Home ຂ່າວກິລາ ກິລາປະເພດຍິງປືນຍາວອັດລົມຊາຍໃຫ້ ກະຊວງ ປກສ ໃນງານກິລາແຫ່ງຊາດ ຄັ້ງທີ 11 ສ່ວນ ກອງທັບ ແຊ້ມເກົ່າ ໄດ້ຫລຽນຄຳທຳອິດມາແລ້ວ!

ກິລາປະເພດຍິງປືນຍາວອັດລົມຊາຍໃຫ້ ກະຊວງ ປກສ ໃນງານກິລາແຫ່ງຊາດ ຄັ້ງທີ 11 ສ່ວນ ກອງທັບ ແຊ້ມເກົ່າ ໄດ້ຫລຽນຄຳທຳອິດມາແລ້ວ!

0

ປານ ດວງປະເສີດ ໄດ້ຮັບ ຫລຽນຄຳທີ 5 ໃຫ້ແກ່ຄະນະນັກກິລາຍິງປືນ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໃນງານກິລາແຫ່ງຊາດ ຄັ້ງທີ 11 ໂດຍມື້ທີສອງຂອງການແຂ່ງຂັນກິລາຍິງປືນ ວັນທີ 15 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນ ຫລວງວຽງຈັນ ມີຊິງ 2 ຫລຽນຄຳ ປະເພດປືນຍາວອັດລົມ ຊາຍດ່ຽວ ແລະ ທີມຊາຍ.

ຜ່ານການແຂ່ງຂັນ ຫລຽນຄຳປະເພດຊາຍດ່ຽວເປັນຂອງ ປານ ດວງປະເສີດ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 559 ຄະແນນ, ຫລຽນເງິນ ດວງຈັນ ສາຍພູຟ້າ ຈາກກະຊວງປ້ອງກັນປະເທດ ຍິງໄດ້ 558 ຄະແນນ, ຫລຽນທອງຮ່ວມນັກກິລາຈາກກະຊວງປ້ອງກັນປະເທດ.

ສ່ວນປະເພດທີມຊາຍ ຫລຽນຄຳເປັນຂອງກະຊວງປ້ອງກັນປະເທດ ຍິງໄດ້ 1632 ຄະແນນ ກາຍເປັນຫລຽນຄຳທຳອິດຂອງເຈົ້າຄອງຫລຽນຄຳ ກິລາແຫ່ງຊາດ ຄັ້ງຜ່ານມາ, ຫລຽນເງິນ ກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 1589 ຄະແນນ, ຫລຽນທອງຮ່ວມ ນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ.

ສຳລັບມື້ອື່ນ ວັນທີ 16 ພະຈິກ 2022 ຈະເປັນການແຂ່ງຂັນປະເພດປືນຍາວອັດລົມ ຍິງດ່ຽວ ແລະ ທີມຍິງ ເລີ່ມເວລາ 9:00 ໂມງເຊົ້າເປັນຕົ້ນໄປ.

ກິລາຍິງປືນ ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ໄລຍະທີ 1 ແຂ່ງຂັນວັນທີ 14-20 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະ ຄອນຫລວງວຽງຈັນ, ໄລຍະທີ 2 ແຂ່ງຂັນວັນທີ 24-29 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ໄລຍະທີ 3 ແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version