​ສູນ​ກອງ​ປະຊຸມ ​ແຫ່ງ​ຊາດ ​ສິລິ​ກິດ,​​ໂດຍ​ມີ​ ການ​ນຳ​ ຈາກ​ຫລາຍ​ປະ​ເທດ ​ເຂົ້າຮ່ວມ ​ເພື່ອ​ພິ​ຈາ​ລະ​ນາ​ ວາ​ລະ ​ທີ່​ໄດ້​ຮັບ ​ການ​ສະ​ຫລຸບ​ຈາກ ​ເວ​ທີ​ປາ​ໄສ​ ລັດ​ຖະ​ມົນ​ຕີ APEC ໃນ 3 ຂົງ​ເຂດ​ຫລັກ​ຄື: ​ເປີດ​ໂອກາດ ທາງ​ການ​ຄ້າ ແລະ ການ​ລົງ​ທຶນ​; ດ້ວຍການສືບຕໍ່ ກ່ຽວ​ກັບ​ ເຂດ​ການ​ຄ້າ ​ເສລີ ​ອາຊີ-ປາຊີ​ຟິກ (FTAAP) ​ຫລັງ​ຈາກ ​ໂຄ​ວິດ-19​ ເພື່ອ​ຊຸກຍູ້ ​ຄວາມ​ສາມາດ​ ດ້ານ​ເສດຖະກິດ. ກ່ຽວ​ກັບ ​ບັນຫາ​ ການ​ຄ້າ ​ແລະ ການ​ລົງທຶນ​ໃໝ່ ​ແລະ ຮັດ​ແຄບ ​ຊ່ອງ​ວ່າງ ​ການ​ພັດທະນາ​ ລະຫວ່າງກັນ, ຊຸກຍູ້​ ການ​ເຊື່ອມ​ຕໍ່ ທີ່ເຮັດວຽກ ຮ່ວມກັບ ຄະນະ​ເຮັດ​ວຽກ ສະເພາະກິດ ​ເພື່ອ​ການ​ເດີນທາງ ​ທີ່​ປອດ​ໄພ ສ້າງກົນໄກ ການອໍານວຍ ຄວາມ ສະດວກ ການ​ເດີນ​ທາງ​ ຂ້າມ​ຊາຍ​ແດນ​ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ ທີ່​ສົມ​ດູນ ​ແລະ ຍືນ​ຍົງ ​ໂດຍໄທ​ ໄດ້​ຊຸກຍູ້​ ການ​ກະກຽມ ​ເປົ້າ​ໝາຍ​ ບາງກອກ ວ່າ​ດ້ວຍ ​ເສດ​ຖະ​ກິດ ​ຊີ​ວະ​ພາບ​ ເສດຖະກິດ ໝູນວຽນ ແລະ ເສດຖະກິດ ສີຂຽວ (BCG) ເພື່ອສ້າງ ເສດຖະກິດ ແບບຍືນຍົງ ໃນພາກພື້ນ ອາຊີ-ປາຊີຟິກ.

(ບັນນາທິການຂ່າວ: ຕ່າງປະ ເທດ) ຮຽບຮຽງຂ່າວ ໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version