Home ສາລະໜ້າຮູ້ ຍົກສູງຄຸນນະພາບວຽກງານແນວຄິດສ້າງໃຫ້ພະນັກງານ-ນັກຮົບ ມີຈິດໃຈປະຕິວັດທີ່ແໜ້ນແກ່ນ

ຍົກສູງຄຸນນະພາບວຽກງານແນວຄິດສ້າງໃຫ້ພະນັກງານ-ນັກຮົບ ມີຈິດໃຈປະຕິວັດທີ່ແໜ້ນແກ່ນ

0

ຕະຫຼອດໄລຍະພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຫຼາຍສິບປີມານີ້ ວຽກງານແນວຄິດຍັງຢຶດໝັ້ນ ແລະ ມີບົດບາດສຳຄັນໃນການປະຕິບັດບັນດາແນວທາງແຜນນະໂຍບາຍຂອງພັກ-ລັດໃຫ້ກາຍເປັນການກະທຳຕົວຈິງ. ຍ້ອນວ່າວຽກງານແນວຄິດແມ່ນການເຄື່ອນໄຫວນຳພາຂອງພັກຢືນຢູ່ແຖວໜ້າໃນພາລະກິດຂອງພັກ ແລະ ສອດຫ້ອຍໃນທຸກຂົງເຂດວຽກງານ. ສຳລັບກອງທັບວຽກງານແນວຄິດແມ່ນໜຶ່ງໃນສີ່ປັດໄຈເປັນກຳລັງແຮງສັງລວມໃນການຍົກສູງຄຸນນະພາບສູ້ຮົບ ເພາະວຽກງານແນວຄິດໄດ້ສ້າງໃຫ້ພະນັກງານ-ນັກຮົບມີຈິດໃຈປະຕິວັດແໜ້ນແກ່ນ, ມີອຸດົມການຖືກຕ້ອງ. ຍ້ອນຄວາມສຳຄັນຂອງວຽກງານການເມືອງ-ແນວຄິດເວລາໃດພວກສັດຕູ ແລະ ກຸ່ມຄົນບໍ່ດີໄດ້ຕັ້ງໜ້າພະຍາຍາມເຮັດທຸກສິ່ງທຸກຢ່າງເພື່ອມ້າງເພລະບົບແນວຄິດປະຕິວັດໂດຍສະເພາະຕໍ່ຖັນແຖວກອງທັບດ້ວຍຫຼາຍຮູບ, ຫຼາຍສີ, ເພື່ອຫັນແນວຄິດຂອງຖັນແຖວພະນັກງານ, ສະມາຊິກພັກໃນກອງທັບເຮົາພິກອອກຈາກອຸດົມການ ແລະ ແນວທາງນະໂຍບາຍຂອງພັກ. ໂດຍເຫັນແຈ້ງຕໍ່ຄວາມສຳຄັນ ແລະ ຈຳເປັນຂອງວຽກງານການເມືອງ-ແນວຄິດໃນຊຸມປີຜ່ານມາ ຈຶ່ງໄດ້ຖືວຽກງານນີ້ເປັນວຽກງານກົກທີ່ຕ້ອງໄດ້ເຮັດກ່ອນ ຂອງທຸກວຽກງານ, ເຮັດຢ່າງຕໍ່ເນື່ອງລຽນຕິດເປັນປະຈຳ, ເຮັດຢ່າງຕັ້ງໜ້າເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ, ຮັບປະກັນຄວາມຈົງຮັກພັກດີຂອງກອງທັບຕໍ່ພັກ ແລະ ອຸດົມການທີ່ພັກໄດ້ກຳນົດໄວ້.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມວຽກງານການ ເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນວັນທີ 17 ພະຈິກ ຜ່ານມາໃນຫົວຂໍ້: “ ການສຶກສາອົບຮົມການເມືອງ-ແນວຄິດໃນທົ່ວກອງທັບຊຸມປີຜ່ານມາ” ວ່າ: ໃນຊຸມປີຜ່ານມາສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍໃໝ່ເກີດຂຶ້ນ ອັນເນື່ອງມາຈາກຫຼາຍສາເຫດຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ທາງອ້ອມຕໍ່ກັບປະເທດເຮົາຢ່າງຫຼີກລ່ຽງບໍ່ໄດ້. ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຂອງພວກເຮົາໄດ້ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງປະຊາຊົນຕະຫຼອດຮອດຖັນແຖວພະນັກງານ-ນັກຮົບທົ່ວໄປ ບັນຫາຄ່າຄອງຊີບສູງ, ລາຄານ້ຳມັນແພງ, ເງິນກີບອ່ອນຄ່າລົງ, ບັນຫາໄພສັງຄົມຕ່າງໆສົມທົບກັບບັນຫາພວກອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ດີຕັ້ງໜ້າເຄື່ອນໄຫວທຳລາຍມ້າງເພການປະຕິວັດເຮົາໃນຫຼາຍດ້ານ ໂຄສະນາບິດເບືອນ, ຊວນເຊື່ອສ້າງຄວາມແຕກແຍກຫວັງມ້າງເພພວກເຮົາ, ຈາກສະພາບການດັ່ງກ່າວ, ຄະນະພັກກະຊວງປ້ອງກັນປະເທດໄດ້ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ-ນັກຮົບ ໃນທົ່ວກອງທັບຢ່າງເນື່ອງນິດລຽນຕິດດ້ວຍຫຼາຍຮູບການ ແລະ ວິທີການ ຊຶ່ງກ່ອນອື່ນແມ່ນອົບຮົມນ້ຳໃຈຮັກຊາດ ແລະ ພັດທະນາ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍມ້າງເພຂອງສັດຕູ, ອົບຮົມທາດແທ້ມູນເຊື້ອອັນດີງາມຂອງກອງທັບ, ນ້ຳໃຈເດັດດ່ຽວໜຽວແໜ້ນ ຜ່ານຜ່າອຸປະສັກຫຍຸ້ງຍາກສູ້ຮົບພິລະອາດຫານ, ດຸໝັ່ນຂະຫຍັນພຽນເພິ່ງຕົນເອງ, ປະຕິບັດລະບຽບວິໄນກອງທັບ, ກົດໝາຍຂອງລັດ, ຄວາມສາມັກຄີພາຍໃນ, ສາມັກຄີກອງທັບກັບປະຊາຊົນ ແລະ ສາມັກຄີສາກົນ.

ຜ່ານການອົບຮົມໃນແຕ່ລະໄລຍະມັນໄດ້ສະແດງອອກດ້ານແນວຄິດ ແລະ ການກະທຳຕົວຈິງຊຶ່ງສາມາດຕີລາຄາໄດ້ວ່າ: ເວລາໃດພະນັກງານ-ນັກຮົບລ້ວນແຕ່ມີຄວາມບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢູ່ສະເໝີ, ເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດຕະຫຼອດໄລຍະຫຼາຍສິບປີທີ່ຜ່ານມາ, ມີນ້ຳໃຈອົດທານໜຽວແໜ້ນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກສູ້ຮົບອາດຫານ ຫຼາຍກົມກອງກຳລັງຫຼວງ ແລະ ທ້ອງຖິ່ນເຮັດໜ້າທີ່ຢູ່ເຂດທຸລະກັນດານຕາມຊາຍແດນຂອງປະເທດ ທັງເຂົ້າຮ່ວມພັດທະນາເສດຖະກິດ-ສັງຄົມໃນຊົນນະບົດເຂດຫ່າງໄກສອກຫຼີກ. ກອງທັບພວກເຮົາເວລາໃດກໍມີຄວາມສາມັກຄີເປັນເອກະພາບພາຍໃນແໜ້ນແຟ້ນ ເປັນຕົ້ນແມ່ນຄວາມເປັນເອກະພາບລະຫວ່າງຂັ້ນລຸ່ມກັບຂັ້ນເທິງ, ພະນັກງານກັບນັກຮົບ ປະຕິບັດປະຊາທິປະໄຕທັງ 3 ດ້ານໃນກອງທັບຢູ່ສະເໝີ, ມີຄວາມສາມັກຄີກອງທັບກັບປະຊາຊົນບັນດາເຜົ່າ. ມີແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຢັດມັດທະຍັດ, ປູກຝັງ-ລ້ຽງສັດແກ້ໄຂຊີວິດການເປັນຢູ່ ຫຼາຍກົມກອງສາມາດກຸ້ມຕົນເອງ ແລະ ມີລະບົບຄ້າຍຄູທີ່ ແໜ້ນໜາຖາວອນ, ສະຕິຕໍ່ການຈັດຕັ້ງລະບຽບວິໄນກອງທັບ, ປະຕິບັດກົດໝາຍຂອງລັດ ໄດ້ຮັບການສຶກສາອົບຮົມເປັນປະຈຳ ແລະ ມີສະຕິຕື່ນຕົວປະຕິວັດ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບຢ່າງບໍ່ຢຸດຢັ້ງ. ນັ້ນແມ່ນບາງຈຸດເດັ່ນພື້ນຖານດ້ານການເມືອງ-ແນວຄິດຂອງກອງທັບໃນຊຸມປີຜ່ານມາ ແລະ ໄດ້ຮັບການຍ້ອງຍໍສັນລະເສີນຈາກພັກ-ລັດຖະບານວ່າ: ສົມແລ້ວເປັນກອງທັບ “ ວິລະຊົນຂອງຊາດລາວວິລະຊົນ ”.

ຂ່າວ: ພູວັນ, ພາບ: ສຳນານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version