Friday, October 18, 2024
Homeຂ່າວຕ່າງປະເທດທ່ານ ວາລາດີເມຍ ປູຕິນ ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ຣັດເຊຍ ເປັນສະໄໝທີ 5

ທ່ານ ວາລາດີເມຍ ປູຕິນ ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ຣັດເຊຍ ເປັນສະໄໝທີ 5

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ວັນທີ 7 ພຶດສະພານີ້, ພິທີ ຮັບດຳລົງຕຳແໜ່ງຂອງ ທ່ານ ວາລາດີເມຍ ປູຕິນ (Vladimir Putin) ປະທານາທິບໍດີຣັດເຊຍ, ໄດ້ຈັດຂຶ້ນຢູ່ວັງ ເຄຣັມລິນ ( Kremlin). ນີ້ແມ່ນພິທີຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ສະໄໝທີ 5 ຢ່າງເປັນທາງການໃນພາລະກິດການເມືອງ ຂອງທ່ານ ວາລາດີເມຍ ປູຕິນ, ໂດຍຊ່ອງໜ້າບັນດາສະມາຊິກໃນສະພາສູງ, ສະພາຕ່ຳສະຫະພັນຣັດເຊຍ ແລະ ຜູ້ພິພາກສາສານລັດຖະທຳມະນຸນຣັດເຊຍ, ທ່ານ ວາລາດີເມຍ ປູຕິນ ໄດ້ປະຕິຍານເຄົາລົບ ແລະ ປົກປ້ອງບັນດາສິດ ແລະ ສິດເສລີຂອງມະນຸດ ແລະ ພົນລະເມືອງ, ປະຕິບັດ ແລະ ປົກປ້ອງ ລັດຖະທຳມະນຸນສະຫະພັນຣັດເຊຍ, ປົກປັກຮັກສາ ອະທິປະໄຕ ແລະ ເອກະລາດ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຂອງລັດ, ຈົງຮັກພັກດີຮັບໃຊ້ປະຊາຊົນ. ຫລັງຈາກນັ້ນປະທານສານ ລັດຖະທຳມະນຸນ ສະຫະພັນ ຣັດເຊຍ ໄດ້ປະກາດ ປະທານາທິບໍດີ ໄດ້ຮັບດຳລົງຕຳແໜ່ງ. ກ່ອນໜ້ານັ້ນ, ໃນການເລືອກຕັ້ງ ປະທານາທິບໍດີ ຣັດເຊຍ ຄັ້ງທີ 8, ໄດ້ດຳເນີນແຕ່ວັນທີ 15 – 17 ມີນາ ຜ່ານມາ, ທ່ານ ວາລາດີເມຍ ປູຕິນ ຍາດໄດ້ໄຊຊະນະຢ່າງຂາດຂັ້ນນັບແຕ່ການເລືອກຕັ້ງຮອບທຳອິດ, ດ້ວຍຈຳນວນ ຫລາຍກວ່າ 87% ຂອງບັດສະໜັບສະໜູນ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments