​ຕາມ​ຂ່າວ​ຈາກ ເລີ ຟິກາ​ໂຣ(Le Figaro) ໜັງສືພິມ ປະຈໍາວັນ ຂອງຝຣັ່ງລາຍ​ງນວ່າ: ຝຣັ່ງ ກວດ​ພົບ​ ເຊື້ອ​ພະຍາດ ໄຂ້ຫວັດ ສັດ​ປີກ ຊະນິດ ຮ້າຍແຮງ ລະບາດ​ໜັກ ຢູ່ທີ່ຟາມ ໄກ່ງວງ ໃນພາກ​ເໜືອ​ ຂອງ​ປະ​ເທດ ເຮັດ​ໃຫ້​ມີ ​ການກຳຈັດ ​ໄກ່ງວງ ​ຢ່າງ​ໜ້ອຍ 8.000 ໂຕ ພ້ອມ​ທັງ ​ຈັດຕັ້ງ ​ເຂດ​ປ້ອງ​ກັນ ​ແລະ ​ເຝົ້າລະວັງ ​ພາຍ​ໃນ ​ລັດ​ສະ​ໜີ 3-10 ກິ​ໂລ​ແມັດ.

ນອກ​ນີ້ ຍັງ​ມີ​ ການ​ບັງຄັບ​ໃຊ້ ຂໍ້​ກຳນົດ ​ສະ​ເພາະ ​ໃນ​ສະຖານ​ທີ່ ​ລ້ຽງສັດ​ປີກ ​ແລະ ນົກ​ທຸກ​ແຫ່ງ ​ໂດຍ​ສະ​ເພາະ ຄຳ​ສັ່ງ​ຫ້າມ​ ເຄື່ອນຍ້າຍ ​ສັດ​ປີກ ​ແລະ​ ນົກ​ລ້ຽງ​ ໃນ​ກົງ. ດ້ານ​ໜ່ວຍ​ງານ ບໍລິການ​ ຂອງ​ລັດ ​ໄດ້​ເຮັດ​ວຽກ ​ຮ່ວມ​ກັບ ບັນດາ​ ຜູ້​ເພາະ​ລ້ຽງ ​ແນວ​ພັນສັດ​ປີກ ຊຶ່ງ​ຈະ​ໄດ້​ຮັບ​ ເງິນ​ຊົດ​ເຊີຍ ຈາກ​ຄວາມ ​ສູນ​ເສຍ ​ທີ່​ເກີດ​ຂຶ້ນ ​ໃນ​ຄັ້ງນີ້.

ຝຣັ່ງ ລາຍ​ງານ​ ການລະບາດ​ ຂອງ​ເຊື້ອ​ ໄຂ້ຫວັດ ​ສັດ​ປີກ ຊະນິດ ​ຮຸນ​ແຮງ ​ເປັນ​ກຸ່ມ​ກ້ອນ ​ຫລາຍ​ກວ່າ1.3000 ກຸ່ມ ​ແລະ ສັ່ງ​ກຳຈັດ​ ສັດ​ປີກ 20 ລ້ານ​ໂຕ ຕັ້ງ​ແຕ່ ​ເດືອນ​ພະຈິກ ​ປີ​ກາຍ​ນີ້ ​ໂດຍ​ມີ​ ການກວດ​ພົບ ​ໄຂ້ຫວັດ ຊະນິດ​ ຮຸນ​ແຮງ ​ລະບາດ ​ເປັນ​ກຸ່ມ​ກ້ອນ 500 ກຸ່ມ ​ແລະ ກຳຈັດ​ ສັດ​ປີກ 3,5 ລ້ານ​ໂຕ ​ໃນ​ປະ​ເທດ ​ໃນ​ລະຫວ່າງ​ ລະດູ ​ໃບ​ໄມ້​ຫລົ່ນ ປີ2020 ຈົນ​ຮອດ ​ລະດູ​ ໃບ​ໄມ້​ປົ່ງ ປີ2021.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here