Home ຂ່າວກິລາ ການຊິງຫລຽນໃນງານກິລາແຫ່ງຊາດ ຄັ້ງທີ 11 ເລີ່ມແລ້ວ! ນັກກິລາຍິງປືນ ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 4 ຫລຽນຄຳທຳອິດ!!

ການຊິງຫລຽນໃນງານກິລາແຫ່ງຊາດ ຄັ້ງທີ 11 ເລີ່ມແລ້ວ! ນັກກິລາຍິງປືນ ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 4 ຫລຽນຄຳທຳອິດ!!

0

ກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ, ເຊິ່ງກິລາຍິງປືນ ເປັນ 1 ໃນ 2 ປະເພດກິລາ ມາແຂ່ງຂັນຢູ່ນະຄອນຫລວງ ຕໍ່ຈາກກິລາລອຍນໍ້າ.

ໂດຍເກືອບ 30 ລາຍການຂອງກິລາຍິງປືນ ທີ່ຊິງໄຊໃນງານກິລາແຫ່ງຊາດຄັ້ງນີ້ ມາແຂ່ງຂັນຢູ່ສະໜາມກິລາຍຶງປືນ 5 ເມສາ ແລະ ບາງລາຍການຈະແຂ່ງຂັນຢູ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງໃນໄລຍະກາງເດືອນທັນວາເຊັ່ນ: ປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.

ກິລາຍິງປືນ ໃນງານກິລາແຫ່ງຊາດ ຄັ້ງນີ້ ມີ 9 ພາກສ່ວນເຂົ້າຮ່ວມຊິງໄຊຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫລວງພະບາງ, ຫົວພັນ, ສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ຊິງທັງໝົດ 34 ຫລຽນຄຳ, 34 ຫລຽນເງິນ ແລະ 68 ຫລຽນທອງ.

ສຳລັບມື້ທຳອິດຊິງ 4 ຫລຽນຄຳຄື: ປະເພດປືນສັ້ນອັດລົມ 10 ແມັດ ຍິງດ່ຽວ-ຊາຍດ່ຽວ ແລະ ທີມຍິງ-ທີມຊາຍ, ຜ່ານການແຂ່ງຂັນ ປະເພດຍິງດ່ຽວ ຫລຽນຄຳເປັນຂອງ ນາງ ໄພວອນ ວົງພະຈັນ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 371 ຄະແນນ, ຫລຽນເງິນ ນາງ ແສງແກ້ວ ມະນີເຟືອງ ຈາກກະຊວງປ້ອງກັນປະເທດ ໄດ້ 369 ຄະແນນ ແລະ ຫລຽນທອງຮ່ວມເປັນຂອງສອງນັກກິລາຈາກກະຊວງປ້ອງກັນຄວາມສະຫງົບ.

ປະເພດທີມຍິງ ຫລຽນຄຳເປັນຂອງ ກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 1092 ຄະແນນ, ຫລຽນເງິນ ກະຊວງປ້ອງກັນປະເທດ ໄດ້ 1078 ຄະແນນ, ຫລຽນທອງຮ່ວມ ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ.

ປະເພດຊາຍດ່ຽວ ປືນສັ້ນອັດລົມ 10 ແມັດ ຫລຽນຄຳເປັນຂອງ ທ້າວ ນິກອນ ປັນຍາວົງ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 561 ຄະແນນ, ຫລຽນເງິນ ທ້າວ ສົມຈັນ ໄຊສົມມີ ຈາກກະຊວງປ້ອງກັນປະເທດ ໄດ້ 555 ຄະແນນ ແລະ ຫລຽນທອງຮ່ວມເປັນຂອງນັກກິລາຈາກກະຊວງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.

ປະເພດທີມຊາຍ ຫລຽນຄຳເປັນຂອງ ກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 1649 ຄະແນນ, ຫລຽນເງິນ ກະຊວງປ້ອງກັນປະເທດ ໄດ້ 1646 ຄະແນນ, ຫລຽນທອງຮ່ວມ ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ.

ການແຂ່ງຂັນກິລາຍິງປືນໃນງານກິລາແຫ່ງຊາດ ຄັ້ງທີ 11 ແບ່ງການແຂ່ງຂັນອອກເປັນ 3 ໄລຍະຄື: ໄລຍະທີ 1 ແຂ່ງຂັນວັນທີ 14-20 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ, ໄລຍະທີ 2 ແຂ່ງຂັນວັນທີ 24-29 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ໄລຍະທີ 3 ແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.

Image: Ouandam Phanphengdee

#ຊຽງຂວາງເກມ

#ກິລາແຫ່ງຊາດຄັ້ງທີ11

#LaoNationalGames

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version