Friday, October 18, 2024
Homeຂ່າວການເມືອງໂຮມຊຸມນຸມລະດັບຊາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈັດຂຶ້ນຢ່າງຄຶກຄື້ນ ແລະ ສົມກຽດ

ໂຮມຊຸມນຸມລະດັບຊາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈັດຂຶ້ນຢ່າງຄຶກຄື້ນ ແລະ ສົມກຽດ

ພິທີໂຮມຊຸມນຸມລະດັບຊາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ຄື: ( ວັນທີ 20 ມັງກອນ 1949 ຫາ ວັນທີ 20 ມັງກອນ 2024 ) ຈັດຂຶ້ນຢ່າງຄຶກຄື້ນ ແລະ ສົມກຽດ ໃນວັນທີ 19 ມັງກອນ 2024 ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍເປັດກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານລັດຖະກອນບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ, ນະຄອນຫຼວງວຽງຈັນ, ພະນັກງານປະຕິວັດອາວຸໂສບໍານານ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍທະຫານ, ນາຍຕໍາຫຼວດ, ພີ່ນ້ອງມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ກ່ອນຈະເລີ່ມຕົ້ນພິທີທາງການ, ໄດ້ຮັບຊົມບົດມູນເຊື້ອຂອງກອງທັບປະຊາຊົນລາວ ແລະ ລາຍການສະແດງ ຈາກກອງສິລະປະກອນກອງທັບ ເຊິ່ງສະແດງເຖິງຜົນງານ ແລະ ມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນຕະຫຼອດ 75 ປີ ຜ່ານມາ.

ຈາກນັ້ນ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ອ່ານຄຳສັ່ງປະຈຳວັນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ໃນງານໂຮມຊຸມນຸມອັນມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ຕໍ່ພິທີ ບາງເນື້ອໃນສຳຄັນສະຫາຍກ່າວວ່າ: ວັນທີ 20 ມັງກອນ 1949 ແມ່ນມື້ທີ່ມີຄວາມໝາຍສຳຄັນໃນປະຫວັດສາດຂອງຊາດ ກໍຄືຂອງການປະຕິວັດລາວ, ເປັນມື້ປະກາດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ປະຊາຊາດໃນໂລກ ໄດ້ຮັບຮູ້ວ່າ ກຳລັງປະກອບອາວຸດຂອງຂະບວນລາວຮັກຊາດ ແລະ ການປະຕິວັດລາວ ໃນນາມ “ລາວອິດສະຫຼະ” ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍມີຊື່ວ່າ “ກອງລາດຊະວົງ” ເຊິ່ງເປັນຕົ້ນກຳເນີດຂອງກອງທັບປົດປ່ອຍປະຊາຊົນລາວ ກໍຄືກອງທັບປະຊາຊົນລາວ ໃນປັດຈຸບັນ.

ການກຳເນີດກຳລັງປະກອບອາວຸດເຮົາ, ກ່ອນໜ້ານີ້ 75 ປີ ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດລາວຍຸກໃໝ່, ທັງເປັນບາດລ້ຽວທີ່ມີຄວາມໝາຍຄວາມສຳຄັນ ສຳລັບການເຕີບໃຫຍ່ເຂັ້ມແຂງ ແລະ ຕັດສິນໄຊຊະນະຂອງຂະບວນການປະຕິວັດ ຢູຸ່ປະເທດເຮົາ, ໃຕ້ການນຳພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ, ເລີ່ມຈາກສອງຝາມືເປົ່າ, ກຳລັງພົນບໍ່ຫຼາຍ, ການປະກອບອາວຸດຍຸດໂທປະກອນ ຍັງປະຖົມປະຖານ ແລະ ໃຊ້ຮູບການເຄື່ອນໄຫວແບບກອງໂຄສະນາປະກອບອາວຸດ, ໃນເວລາສັ້ນໆ ກອງທັບເຮົາ ກໍໄດ້ຮັບການສະໜັບສະໜູນຈາກມະຫາຊົນ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງໄວວາ ໄປພ້ອມໆກັບການເຕີບໃຫຍ່ຂະຫຍາຍຕົວ ຂອງຂະບວນການຕໍ່ສູ້ ຂອງປະຊາຊົນເຮົາ, ກອງທັບເຮົາ ໄດ້ເປັນກອງກຳລັງຫຼັກແຫຼ່ງແກ່ນສານ ຂອງກຳລັງການເມືອງປະຕິວັດ, ເປັນກອງກຳລັງທີ່ມີອຸດົມການ, ມີມານະຈິດປະຕິວັດອັນເດັດດ່ຽວ ແລະ ມີເປົ້າໝາຍສູ້ຮົບທີ່ຈະແຈ້ງ, ຍາມໃດກໍຕິດແທດກັບຮາກຖານປະຊາຊົນ, ຍຶດໝັ້ນ ແລະ ເສີມຂະຫຍາຍທາດແທ້ປະຊາຊົນທັງເຮັດໜ້າທີ່ຕີສັດຕູ ທັງໂຄສະນາປຸກລະດົມຂົນຂວາຍປະຊາຊົນ ກໍ່ສ້າງຮາກຖານການເມືອງ, ເປີດກວ້າງຖານທີ່ໝັ້ນ ຂອງການປະຕິວັດ, ທັງຊ່ວຍເຫຼືອປະຊາຊົນ ແລະ ຮູ້ເສີມຂະຫຍາຍກຳລັງແຮງ-ຍາດແຍ່ງ ເອົາການສະໜັບສະໜູນອູ້ມຊູຈາກປະຊາຊົນ, ທັງເພີ່ມພູນຜະລິດຜົນ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຈາກນັ້ນ ຈຶ່ງໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ເຕີບໃຫຍ່, ເຂັ້ມແຂງຂຶ້ນ ທາງດ້ານຈຳນວນ ແລະ ຄຸນນະພາບ, ກາຍເປັນກອງທັບທີ່ມີຫຼາຍກົມກອງເຫຼົ່າຮົບ ທີ່ມີຄວາມສາມາດ ແລະ ມີຄວາມຊຳນິຊຳນານ ໃນສິນລະປະຍຸດ-ຍຸດທະວິທີ ແລະ ການນໍາໃຊ້ອາວຸດນາໆຊະນິດ, ຍິ່ງຕີກໍຍິ່ງໄດ້ໄຊຊະນະ, ຍິ່ງຕີກໍຍິ່ງເຕີບໃຫຍ່, ຍິ່ງຕີກໍຍິ່ງເຂັ້ມແຂງ-ອົງອາດກ້າແກ່ນຂຶ້ນຢ່າງບໍ່ຍຸດຢັ້ງ.

ຜ່ານໄລຍະ 75 ປີ ແຫ່ງພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ໂດຍໄດ້ຮັບການລ້ຽງດູອູ້ມຊູ ແລະ ເບິ່ງແຍງຂອງ ປະຊາຊົນ, ກອງທັບປະຊາຊົນລາວ ໄດ້ສືບທອດມູນເຊື້ອພິລະອາດຫານທົນທານ ໜຽວແໜ້ນ ແລະ ເດັດດ່ຽວບໍ່ຍອມຈຳນົນຂອງຊາດລາວເຮົາ, ພະນັກງານ-ນັກຮົບກອງທັບປະຊາຊົນລາວ ແຕ່ລະລຸ້ນລ້ວນແຕ່ໄດ້ຜ່ານຜ່າອຸປະສັກ-ຫຍຸ້ງຍາກນາໆປະການ, ໄດ້ຊຸບຫຼ່ໍຢູ່ໃນແປວໄຟສົງຄາມປະຕິວັດ ໄດ້ເຮັດສຳເລັດໜ້າທີ່ພາລະກຳປະຫວັດສາດອັນລ້ຳເລີດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ສ້າງໜ້າປະຫວັດສາດ ຍຸກສະໄໝ ແລະ ມູນເຊື້ອວິລະຊົນຂອງຊາດລາວ ວິລະຊົນຢ່າງສະຫງ່າງາມ.

ຂ່າວ: ຄຳໄໝ່ ສັງທອງເພັດ

ພາບ: ນາງ ນົກ+ເຊໂປນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments