Friday, October 18, 2024
Homeຂ່າວພາຍໃນສຳເລັດການຝືກອົບຮົມທົບທວນຄືນກ່ຽວກັບການກຽມຄວາມພ້ອມດ້ານການອ່ານແລະມູມອ່ານໃຫ້ແກ່ຄູຫ້ອງກຽມປະຖົມແລະອະນຸບານ3ແຫ່ງຂອງໂຄງການຮຽນອ່ານ.

ສຳເລັດການຝືກອົບຮົມທົບທວນຄືນກ່ຽວກັບການກຽມຄວາມພ້ອມດ້ານການອ່ານແລະມູມອ່ານໃຫ້ແກ່ຄູຫ້ອງກຽມປະຖົມແລະອະນຸບານ3ແຫ່ງຂອງໂຄງການຮຽນອ່ານ.

ໃນວັນທີ31 ມັງກອນ 2024,ນີ້, ຢູ່ທີ່ສະໂມສອນຂອງຫ້ອງການສຶກສາທິການແລະກິລາເມືອງສຸຂຸມາ, ແຂວງຈຳປາສັກ ໄດ້ສຳເລັດການຝືກອົບຮົມທົບທວນຄືນກ່ຽວກັບການກຽມຄວາມພ້ອມດ້ານການອ່ານແລະມູມອ່ານໃຫ້ແກ່ຄູຫ້ອງກຽມປະຖົມແລະອະນຸບານ3 ແຫ່ງຂອງໂຄງການຮຽນອ່ານ,ໂດຍພາຍໃຕ້ການເປັນປະທານຂອງທ່ານ ແສງມະນີ ແກ້ວອາລຸນ ຄະນະຫ້ອງການສຶກສາທິການແລະກິລາເມືອງ,ມີ ທ່ານ ນາງ ທອງວິລັດ ແກ້ວສະຫັວນ ຜູ້ປະສານງານພາກສະໜາມອາວຸໂສ,ທ່ານ ນາງ ບົວສອນ ນະຄອນສິນ ຜູ້ປະສານງານໂຄງການຮຽນອ່ານ,ທ່ານ ນາງ ທອງບາງ ເກດຮັກສາ ຮອງຫົວໜ້າໜ່ວຍງານພາກບັງຄັບ,ນັກວິທະຍາກອນຈາກຫ້ອງການສຶກສາທິການແລະກິລາເມືອງ,ພ້ອມດ້ວຍນັກສຳມະນາກອນຫ້ອງກຽມປະຖົມ13ແຫ່ງແລະຄູອະນຸບານ3ແຫ່ງເຂົ້າຮ່ວມ.

ໂອກາດດັ່ງກ່າວນີ້ ທ່ານ ແສງມະນີ ແກ້ວອາລຸນ ຄະນະຫ້ອງການສຶກສາທິການແລະກິລາເມືອງໄດ້ປະກອບຄຳຄິດຄຳເຫັນພ້ອງທັງກ່າວເປີດພິທີຢ່າງເປັນທາງການ,ການຝືກອົບຮົມໃນຄັ້ງນີ້ມີນັກສຳມະນາກອນເຂົ້າຮ່ວມຈຳນວນ20ທ່ານ, ທີ່ມາຈາກໂຮງຮຽນຫ້ອງກຽມປະຖົມ13ແຫ່ງ, ອະນຸບານ3 ແຫ່ງ, ນອກນີ້ກໍ່ມີຄູຝືກອົບຮົມຈາກຫ້ອງການສຶກສາທິການແລະກິລາເມືອງ2ທ່ານ,ຄື:ທ່ານ ນາງ ທອງບາງ ເກດຮັກສາ ຮອງຫົວໜ້າໜ່ວຍງານພາກບັງຄັບ,ແລະທ່ານ ນາງ ເພັດສະໝອນ ສຸດທະວີ ວິຊາການ ພາກບັງຄັບ,ເຊີ່ງເອກະສານທີ່ນຳມາຝືກອົບຮົມປະກອບມີ10ພາກຄື:ພາກທີ1:ການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດການກຽມຄວາມພ້ອມດ້ານການອ່ານໃນສົກຮຽນທີ່ຜ່ານມາ,ພາກທີ2:ການຖອດຖອນບົດຮຽນການສຶກສາຮຽນຮ່ວມເຂົ້າໃນການຈັດຕັ້ງການຮຽນການສອນ,3:ການສຶກສາຮຽນຮ່ວມ,4:ການລົງໂທດແລະການສຶກສາອົບຮົມແບບສ້າງສັນ, 5:ການຊ່ວຍເຫຼືອນັກຮຽນຊົນເຜົ່າທີ່ຮຽນພາສາລາວເປັນພາສາທີ2, 6:ການຖອດ ຖອນບົດຮຽນໃນການຈັດຕັ້ງປະຕິບັດການກຽມຄວາມພ້ອມດ້ານການອ່ານ,7:ສົນທະນາແລະສາທິດການກຽມຄວາມພ້ອມດ້ານການອ່ານ,8:ການຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດມູມອ່ານແລະການມີສ່ວນຮ່ວມຂອງຜູ້ປົກຄອງ,9:ສົນທະນາແລະສາທິດການຈັດຕັ້ງປະຕິບັດມູມອ່ານແລະ10:ສົນທະນາແລະສາທິດການມີສ່ວນຮ່ວມຂອງຜູ້ປົກຄອງ,ການຝືກອົບຮົມແມ່ນໃຊ້ເວລາ 3 ວັນນ, ນັບແຕ່ວັນທີ 29-31/01/2024,ຈີ່ງໄດ້ສຳເລັດ.

—————————

ຂ່າວ-ພາບ:ປັນຍາ ແກ້ວພິລົມ

ຖວທ ເມືອງສຸຂຸມາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments