Saturday, July 27, 2024
Homeຂ່າວການເມືອງຫສປທ ເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດ

ຫສປທ ເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດ

ຫ້ອງວ່າການສໍານັກງານປະທານປະເທດ(ຫສປທ)ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດ ຄື: ລະນຶກວັນເກີດຂອງປະທານຄໍາໄຕ ສີພັນດອນ ຄົບຮອບ100 ປີ (8/2/1924-8/2/2024)ໃນວັນທີ 23 ກຸມພານີ້ ທີ່ຫ້ອງປະຊຸມຂອງ ຫສປທ; ເປັນກຽດໃນພິທີ ແລະ ເຜີຍແຜ່ ຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າ ຫສປທ, ຄະນະພັກ-ຄະນະນໍາ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານເຂົ້າຮ່ວມ.

ໃນພິທີ, ທ່ານ ອິນທະປັນຍາ ຂຽວວົງພະຈັນ ໄດ້ຫວນຄືນ ວັນເກີດຂອງປະທານຄໍາໄຕ ສີພັນດອນ ຄົບຮອບ 100ປີ, ຍົກໃຫ້ເຫັນຊີວິດເຍົາໄວ ແລະ ຈຸດເລີ່ມຕົ້ນ ການເຄື່ອນໄຫວປະຕິວັດ ຂອງປະທານຄໍາໄຕ ສີພັນດອນ, ການເຄື່ອນໄຫວປະຕິວັດ, ຕັ້ງໜ້າຄົ້ນຄວ້າຮຽນຮູ້ ແລະ ເສີມຂະຫຍາຍຄຸນງາມຄວາມດີ ຂອງປະທານຄໍາໄຕ ສີພັນດອນ ເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກ.

ຈາກນັ້ນ, ທີ່ປະຊຸມ ຍັງໄດ້ຮັບຟັງການເຊື່ອມຊຶມ ແລະ ຜັນຂະຫຍາຍ ທິດຊີ້ນໍາ ຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ວຽກງານການເງິນທົ່ວປະເທດປະຈໍາປີ 2023 ແລະ ທິດທາງປີ2024 ຂອງວັນທີ 19 ທັນວາ2023 ທີ່ ນະຄອນຫຼວງວຽງຈັນ. ສະຫາຍເລຂາທິການໃຫຍ່, ໄດ້ກ່າວບາງຕອນທີ່ສໍາຄັນວ່າ: ໃນປີຜ່ານມາ ຂະແໜງການເງິນ ໄດ້ມີຄວາມພະຍາຍາມຍົກສູງປະສິດທິພາບ ຂອງການຄຸ້ມຄອງງົບປະມານແຫ່ງລັດ ອັນໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຍົກສູງວິໄນແຜນການ-ການເງິນ ແລະ ມີຄວາມພະຍາຍາມສູງ ໃນການປັບປຸງກົນໄກ ແລະ ລະບຽບການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕາມວາລະແຫ່ງຊາດ ໄດ້ກຳນົດອອກ. ພ້ອມນັ້ນ ກໍໄດ້ຄົ້ນຄວ້າ ສ້າງ, ປັບປຸງ ແລະ ຜັນຂະຫຍາຍບັນດາກົດໝາຍ, ນິຕິກຳໃຕ້ກົດໝາຍ ຢ່າງເປັນລະບົບຄົບຊຸດ ແລະ ຄົບຖ້ວນຂຶ້ນກວ່າເກົ່າ ຊຶ່ງເປັນເຄື່ອງມືສຳຄັນໃນການຊຸກຍູ້ ແລະ ປັບປຸງກົນໄກ ການຄຸ້ມຄອງການເງິນແຫ່ງລັດ ຕາມທິດຫັນເປັນທັນສະໄໝ, ສົ່ງເສີມການດຳເນີນທຸລະກິດ-ການລົງທຶນ ຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກຂຶ້ນ ທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ຍຸດທະສາດເພື່ອການເຕີບໂຕສີຂຽວ. ພິເສດແມ່ນການປະຕິບັດຄາດໝາຍໃນການນໍາເອົາປະເທດພວກເຮົາ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ກໍຈະກາຍເປັນຮູບປະທໍາ ໃນ 3-4 ປີ ຕໍ່ໜ້ານີ້.

ກອງປະຊຸມ ຍັງໄດ້ຕີລາຄາຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ພາວະວິໄສ ເພື່ອຊີ້ໃຫ້ເຫັນບັນດາຈຸດອ່ອນ-ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຈຳນວນໜຶ່ງ ຕໍ່ຂະແໜງການເງິນ ທີ່ຈະຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າ ໃຫ້ເປັນຮູບປະທຳ ເປັນຕົ້ນ: 1. ສະຖຽນລະພາບເສດຖະກິດມະຫາພາກ ຍັງມີຄວາມບອບບາງ ແລະ ຍັງບໍ່ມີຄວາມໝັ້ນທ່ຽງ,2. ສະພາບຄວາມຫຍຸ້ງຍາກດ້ານງົບປະມານ ແລະ ໜີ້ສິນສາທາລະນະ ຍັງໜັກໜ່ວງ,3. ການຄຸ້ມຄອງງົບປະມານຍັງບໍ່ທັນດີເທົ່າທີ່ຄວນ, 4. ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາດ້ານການເງິນຢູ່ທ້ອງຖິ່ນຍັງບໍ່ທັນສອດຄ່ອງ, 5. ການຄຸ້ມຄອງ ແລະ ບໍລິຫານລັດດ້ວຍກົດໝາຍ ຍັງບໍ່ທັນເຂັ້ມງວດ, ຍັງບໍ່ທັນໂລ່ງລ່ຽນ ແລະ ມີຫຼາຍຂັ້ນຫຼາຍຂອດ,6. ການພັດທະນາ ແລະ ຂະຫຍາຍການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຍັງຊັກຊ້າ, 7. ຄວາມເປັນເຈົ້າການຂອງບັນດາຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸ່ມເຟືອຍ ຍັງບໍ່ທັນເປັນຮູບປະທໍາເທົ່າທີ່ຄວນ,8. ການແກ້ໄຂຜົນການກວດສອບ-ກວດກາ ຍັງບໍ່ທັນສາມາດປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້.

ສະຫາຍເລຂາທິການໃຫຍ່, ກ່າວຕື່ມວ່າ: ນັບແຕ່ນີ້ຕໍ່ໄປ ສູນກາງພັກ, ກົມການເມືອງ ຈະໄດ້ເລັ່ງລັດການວາງນະໂຍບາຍ ຫັນປະເທດເຮົາ, ລະບົບເສດຖະກິດ ຂອງຊາດເຮົາ ຈາກລະບອບເສດຖະກິດ ທີ່ເຕັມໄປດ້ວຍການເພິ່ງພາ, ເອື່ອຍອີງ ໃຫ້ກ້າວໄປສູ່ລະບົບ ແລະ ລະບອບເສດຖະກິດ “ເອກະລາດ, ເປັນເຈົ້າຕົນເອງ” ຫຼື ອາດຈະໃຊ້ຕົວອັກສອນຫຍໍ້ “ສອຈ”; ຈາກນັ້ນ, ໃນວາລະປະຊຸມ ຍັງໄດ້ອ່ານຂໍ້ຕົກລົງ ເລກທີ764/ຫສປທ.ຈກວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານອີກດ້ວຍ.

(ຂ່າວ-ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments