Saturday, July 27, 2024
Homeຂ່າວໜ້າໜຶ່ງປະທານປະເທດເດີນທາງຢ້ຽມຢາມ-ເຮັດວຽກຢູ່ສະຫະພັນ ຣັດເຊຍ

ປະທານປະເທດເດີນທາງຢ້ຽມຢາມ-ເຮັດວຽກຢູ່ສະຫະພັນ ຣັດເຊຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ ແຕ່ວັນທີ 7-11 ພຶດສະພາ 2024 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ, ສະເຫລີມສະຫລອງຄົບຮອບ 30 ປີ ການລົງນາມສົນທິສັນຍາວ່າດ້ວຍພື້ນຖານການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ສະຫະພັນ ຣັດເຊຍ (1994-2024) ແລະ ເຂົ້າຮ່ວມເປັນແຂກກິດຕິມະສັກໃນພິທີສະເຫລີມສະຫລອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຣັດເຊຍ ຄົບຮອບ 79 ປີ.

ພິທີສົ່ງຄະນະຜູ້ແທນດັ່ງກ່າວ, ຈັດຂຶ້ນໃນຕອນຄ່ຳວັນທີ 7 ພຶດສະພາ 2024, ທີ່ສະໜາມບິນສາກົນວັດໄຕ ໂດຍມີ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີຜູ້ຕາງໜ້າເອກອັກຄະລັດຖະທູດແຫ່ງ ສະຫະພັນ ຣັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments