Home ຂ່າວການເມືອງ ສຸມໃສ່ປະຕິບັດ 3 ຫຼັກການສາມາດມ້າງ-ສະກັດກັ້ນກຸ່ມຂົນສົງຢາເສບຕິດໄດ້ຫຼາຍຄັ້ງ

ສຸມໃສ່ປະຕິບັດ 3 ຫຼັກການສາມາດມ້າງ-ສະກັດກັ້ນກຸ່ມຂົນສົງຢາເສບຕິດໄດ້ຫຼາຍຄັ້ງ

0

ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາ, ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ແຂວງບໍ່ແກ້ວ ໄດ້ນໍາກໍາລັງວິຊາສະເພາະສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໂດຍນໍາໃຊ້ 3 ມາດຕະການຫຼັກເປັນບ່ອນອີງເພື່ອສ້າງແຜນເຄື່ອນໄຫວປະຕິບັດຕົວຈິງ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນການສະກັດກັ້ນ, ເລິກຮື້-ມ້າງກຸ່ມເປົ້າໝາຍທີ່ມີການພົວພັນ-ຂົນສົ່ງຢາເສບຕິດໄດ້ເປັນຈໍານວນຫຼວງຫຼາຍ.

ພັທ ອິນວົງ ວັນນະຈອມຈັນ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງບໍ່ແກ້ວ ໃຫ້ສໍາພາດໃນວັນທີ 8 ພະຈິກຜ່ານມາວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໂດຍອີງໃສ່ 3 ມາດຕະການຕົ້ນຕໍເປັນບ່ອນອີງໃນຈັດຕັ້ງດໍາເນີນຄະດີໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ຜ່ານການຈັດັ້ງເຫັນວ່າຍາດໄດ້ຜົນສໍາເລັດຫຼາຍດ້ານຄື: ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາສາມາດມ້າງຄະດີໄດ້ທັງໝົດ 318 ເລື່ອງ ກັກຕົວຜູ້ຖືກຫາໄດ້ 441 ຄົນ ຍິງ 76 ຄົນ ແລະ ຄົນຕ່າງປະເທດ ຈໍານວນ 35 ຄົນ ຍິງ 5 ຄົນ ໃນນັ້ນ, ສາມາດຢຶດຂອງກາງຢາບ້າໄດ້ 176.506.125 ເມັດ, ຢາໄອສ໌ ຈໍານວນ 2.681 ກິໂລກຼາມ, ເຮໂລອິນ 2 ກິໂລກຼາມ, ເຄຕາມິນ 66 ກິໂລກຼາມ, ແປ້ງຝຸ່ນ 289 ເປົາ, ໂຄເຄນ 47,6 ກຣາມ, ຄາເຟອິນ 168 ກຼາມ, ຢາຝິ່ນ 6,64 ກຼາມ, ເງິນກີບຈຳນວນ 258.341.000 ກີບ, ເງິນບາດ 4.120.655 ບາດ, ປືນສັ້ນ 4 ກະບອກ, ປືນແກ໋ບ 16 ກະບອກ, ປືນເຊກາເຊ 1 ກະບອກ, ລູກປືນ 87 ລູກ, ລົດໃຫຍ່ 13 ຄັນ, ລົດຈັກ 23 ຄັນ, ອາຍັດດິນພ້ອມເຮືອນ 18 ຫຼັງ, ລົງທຳລາຍສວນຝິ່ນໄດ້ 78,2ເຮັກຕາ; ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດຢູ່ບັນດາຂົງເຂດກົມກອງອ້ອມຂ້າງແຂວງ, ເມືອງ, ບ້ານ ແລະ ໂຮງຮຽນ ຈຳນວນ 35 ຄັ້ງ ມີຜູ້ເຂົ້າຮ່ວມ 2.070 ຄົນ ຍິງ 370 ຄົນ ພ້ອມທັງໄດ້ບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດປະເພດຕ່າງໆ ໄດ້ຈຳນວນ 198 ຄົນ ຍິງ 9 ຄົນ.

ຈາກຜົນງານທີ່ກ່າວມາຂ້າງເທິງນັ້ນ, ຍ້ອນການເອົາໃຈໃສ່ຂອງເຈົ້າໜ້າທີ່ທຸກຂັ້ນທີ່ໄດ້ປະສານສົມທົບກັນຢ່າງກົມກ່ຽວ ແລະ ແໜ້ນແຟ້ນ ພ້ອມນັ້ນ, ກໍຍ້ອນຄວາມຕື່ນຕົວປະກອບສ່ວນຢ່າງເປັນເຈົ້າການຂອງພົນລະເມືອງດີ ກໍຄືພໍ່-ແມ່ປະຊາຊົນບັນດາເຜົ່າທີ່ຊ່ວຍເປັນຫູເປັນຕາໃນການລາຍງານແຈ້ງຂໍ້ມູນຂ່າວສານໃຫ້ເຈົ້າໜ້າທີ່ດ້ວຍຄວາມຈິງໃຈ ແລະ ທັນເວລາ ຈຶ່ງເຮັດໃຫ້ກໍາລັງວິຊາສະເພາະຫ້ອງຕໍາຫຼວດສາມາດມ້າງລາຍຄະດີດັ່ງກ່າວໄດ້ສໍາເລັດຕາມເປົ້າໝາຍ. ຢ່າງໃດກໍຕາມ, ໃນຕໍ່ໜ້າຈະສືບຕໍ່ຍົກສູງຂີດຄວາມສາມາດໃນການຊີ້ນໍາ-ນໍາພາກໍແໜ້ນສະພາບການເຄື່ອນໄຫວຂອງກຖ່ມເປົ້າໝາຍ-ເຄືອຂ່າຍທີ່ມີການພົວພັນຊື້-ຂາຍຜດ ຂົນສົ່ງ, ຜະລິດຢາເສບຕິດ, ກໍາໃຫ້ໄດ້ຫົວໂປ່ໂຕການ, ກຸ່ມແກ້ງ ເພື່ອສ້າງແຜນເລິກຮື້-ມ້າງເປັນແຕ່ລະໄລຍະ ແລະ ຫັນເອົາກໍາລັງວິຊາສະເພາະລົງກໍ່ສ້າງຮາກຖານ ໂດຍປະສານສົມທົບກັຍພາກສ່ວນທີ່ກ່ຽວຂ້ອງຢູ່ບັນດາເມືອງ, ​ກຸ່ມບ້ານ ແລະ ອໍານາດປົກຄອງບ້ານ ແນ່ໃສສະກັດກັ້ນ, ຕ້ານ ແລະ ປາບປາມຢາເສບຕິດຢູ່ພາຍໃນແຂວງໃຫ້ຫຼຸດລົງເທື່ອລະກ້າວ.

ຂ່າວ: ລັດດາວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version