Friday, October 18, 2024
Homeຂ່າວໜ້າໜຶ່ງຄຳມ່ວນໄດ້ຮັບໂທລະໂຄ່ງ 2 ຊຸດ ເພື່ອເຜີຍແຜ່ຂໍ້ມູນຂ່າວສານລົງສູ່ເຖິງທ້ອງຖິ່ນ

ຄຳມ່ວນໄດ້ຮັບໂທລະໂຄ່ງ 2 ຊຸດ ເພື່ອເຜີຍແຜ່ຂໍ້ມູນຂ່າວສານລົງສູ່ເຖິງທ້ອງຖິ່ນ

ໃນໂອກາດທີ່ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 27 ພຶດສະພາຜ່ານມາ ທີ່ໂຮງແຮມຣີເວີເຣ່ຍ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານໄດ້ມອບໂທລະໂຄ່ງຈຳນວນ 2 ຊຸດໃຫ້ແກ່ແຂວງ ຊຶ່ງຕາງໜ້າຮັບໂດຍທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້, ເພື່ອນຳໃຊ້ເຂົ້າໃນການໂຄສະນາປະຊາສຳພັນວຽກງານຂ່າວສານຕ່າງໆພາຍໃນບ້ານ ເພື່ອເປັນກະບອກສຽງໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ການກະຈາຍຂໍ້ມູນຂ່າວສານໃຫ້ປະຊາຊົນຢູ່ຂັ້ນບ້ານໄດ້ຮັບຮູ້ວຽກງານໃຫ້ທັນກັບສະພາບການ ເປັນຕົ້ນເຝົ້າລະວັງການແຜ່ລະບາດຂອງພະຍາດ, ສະພາບໄພພິບັດຕ່າງໆ ແລະ ເນື້ອໃນແຈ້ງການແຕ່ລະໄລຍະທີ່ຂັ້ນເທິງໄດ້ກຳນົດອອກ ແນໃສ່ປັບປຸງຂະຫຍາຍຕາໜ່າງລະບົບໂທລະໂຄ່ງພັດທະນາພື້ນຖານໂຄງລ່າງຂອງບ້ານໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ທົ່ວເຖິງ.

ໂທລະໂຄ່ງທີ່ໄດ້ຮັບຄັ້ງນີ້ຈະນຳໄປມອບຕໍ່ໃຫ້ແກ່ບ້ານທີ່ຍັງບໍ່ມີລະບົບໂທລະໂຄ່ງ ພ້ອມທັງມອບໃຫ້ຂະແໜງການທີ່ກ່ຽວຂ້ອງລົງຊ່ວຍໃນການຕິດຕັ້ງ ແນະນຳກ່ຽວກັບເຕັກນິກການນຳໃຊ້ໂດຍພື້ນຖານ, ການບໍາລຸງຮັກສາອຸປະກອນຢ່າງຖືກຕ້ອງຕາມຫຼັກການເພື່ອນຳໃຊ້ໄດ້ຢ່າງຍາວນານ.

ຂ່າວ-ພາບ: ກອງຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments