Home ຂ່າວການເມືອງ ເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

0
35

ຕອນແລງວັນທີ 13 ກຸມພາ 2024 ທີ່ກະຊວງການຕ່າງປະເທດ ສສ ຫວຽດນາມ ນະຄອນຫຼວງຮ່າໂນ້ຍ, ສະຫາຍນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍບຸ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ສະຫາຍໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດລາວຄົນໃໝ່ປະຈໍາຫວຽດນາມ.

ສະຫາຍນາງຄຳເພົາເອີນທະວັນ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະຄຳອວຍພອນປີໃໝ່ອັນປະເສີດຈາກສະຫາຍສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ມາຍັງສະຫາຍບຸ່ຍແທັງເຊີນແລະຄະນະ. ພ້ອມດຽວກັນນີ້, ສະຫາຍທູດຍັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນ, ສະໜິດສະໜົມຂອງສະຫາຍບຸ່ຍແທັງເຊີນ ແລະສະແດງຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXIIIຂອງພັກກອມມູນິດຫວຽດນາມໃນໄລຍະຜ່ານມາ ຊຶ່ງສາມາດນຳພາປະເທດຊາດພັດທະນາຮອບດ້ານຢ່າງວ່ອງໄວແລະກ້າວກະໂດດ, ເຮັດໃຫ້ເສດຖະກິດສືບຕໍ່ເຕີບໂຕ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເຫັນໄດ້ຢ່າງຈະແຈ້ງ. ສຳລັບການພົວພັນກັບຕ່າງປະເທດ, ຫວຽດນາມໄດ້ປະຕິບັດນະໂຍບາຍຢ່າງຫ້າວຫັນເຂົ້າສູ່ລວງກວ້າງ ແລະເລິກເຊິ່ງ, ການນຳຂັ້ນສູງພັກ-ລັດໄດ້ໄປເຄື່ອນໄຫວຢ້ຽມຢາມ, ເຮັດວຽກຢູ່ຫຼາຍປະເທດ ແລະກໍໄດ້ຕ້ອນຮັບການມາຢ້ຽມຢາມ, ເຮັດວຽກຂອງຜູ້ນຳຫຼາຍປະເທດອັນໄດ້ສະແດງເຖິງຖານະບົດບາດ ແລະຊື່ສຽງຂອງຫວຽດນາມນັບມື້ນັບພົ້ນເດັ່ນໃນເວທີພາກພື້ນ ແລະສາກົນ.

ສຳລັບການພົວພັນຮ່ວມມືສອງຝ່າຍເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດນັບມື້ນັບຂະຫຍາຍຕົວແລະເລິກເຊິ່ງໃນບັນດາກົນໄກຮ່ວມມືຂອງສອງຝ່າຍໃນແຕ່ລະຂັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດອັນຈົບງາມ.ໃນກອງປະຊຸມລະຫວ່າງສອງກົມການເມືອງລາວ ແລະຫວຽດນາມ, ກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະລັດຖະບານແຫ່ງສສຫວຽດນາມຄັ້ງທີ46, ການຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການຂອງນາຍົກລັດຖະມົນຕີ ແລະຂອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ທີ່ຜ່ານມາ, ການນຳທັງສອງປະເທດລ້ວນແຕ່ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍບັນດາແຜນການຮ່ວມມືໃນໄລຍະຜ່ານມາ ແລະສືບຕໍ່ຊຸກຍູ້ແຜນການເຄື່ອນໄຫວໃນຕໍ່ໜ້າ. ໃນໂອກາດນີ້, ສະຫາຍທູດຍັງໄດ້ຕາງໜ້າໃຫ້ພັກ, ລັດແລະປະຊາຊົນລາວບັນດາເຜົ່າສະແດງຄວາມຄວາມຮູ້ບຸນຄຸນແລະຂອບໃຈຢ່າງຈິງໃຈມາຍັງພັກ, ລັດແລະປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຢືນຢັນວ່າຈະສືບຕໍ່ເປັນຂົວຕໍ່, ຮ່ວມມືກັບທຸກພາກສ່ວນຂອງທັງສອງຝ່າຍປະຕິບັດໜ້າທີ່ດັ່ງກ່າວນີ້ໃຫ້ນັບມື້ມີໝາກຜົນຍິ່ງໆຂຶ້ນ.

ສະຫາຍບຸ່ຍແທັງເຊີນໄດ້ສະແດງຄວາມຊົມເຊີຍສະຫາຍນາງຄຳເພົາ ເອີນທະວັນ ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດລາວ ປະຈໍາ ສສ ຫວຽດນາມ ພຽງໄລຍະ4ເດືອນແຕ່ສະຫາຍກໍໄດ້ຫ້າວຫັນເຮັດສຳເລັດໜ້າທີ່ຫຼາຍພໍສົມຄວນເປັນຕົ້ນແມ່ນປະກອບສ່ວນເຂົ້າໃນການເຄື່ອນໄຫວຫຼາຍເຫດການສຳຄັນທີ່ພັກ ແລະລັດຖະບານສອງປະເທດຈັດຂຶ້ນຢູ່ຫວຽດນາມ ນອກຈາກນັ້ນຍັງໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມບັນດາແຂວງຕ່າງໆຂອງຫວຽດນາມ, ເຂົ້າຮ່ວມກອງປະຊຸມລະດັບສອງຝ່າຍ ແລະ ຫຼາຍຝ່າຍທີ່ຝ່າຍຫວຽດນາມຈັດຂຶ້ນຫຼາຍຄັ້ງ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາອັນພິເສດລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ນັບງອກງາມຂຶ້ນໄປເລື້ອຍໆ. ຜ່ານມາ, ສອງກະຊວງການຕ່າງປະເທດໄດ້ເພີ່ມທະວີກົນໄກການຮ່ວມມືໃນຫຼາຍລະດັບ ເພື່ອຊ່ວຍເຫຼືອ, ສະໜັບສະໜູນເຊິ່ງກັນແລະກັນ. ຫວຽດນາມສະໜັບສະໜູນລາວໃນການເປັນປະທານອາຊຽນປີ2024. ສະຫາຍລັດຖະມົນຕີເຊື່ອໝັ້ນວ່າ, ສະຫາຍເອກອັກຄະລັດຖະທູດລາວຄົນໃໝ່ຈະສືບຕໍ່ເປັນຂົວຕໍ່ແລະປະຕິບັດໜ້າທີ່ການເມືອງທີ່ພັກແລະລັດຖະບານລາວມອບໝາຍໃຫ້ສຳເລັດອັນໃຫຍ່ຫຼວງກວ່າເກົ່າ.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here