Friday, October 18, 2024
Homeຂ່າວຕ່າງປະເທດອູແກຣນ ໃຫ້ສັດຕະຍາບັນບັນດາຮ່າງກົດໝາຍສຳຄັນເຂົ້າເປັນສະມາຊິກ ອີຢູ

ອູແກຣນ ໃຫ້ສັດຕະຍາບັນບັນດາຮ່າງກົດໝາຍສຳຄັນເຂົ້າເປັນສະມາຊິກ ອີຢູ

ວິທະຍຸສາກົນຫວຽດນາມ ເມື່ອບໍ່ດົນມານີ້ ສະພາແຫ່ງຊາດ ອູແກຣນ ໄດ້ໃຫ້ສັດຕະຍາບັນ ຮ່າງກົດໝາຍທີ່ຈຳເປັນ 3 ສະບັບ ເພື່ອສືບຕໍ່ການເຈລະຈາເຂົ້າເປັນສະມາຊິກສະຫະພາບເອີລົບ (ອີຢູ) ຫລັງຈາກຮ່າງກົດໝາຍອື່ນອີກ 2 ສະບັບ ໄດ້ຮັບການ ຮັບຮອງເອົາມີສ່ວນກ່ຽວຂ້ອງເຖິງການເພີ່ມຈຳນວນລັດຖະກອນ ໃນກົມຕ້ານການສໍ້ລາດບັງຫລວງແຫ່ງຊາດ ແລະ ມອບສິດຕື່ມໃຫ້ອົງການປ້ອງກັນຕ້ານການສໍ້ລາດບັງຫລວງແຫ່ງຊາດ ກ່ຽວກັບການກວດກາຊັບສົມບັດ. ກ່ອນໜ້ານີ້ສະພາແຫ່ງຊາດອູແກຣນ ກໍ່ໄດ້ຮັບຮອງເອົາ ຮ່າງກົດໝາຍ ກ່ຽວກັບ ການຫາສຽງ ເລືອກຕັ້ງ ຊື່ງແມ່ນ ຄວາມຮຽກຮ້ອງ ທີ 4 ໃນວິວັດການເຂົ້າເປັນສະມາຊິກອີຢູ. ຂະນະທີ່ການນຳ 27 ປະເທດສະມາຊິກອີຢູ ຈະຕັດສິນເລື່ອງຍອມຮັບຂໍ້ສະເໜີຂອງຄະນະກຳມະການ ເອີລົບ (EC ) ກ່ຽວກັບການເຊື້ອເຊີນອູແກຣນ ເຂົ້າຮ່ວມການເຈລະຈາດ້ວຍຖານະເປັນສະມາຊິກ ຫລື ບໍ່. EC ຕີລາຄາອູແກຣນໄດ້ສຳເລັດ 90% ບັນດາການປະຕິຮູບ ຕາມຄວາມຮຽກຮ້ອງຕ້ອງການ ຂອງອີຢູແລ້ວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments