Saturday, July 27, 2024
Homeສຶກສາຫຼວງນໍ້າທາ ມີນັກຮຽນສອບເສັງຈົບຊັ້ນ ປ.5 ພັນກວ່າຄົນ

ຫຼວງນໍ້າທາ ມີນັກຮຽນສອບເສັງຈົບຊັ້ນ ປ.5 ພັນກວ່າຄົນ

ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ ປ.5 ສົກຮຽນ 2023-2024 ທົ່ວເມືອງຂຶ້ນໃນວັນທີ 28 ພຶດສະພານີ້ ທີ່ໂຮງຮຽນປະຖົມ ແລະ ມັດທະຍົມສົມບູນລຽວກົ່ງ ບ້ານອຸດົມສິນ ເມືອງຫຼວງນໍ້າທາ ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ, ມີທ່ານ ບຸນທັນ ອໍ່ຕ໋ອງຫວັນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸດົມ ບຸນວົງ ຫົວໜ້າໜ່ວຍງານການສຶກສາພາກບັງຄັບ ກ່າວວ່າ: ເມືອງຫຼວງນໍ້າທາມີສູນສອບເສັງທັງໝົດ 18 ສູນ, ມີນັກສອບເສັງ 1.260 ຄົນ, ຍິງ 606 ຄົນ, ມີ 62 ຫ້ອງ, ສອບເສັງໃນ 4 ວິຊາຄື: ພາສາລາວ ຫັດແຕ່ງ, ຂຽນທວາຍ, ຄະນິດສາດ, ວິທະຍາສາດສິ່ງແວດລ້ອມ, ການສອບເສັງດໍາເນີນໄປເປັນເວລາ 2 ວັນຈຶ່ງສໍາເລັດ.

ໂອກາດນີ້, ທ່ານ ບຸນຄົງ ພິມມະສອນ ໄດ້ໃຫ້ກຽດໂອ້ລົມ ພ້ອມເນັ້ນໃຫ້ກຳມະການຍາມຫ້ອງສອບເສັງ ແລະ ຄະນະຮັບຜິດຊອບສູນສອບເສັງ ເອົາໃຈໃສ່ປະຕິບັດຕາມລະບຽບການສອບເສັງຢ່າງເຂັ້ມງວດ. ສໍາລັບນັກຮຽນຕ້ອງເອົາໃຈໃສ່ປະຕິບັດກົດລະບຽບການສອບເສັງຢ່າງເຂັ້ມງວດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ໃຫ້ຖືວ່າການສອບເສັງຄັ້ງນີ້ຄືການວັດແທກຄວາມຮູ້, ຄວາມສາມາດຂອງຕົນເອງ ເພື່ອຈະກ້າວເຂົ້າສູ່ການຮຽນຊັ້ນມັດທະຍົມສຶກສາຕອນຕົ້ນຕໍ່ໄປເພື່ອບັນລຸຕາມຄາດໝາຍທີ່ວາງໄວ້.

ຂ່າວ: ພົນ ຕຸ່ນຄໍາໄໝ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments