Friday, October 18, 2024
Homeຂ່າວຕ່າງປະເທດປີຜ່ານມາ ຣັດເຊຍ ສົ່ງອອກສິນຄ້າກະສິກຳສູງເຖິງ 4,3 ໝື່ນລ້ານໂດລາ

ປີຜ່ານມາ ຣັດເຊຍ ສົ່ງອອກສິນຄ້າກະສິກຳສູງເຖິງ 4,3 ໝື່ນລ້ານໂດລາ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທ່ານ ອອກຊານາ ລຸກ ຜູ້ຊ່ວຍລັດຖະມົນຕີຄົນທີ 1 ປະຈຳກະຊວງກະສິກຳຂອງຣັດເຊຍເປີດເຜີຍວ່າ: ການສົ່ງອອກຜະລິດຕະພັນກະສິກຳຂອງຣັດເຊຍໃນປີ 2023 ມີປະມານ 4,35 ໝື່ນລ້ານໂດລາ.

ທ່ານ ລຸກ ກ່າວໃນກອງປະຊຸມທັນຍາພືດ (Grain Forum) ປະຈຳປີ 2024 ວ່າ: ການສົ່ງອອກທັນຍາພືດຂອງຣັດເຊຍໃນປີ 2023 ລວມມີ 66 ລ້ານໂຕນ ຊຶ່ງສ່ວນໜຶ່ງເປັນເຂົ້າສາລີ 51 ລ້ານໂຕນ. ນອກຈາກນັ້ນ, ທ່ານ ລຸກ ຊີ້ໃຫ້ເຫັນວ່າ ຣັດເຊຍມີສັກກະຍະພາບສົ່ງອອກທັນຍາພືດສູງຂຶ້ນໃນປີ 2024 ໂດຍຄາດຄະເນວ່າ ໂຕເລກຢູ່ທີ່ປະມານ 70 ລ້ານໂຕນ ລວມເຖິງພືດຕະກຸນຖົົ່ວ 4 ລ້ານໂຕນ. ປັດຈຸບັນ, ກະຊວງກະສິກຳຂອງຣັດເຊຍກຳລັງປຶກສາຫາລືຄວາມເປັນໄປໄດ້ຂອງການຮັບປະກັນການສົ່ງອອກທັນຍາພືດກັບກຸ່ມປະເທດຄູ່ຄ້າຫຼັກໃນປະລິມານທີ່ພວກເຂົາຕ້ອງການເພື່ອຮັກສາຄວາມໝັ້ນຄົງທາງອາຫານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments