ທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ມີການພັດທະນາລະບົບຄຸ້ມຄອງບໍລິຫານກະແສເງິນຕາຕ່າງປະເທດ ຫຼື Capital Flow Management System (CMS). ລະບົບ CMS ແມ່ນຄວາມມຸ່ງຫວັງຢ່າງຕັ້ງໜ້າຂອງ ທຫລ ເພື່ອບໍລິຫານກະແສເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ທັນສະ ໄໝ, ສະດວກ ວ່ອງໄວ ໂດຍສະເພາະແມ່ນລາຍຮັບເງິນຕາຈາກການສົ່ງອອກ ເພື່ອຍົກສູງຖານະດ້ານເງິນຕາຕ່າງປະເທດໃຫ້ສົມດຸນ ແລະ ເຂັ້ມແຂງ ກໍຄືສ້າງສະພາບແວດລ້ອມທາງດ້ານເສດຖະກິດມະຫາພາກ ໃຫ້ໝັ້ນທ່ຽງ ເອື້ອອຳນວຍໃຫ້ແກ່ຜູ້ປະກອບການທຸລະກິດໃນອະນາຄົດ.
ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງຂ່າວໃນວັນທີ 20 ກຸມພາ ຜ່ານມາວ່າ: ໃນໄລຍະຜ່ານມາ ພັກ-ລັດຖະບານ ໄດ້ເອົາໃຈໃສ່ໃນການຊີ້ນຳຢ່າງໃກ້ຊິດ ໂດຍສະເພາະໄດ້ມີການແຕ່ງຕັ້ງຄະນະສະເພາະກິດ 19/ກມສພ ເພື່ອແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນໃນ ເດືອນມິຖຸນາ ປີ 2023 ໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງຍົກສູງ ໜ້າທີ່ການເມືອງຂອງຕົນໃນການກຳນົດນະໂຍບາຍ, ມາດຕະການ ແລະ ແຜນວຽກຈຸດສຸມໃນການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ ເພື່ອຫຼຸດຜ່ອນຜົນກະທົບບັນຫາອັດຕາແລກປ່ຽນ, ສະພາບເງິນເຟີ້ ຕໍ່ຊີວິດການເປັນຢູ່ຂອງສັງຄົມໂດຍໄວ, ທີ່ເກີດຈາກປັດໄຈພາຍໃນ ແລະ ພາຍນອກ. ແຕ່ສິງທີ່ສຳຄັນການສ້າງມານະຈິດບຸກບືນ, ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນການສ້າງພື້ນຖານເສດຖະກິດໃຫ້ເຂັ້ມແຂງ, ການເຄົາລົບກົດເກນເສດຖະກິດຕະຫຼາດທີ່ມີການນຳພາຂອງລັດ, ວິໄນ ແຜນການ-ການເງິນ ໂດຍການສ້າງຄວາມສົມດຸນການພັດທະນາເສດຖະກິດ-ສັງຄົມ ແລະ ຖຽນລະພາບ ແມ່ນປັດໄຈພາຍໃນທີ່ສຳຄັນຕັດສິນ. ສຳລັບຂະແໜງທະນາຄານ ແມ່ນຂະແໜງການໜຶ່ງມີຄວາມຮັບຜິດດຊອບແກ້ໄຂສະພາບຄວາມຫຍຸ້ງຍາກດັ່ງກ່າວ ໄດ້ມີຄວາມພະຍາຍາມຢ່າງສູງຈັດຕັ້ງປະຕິບັດນະໂຍບາຍແລະ ມາດຕະການທີ່ສຳຄັນ ໂດຍສະເພາະແມ່ນບັນດາເຄື່ອງມືນະໂຍບາຍເງິນຕາໃນການຄວບຄຸມປະລິມານເງິນ, ການຄຸ້ມຄອງອັດຕາແລກປ່ຽນ, ການຄຸ້ມຄອງເງິນຕາຕ່າງປະເທດ, ການແກ້ໄຂບັນຫາການແລກປ່ຽນ, ການຄຸ້ມຄອງສະຖຽນລະພາບການເງິນ ແລະ ລະບົບການຊຳລະ ຊຶ່ງປັດຈຸບັນເຫັນວ່າ ສະຖານະການ ໂດຍລວມສາມາດຄວບຄຸມໄດ້ໂດຍພື້ນຖານ ແລະ ມີທ່າອ່ຽງດີຂຶ້ນ.
ສຳລັບການຄຸ້ມຄອງເງິນຕາຕ່າງປະເທດແມ່ນວຽກງານໜຶ່ງທີ່ສຳຄັນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຂັ້ນເທິງ ແລະ ການຮ່ວມມືເປັນພິເສດຈາກຂະແໜງການກ່ຽວຂ້ອງ (ໂດຍສະເພາະແມ່ນຂະແໜງການຄ້າ ແລະ ການເງິນ) ຊຶ່ງພາຍຫຼັງໄດ້ມີການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໃນເດືອນກໍລະກົດ ປີ 2022, ທຫລ ໄດ້ສ້າງຕັ້ງກົມຄຸ້ມຄອງເງິນຕາ ຕປທ ໃນເດືອນ ມິຖຸນາ 2023 ໄດ້ສຸມໃສ່ການປັບປຸງຄວາມອາດສາມາດໃນການຄຸ້ມຄອງ, ສ້າງ ແລະ ປັບປຸງນິຕິກຳ ແລະ ລະບົບການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຄົບຖ້ວນ.
ຜ່ານການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ດ້ວຍຄວາມເອົາໃຈໃສ່ຊີ້ນຳຂອງຄະນະຜູ້ວ່າການ ທຫລ ເຫັນວ່າ ສະພາບກະແສເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານມີທ່າອ່ຽງດີຂຶ້ນ, ຮອດວັນທີ 2 ກຸມພາ 2024 ຜູ້ນຳເຂົ້າ-ສົ່ງອອກ ແມ່ນໄດ້ລົງທະບຽນສຳເລັດ 1677 ຫົວໜ່ວຍ ແລະ ມີການອອກໃບຢັ້ງຢືນໄປ
ເປີດ ຫຼື ຫັນບັນຊີສະເພາະ ກັບທະນາຄານທຸລະກິດສຳເລັດແລ້ວຈຳນວນ 1623 ຫົວໜ່ວຍ, ກະແສລາຍຮັບເງິນຕາຈາກການສົ່ງອອກຂອງຂະແໜງການທີ່ສໍາຄັນທີ່ໂອນຜ່ານລະບົບການໂອນເງິນຂອງທະນາຄານ (ITRS) ແມ່ນໄດ້ເພີ່ມຂຶ້ນສະເລ່ຍຈາກ 32,46% ໃນປີ 2021, ມາເປັນ 36,26% ໃນປີ 2022 ແລະ 55,4% ໃນປີ 2023. ພ້ອມນີ້, ສັນຍານ ທີ່ເປັນບວກປັດຈຸບັນ ແມ່ນສະພາບອັດຕາແລກປ່ຽນມີລັກສະນະບໍ່ ເໜັງຕີງແຮງ, ທະນາຄານທຸລະກິດມີສະພາບຄ່ອງທາງດ້ານເງິນຕາຕ່າງປະເທດດີຂຶ້ນ, ກະແສທຶນເຂົ້າມາຈາກ FDI ສືບຕໍ່ຂະຫຍາຍຕົວ, ສັງເກດຈາກການມາຢັ້ງຢືນທຶນ ປີ 2023 ມີຈຳນວນ 2,2 ຕື້ໂດລາ, ການທ່ອງທ່ຽວກັບມາຟື້ນຕົວສູ່ສະພາວະປົກກະຕິ ແລະ ລາຍຮັບເພີ່ມຂຶ້ນ ຈາກ 264,5 ລ້ານໂດລາ ປີ 2022 ມາເປັນ 913,48 ລ້ານໂດລາປີ 2023. ລະບົບທະນາຄານ ສາມາດເກັບຊື້ເງິນຕາຕ່າງປະເທດຈາກສັງຄົມໃນປີ 2022 ຈຳນວນ 2,31 ຕື້ໂດລາ ມາເປັນ 3,22 ຕື້ໂດລາ ໃນປີ 2023 ແລະ ສາມາດດັດສົມໃຫ້ແກ່ສັງຄົມ ເພື່ອຊຳລະກັບຕ່າງປະເທດ ເປັນຕົ້ນນຳເຂົ້ານ້ຳມັນເຊື້ອໄຟ, ສິນຄ້າອຸປະໂພກບໍລິໂພກ ທີ່ຈຳເປັນ ແລະ ການຊຳລະໜີ້ສິນກັບຕ່າງປະເທດ. ເຖິງຢ່າງໃດກໍ່ດີ, ຖ້າທຽບໃສ່ຄວາມຕ້ອງການເງິນຕາເພື່ອຊຳລະກັບຕ່າງປະເທດເຫັນວ່າຍັງມີສູງບໍ່ທັນພຽງພໍ (ເງິນໂອນອອກ 9,45 ຕື້ໂດລາ, ຊຳລະສິນຄ້າ 6,18 ຕື້ໂດລາ, ການບໍລິການ 1,48 ຕື້ໂດລາ) ຖ້າພວກເຮົາບໍ່ມີລະບົບການບໍລິຫານກະແສເງິນຕາຕ່າງປະເທດທັນສະໄໝ ແລະ ການສ້າງຄວາມສົມດຸນລາຍຮັບ-ລາຍຈ່າຍເພື່ອຊຳລະກັບຕ່າງປະເທດ. ອີງຕາມຂໍ້ມູນການໂອນເງິນຜ່ານທະນາຄານ (ITRS) ໃນປີ 2023 ລະບົບທະນາຄານແມ່ນ ໄດ້ໂອນເງິນອອກເພື່ອຊຳລະນ້ຳມັນເຊື້ອໄຟ, ນ້ຳມັນເຄື່ອງ ແລະ ນ້ຳມັນກາດ ຈຳນວນ 1.115 ລ້ານໂດລາ, ໃນນັ້ນ ລະບົບທະນາຄານດັດສົມເງິນຕາເພື່ອນຳເຂົ້າສະເພາະນ້ຳມັນ ຈຳນວນ 752,13 ລ້ານໂດລາ ໂດຍ ທຫລ ປະກອບສ່ວນ ປະມານ 60% ແລະ ທລກ ແມ່ນ 40%.
ທ່ານໃຫ້ຮູ້ຕື່ມວ່າ: ອີງໃສ່ຄວາມຈຳເປັນອັນຮີບດ່ວນໃນການປະຕິບັດມະຕິສະພາແຫ່ງຊາດກຳນົດ 70% ໃນການນຳລາຍຮັບຈາການສົ່ງອອກ ເຂົ້າມາປະເທດ ແລະ ເພື່ອຮັກສາສະຖຽນລະພາບເງິນຕາ ໂດຍສະເພາະການຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມສະຫງົບ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການດຳເນີນທຸລະກິດ ທຫລ ຈຶ່ງມີຄວາມຈຳເປັນເລັ່ງດ່ວນພັດທະນາລະບົບບໍລິຫານກະແສເງິນຕາຕ່າງປະເທດ ໃຫ້ທັນສະໄໝ, ວ່ອງໄວ ແລະ ສາມາດເຊື່ອມໂຍງລະຫວ່າງຂະແໜງການ ຊຶ່ງຈະຊ່ວຍໃຫ້ ທຫລ ສາມາດຄຸ້ມຄອງຕິດຕາມກະແສເງິນຕາຈາກການຜູ້ສົ່ງອອກແບບອອນລາຍ ແລະ ອໍານວຍຄວາມສະດວກແກ່ຜູ້ປະກອບການໃນການຕິດຕາມກະແສເງິນຕາຂອງຕົນເຂົ້າມາໄດ້ງ່າຍຜ່ານເຄື່ອງມືທັນສະໄໝ.
ດ້ວຍເຫດນີ້ ໃນທ້າຍປີ 2023 ທຫລ ໄດ້ຫັນເປັນທັນສະໄໝ ໝູນໃຊ້ເຕັກໂນໂລຊີ ເຂົ້າໃນການຕິດຕາມ, ກະແສເງິນໄຫຼເຂົ້າ-ອອກ ສປປ ລາວ ໂດຍສະເພາະຈາກການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ ໄດ້ທັນສະພາບ ແລະ ຄົບຖ້ວນ. ລະບົບດັ່ງກ່າວປະກອບມີ 1. ເຊື່ອມກັບລະບົບ Core banking ຂອງ ທະນາຄານທຸລະກິດ ເພື່ອຕິດຕາມການເຄື່ອນໄຫວບັນຊີຫົວໜ່ວຍຜູ້ສົ່ງອອກ-ນຳເຂົ້າ; 2. ເຊື່ອມກັບລະບົບແຈ້ງພາສີ ASYCUDA ຂອງກະຊວງການເງິນ ເພື່ອຕິດຕາມຂໍ້ມູນການ ເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ ຕາມດ່ານພາສີຕ່າງໆຢູ່ຂອບເຂດທົ່ວປະເທດ; 3. ເຊື່ອມກັບລະບົບຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຢັ້ງຢືນຕົວຕົນ ແລະ ແລກປ່ຽນຂໍ້ມູນດ້ານການດໍາເນີນທຸລະກິດ; 4. ເຊື່ອມກັບກະຊວງແຜນການ ແລະ ການລົງທຶນ ເພື່ອມີຖານຂໍ້ມູນກ່ຽວກັບການອະນຸຍາດລົງທຶນ FDI.
ສັງລວມແລ້ວລະບົບບໍລິຫານກະແສເງິນຕາຕ່າງປະເທດເປັນລະບົບທັນສະໄໝ, ປອດໄພຮອບ ດ້ານ, ສາມາດເກັບກໍາ, ສັງລວມ ແລະ ຕິດຕາມ (Tracking) ການເຄື່ອນໄຫວທຸລະກໍາການໂອນເງິນເຂົ້າ-ອອກທັນເວລາຈາກການນໍາເຂົ້າ-ສົ່ງອອກສິນຄ້າ, ການລົງທຶນ FDI ໃນອະນາຄົດ ເພື່ອຄຸ້ມຄອງ ແລະ ຕິດຕາມກະແສເງິນຕາ ຊຶ່ງຈະຊ່ວຍໃຫ້ການຄຸ້ມຄອງເງິນຕາຕ່າງປະເທດມີປະສິດທິຜົນ ເປັນລະບົບຄົບຊຸດ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາຂະແໜງການກ່ຽວຂ້ອງ, ຜູ້ນຳເຂົ້າ-ສົ່ງອອກ, ນັກລົງທຶນ, ທະນາຄານທຸລະກິດໃຫ້ຄວາມເຊື່ອໝັ້ນ, ເຂົ້າຮ່ວມ ແລະ ນຳໃຊ້ລະບົບດັ່ງກ່າວ ເພື່ອຊຸກຍູ້ແນວທາງນະໂຍບາຍຂອງລັດໃຫ້ເປັນຈິງ ແລະ ຕ້ອງເຮັດເຖິງຖອງ ພ້ອມກັນປະຕິບັດເປັນເອກະພາບທຸກຂັ້ນ ຊຶ່ງຈະເຮັດໃຫ້ການຄຸ້ມຄອງກະແສເງິນຕາເປັນລະບົບ ແລະ ມີການຫັນປ່ຽນແທ້ຈິງ ນຳສະຖຽນລະພາບກັບຄືນສູ່ປົກກະຕິໂດຍໄວ. ພິເສດ ເພື່ອເຮັດໃຫ້ລະບົບດັ່ງກ່າວເຄື່ອນໄຫວຢ່າງຄ່ອງຕົວ ແລະ ມີການແລກປ່ຽນຂໍ້ມູນຮັບປະກັນໃຫ້ແກ່ການຄຸ້ມຄອງເງິນຕາຕ່າງປະເທດ.
ລະບົບ CMS ຈະເປີດທົດລອງນໍາໃຊ້ໃນໄຕມາດ 1 ປີ 2024 ໂດຍຈະເລີ່ມຈາກໂມດູນບໍລິຫານກະແສລາຍຮັບເງິນຕາຈາກການສົ່ງອອກ ແລະ ຈະສືບຕໍ່ພັດທະນາໂມດູນຕິດຕາມກະແສທຶນຈາກ FDI ແລະ ການນໍາເຂົ້າ ໃຫ້ສໍາເລັດພາຍໃນປີນີ້.
ຂ່າວ-ພາບ: ຕຸໄລເພັດ