Saturday, July 27, 2024
Homeຂ່າວການເມືອງຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານແຂວງຊຽງຂວາງ

ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານແຂວງຊຽງຂວາງ

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຊີ້ນຳບາງວຽກງານຕໍ່ພະນັກງານຫຼັກແຫຼ່ງຂອງແຂວງຊຽງຂວາງໃນວັນທີ 20 ກຸມພາ 2024 ຢູ່ທີ່ຫ້ອງວ່າການແຂວງ ຊຶ່ງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ລາຍງານການຊີ້ນຳ-ນຳພາການຈັດຕັ້ງປະຕິບັດວຽກງານໄນໄລຍະຜ່ານມາ ແຂວງຊຽງຂວາງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນມີຄວາມສະຫງົບ, ມີນັກທ່ອງທ່ຽວເຂົ້າມາແຂວງ 118.959 ເທື່ອຄົນ, ຝຶກອົບຮົມພັດທະນາສີມືແຮງງານໄດ້ 2.258 ຄົນ, ຈັດວຽກເຮັດງານທຳໄດ້ 1.620 ຄົນ: ເສດຖະກິດຂະຫຍາຍຕົວໃນລະດັບ 4,8%, ລວມຍອດຜະລິດຕະພັນພາຍໃນໄດ້ 6.161,72 ຕື້ກີບ ສະເລ່ຍຕໍ່ຄົນໄດ້ 21.835.000 ກີບຕໍ່ຄົນຕໍ່ປີ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ທົ່ວແຂວງມີບ້ານປ້ອງກັນຄວາມສະຫງົບ 203 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ 252 ບ້ານ, ກຸ່ມບ້ານປ້ອມໝັ້ນສູ້ຮົບຕິດລ່ຽນ 4 ກຸ່ມ ມີ 41 ບ້ານ. ການແກ້ໄຂບັນຫາຢາເສບຕິດແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມ 6 ວຽກຈຸດສຸມສາມາດມ້າງຄະດີຄ້າ-ຂາຍຢາເສບຕິດໄດ້ 144 ລາຍ ກັກຜູ້ຕ້ອງຫາໄດ້ 203 ຄົນ, ໄດ້ສຸມໃສ່ແກ້ໄຂຄວາມທຸກຍາກມີ 1 ເມືອງພົ້ນທຸກ, ມີບ້ານທຸກຍາກກວມ 43,70% ແລະ ຄອບຄົວທຸກຍາກກວມ 29,39%, ສືບຕໍ່ນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 5,3% ລາຍຮັບ GDP ສະເລ່ຍໃຫ້ບັນລຸໄດ້ 1.109 ໂດລາຕໍ່ຄົນຕໍ່ປີ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ການນໍາແຂວງເອົາໃນໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຫຼັກ, ສຶກສາອົບຮົມການເມືອງແນວຄິດພະນັກງານ, ທະຫານ, ຕຳຫຼວດ, ຄົ້ນຄວ້າເຊື່ອມຊຶມບັນດານິຕິກຳຕ່າງໆຂອງຂັ້ນເທິງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໄສ ເຂັ້ມແຂງ ແລະ ໜັກແໜ້ນ. ວຽກງານສ້າງພະນັກງານ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຕາມ 5 ຈຸດສຸມໃຫ້ສຳເລັດຕາມແຜນທີ່ກຳນົດໄວ້, ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນໂດຍສະເພາະເງິນເຟີ້, ອັດຕາແລກປ່ຽນລາຄາສິນຄ້າ, ຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວປີ 2024 ຢ່າງແຂງແຮງ, ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນ, ສະກັດກັ້ນການບຸກລຸກ, ຍົກສູງຄວາມເປັນເຈົ້າໃນການຊຸກຍູ້ຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ສືບຕໍ່ວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ, ເພີ່ມຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ບໍລິຫານລັດດ້ວຍກົດໝາຍ, ຜັນຂະຫຍາຍ, ຮ່ວມມືກັບຕ່າງປະເທດ, ໂດຍສະເພາະກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ. ໂອກາດນີ້, ຄະນະຜູ້ແທນກໍໄດ້ໄປຢ້ຽມຢາມບໍ່ເຫຼັກພູຍວນຂອງບໍລິສັດອາວີພູຍວນມາຍນິ່ງ ຈຳກັດ ຜູ້ດຽວ ແລະ ໄດ້ຮັບຟັງການລາຍງານຈາກທ່ານ ຄຳພູ ວັນນະຈັກ ທີ່ປຶກສາບໍລິສັດ.

(ຂ່າວ: ບຸນມີແສງທຸມມີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments