Saturday, July 27, 2024
Homeຂ່າວພາຍໃນຕີລາຄາຄືນການເຄື່ອນໄຫວຂອງສະມາຄົມມິດຕະພາບລາວ- ສປປ ເກົາຫຼີ

ຕີລາຄາຄືນການເຄື່ອນໄຫວຂອງສະມາຄົມມິດຕະພາບລາວ- ສປປ ເກົາຫຼີ

…………………………………………………..

ໃນວັນທີ 1 ກຸມພາ 2024 ທີ່ ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງສະມາຄົມມິດຕະພາບລາວ-ສປປ ເກົາຫຼີປະຈຳປີ 2023 ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະ ຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບລາວ – ສປປ ເກົາຫຼີ ມີ ຮອງປະ ທ່ານເລຂາທິການ ແລະ ບັນດາຄະນະບໍລິຫານງານສະມາຄົມມິດຕະພາບລາວ-ສປປ ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນເພື່ອສະຫຼຸບຕີລາຄາການເຄື່ອນໄຫວຂອງສະມາຄົມມິດຕະ ພາບລາວ- ສປປ ເກົາຫຼີ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ ແລະ ມອບໃບກຽດຕິຄຸນໃຫ້ແກ່ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ໃຫ້ການສະໜັບສະໜູນງົບປະມານເຂົ້າໃນການເຄື່ອນໄຫວວຽກງານຂອງສະມາຄົມມິດຕະພາບລາວ-ສປປ ເກົາ ຫຼີ ພ້ອມທັງ ປຶກສາຫາລືບາງວຽກທີ່ຄົງຄ້າງ ເຊັ່ນ: ຮັບຮອງລະບຽບຄຸ້ມຄອງກອງທຶນຂອງສະມາຄົມ ຂະຫຍາຍສະມາຊິກສະມາຄົມ ແລະ ປຶກສາຫາລືຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຂອງວຽກງານສະມາຄົມໃນໄລຍະຜ່ານມາ ວຽກກະກຽມຈັດພິທີປາຖະກະຖາເນື່ອງໃນໂອກາດວັນເກີດຂອງປະທານ ກິມເຈິງອິນ ຄົບຮອບ 82 ປີ.

ໃນໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວມີຄຳເຫັນວ່າ: ສະແດງຄວາມຂອບໃຈຕໍ່ຄະນະບໍລິຫານງານສະມາຄົມມິດຕະພາບລາວ-ສປປ ເກົາຫຼີ ແລະ ບັນດາສະຫາຍທີ່ເຂົ້າຮ່ວມໃນທີ່ປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ການເຄື່ອນໄຫວຮອບດ້ານຕາມພາລະບົດບາດ ຂອບເຂດສິດ ແລະ ໜ້າທີ່ຂອງສະມາຄົມມິດຕະພາບລາວ-ສປປເກົາຫຼີ ອັນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ຂອງສະມາຄົມປະສົບຜົນ ສຳເລັດຢ່າງຈົບງາມ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຕົວຈິງໃນໄລຍະໃໝ່ ເຊິ່ງເປັນການປະກອບສ່ວນສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບຄູ່ຮ່ວມມືຕ່າງປະເທດ ກໍຄືສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີປະຈຳ ສປປ ລາວ ແລະ ສະມາຄົມມິດຕະພາບ ສປປ ເກົາຫຼີ-ລາວ.

ສະເພາະທິດທາງແຜນການໃນການເຄື່ອນໄຫວວຽກງານຂອງສະມາຄົມຂອງພວກເຮົາແມ່ນເຫັນວ່າໄດ້ປະກອບຄຳເຫັນຢ່າງສົມບູນຄົບ ພວກເຮົາຈະນຳເອົາແຜນວຽກທີ່ໄດ້ວາງໄວນີ້ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຢ່າງມີປະສິດທິຜົນສູງ ເຊິ່ງຂໍເນັ້ນບາງຈຸດຄື ໃຫ້ ບັນດາສະຫາຍໃນຄະນະບໍລິຫານງານສະມາ ຄົມ ຄົ້ນຄວ້າຊອກຫາບຸກຄົນທີ່ມີເງື່ອນໄຂເພື່ອເຂົ້າມາເປັນສະມາຊິກສະມາຄົມມິດ ຕະພາບລາວ – ສປປ ເກົາຫຼີ ເພີ່ມ ໃຫ້ ຫ້ອງການສະມາຄົມກະກຽມຮ່າງເນື້ອໃນບົດບັນທຶກຊ່ວຍຈຳການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງສະມາຄົມມິດຕະ ພາບລາວ- ສປປ ເກົາຫຼີ ແລະ ສະມາຄົມມິດຕະພາບ ສປປເກົາຫຼີ -ລາວ ແຕ່ປີ 2024-2028 ເພື່ອສືບຕໍ່ຈາກບົດບັນທຶກຊ່ວຍຈຳສະບັບ 2019-2023 ໃຫ້ຫ້ອງການສະມາຄົມກະກຽມເນື້ອໃນຮອບດ້ານ ແລະ ປະກາດໂຮງຮຽນມັດທະຍົມສົມບູນນາຄວາຍເປັນໂຮງຮຽນມິດຕະພາບລາວ-ສປປ ເກົາຫຼີ ແລະ ສະເໜີເປັນໂຮງຮຽນມິດ ຕະພາບ ກັບ ໂຮງຮຽນປະຖົມສົມບູນມິດຕະພາບ ສປປ ເກົາຫຼີ -ລາວ ແລະ ສືບຕໍ່ຊຸກຍູ້ເມືອງແຮກສ່ຽວ ລະຫວ່າງ ເມືອງບໍທອງກາງ ນະຄອນຫຼວງພຽງຢາງ ແລະ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕາມການສະເໜີຂອງຝ່າຍ ເກົາຫຼີ ໃນວັນທີ 19 ທັນວາ 2019 ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments