Home ຂ່າວໜ້າໜຶ່ງ ສະມາຄົມນັກປະພັນລາວ ຮ່ວມກັບສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ລົງເກັບກຳຂໍ້ມູນຢູ່ແຂວງຫຼວງນໍ້າທາ

ສະມາຄົມນັກປະພັນລາວ ຮ່ວມກັບສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ລົງເກັບກຳຂໍ້ມູນຢູ່ແຂວງຫຼວງນໍ້າທາ

0

ວັນທີ 15 ພະຈິກ 2022 ນີ້, ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ນໍາໂດຍທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ແລະ ທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈຳລາວ ພ້ອມຄະນະໄດ້ສືບຕໍ່ສໍາພາດ ແລະເກັບກໍາຂໍ້ມູນຢູ່ແຂວງຫຼວງນໍ້າທາ ໂດຍສະເພາະແມ່ນໄດ້ເຄື່ອນໄຫວເຮັດວຽກຢູ່ທີ່ສະຖານີນາເຕີຍ, ລົງຕິດຕາມບ້ານຈັດສັນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຊິ່ງປັດຈຸບັນແມ່ນກໍາລັງຈັດຕັ້ງການຍົກຍ້າຍປະຊາຊົນເຂົ້າມາຢູ່, ນອກຈາກນັ້ນ, ທີມງານໂຄງການຍັງໄດ້ເດີນທາງມາບ້ານບໍ່ເຕ່ນ ເພື່ອສໍາພາດນາຍບ້ານ ແລະ ປະຊາຊົນໃນທ້ອງຖິ່ນ.

ທ່ານ ອຸ່ນຈ່ອຍ ສຸລິຍະໄຊ ຮອງນາຍບ້ານໆ ບໍ່ເຕ່ນໄດ້ລາຍງານສະພາບລວມຂອງບ້ານໂດຍໃຫ້ຮູ້ວ່າ: ບ້ານບໍ່ເຕ່ນປະກອບມີ 374 ຫຼັງຄາເຮືອນ, ມີປະຊາກອນ 1,271 ຄົນ, ມີ 8 ຊົນເຜົ່າ, ປະຊາຊົນສວ່ນໃຫຍ່ແມ່ນມີອາຊີບຄ້າຂາຍ, ຂັບລົດຂົນສົ່ງສິນຄ້າຕາມຊາຍແດນລາວ-ຈີນ, ເປັນຊາວກະສິກອນປູກຢາງພາລາ, ປູກພືດ ແລະ ອື່ນໆ ນັບແຕ່ມີເສັ້ນທາງລົດໄຟລາວ-ຈີນເປັນຕົ້ນມາສະພາບການໄປມາຫາສູ່ກັນແມ່ນສະດວກສະບາຍຫຼາຍຂື້ນເຊັ່ນ: ໄປນະຄອນຫຼວງວຽງຈັນ ກໍ່ບໍ່ໄດ້ກັງວົນຫຼາຍ, ພ້ອມກັນນັ້ນ, ຍັງໄດ້ຊຸກຍູ້ເສດຖະກິດການທ່ອງທ່ຽວຕື່ມອີກ.

ນອກນັ້ນຄະນະນໍາໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ຍັງໄດ້ລົງເກັບກໍາຂໍ້ມູນຢູ່ທີ່ສະຖານີນາເຕີຍ ແລະ ໄດ້ສໍາພາດຄະນະນຳຂອງບໍລິສັດລາວກົງ ເຊິ່ງເປັນຫົວໜ່ວຍທຸລະກິດທີ່ບໍລິການລົດແທັກຊີ, ລົດຕູ້ ແລະ ລົດເມຮັບໃຊ້ພາຍໃນແຂວງ ພ້ອມດຽວກັນນັ້ນບັນດານັກຂ່າວ ແລະ ນັກປະພັນຍັງໄດ້ສໍາພາດພະນັກງານລົດໄຟໃນສະຖານີນາເຕີຍອີກດ້ວຍ.

ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ຈັດໂດຍສະມາຄົມນັກປະພັນລາວ ຮ່ວມກັບສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ, ປະກອບມີນັກຂຽນ, ນັກແຕ້ມ, ນັກຖ່າຍພາບ ຈໍານວນ 30 ທ່ານ, ໂຄງການດັ່ງກ່າວໄດ້ເລີ່ມແຕ່ວັນທີວັນທີ 8 ພະຈິກ ແລະ ຈະສືບຕໍ່ຈົນຮອດວັນທີ 23 ພະຈິກ ເຊິ່ງໄດ້ເຄື່ອນໄຫວເກັບກໍາຂໍ້ມູນຕາມແລວທາງລົດໄຟລາວ-ຈີນໃນ 5 ແຂວງ ເພື່ອນໍາມາຂຽນເປັນບົດປະພັນວັນນະຄະດີ, ບົດກະວີ, ບັນທຶກ ແລະ ບົດເລື່ອງສັ້ນ ລວມເຖິງການລາຍງານຂ່າວສະພາບຄວາມຄືບໜ້າຕ່າງໆ ເນື່ອງໃນໂອກາດເສັ້ນທາງລົດໄຟລາວ-ຈີນ ໃກ້ຈະໝຸນວຽນມາຄົບຮອບ 1 ປີຂອງການເປີດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version