Saturday, July 27, 2024
Homeຂ່າວຕ່າງປະເທດອິນເດຍ ໂຈະການສົ່ງອອກຫອມຫົວໃຫຍ່ ຈົນຮອດເດືອນມີນາປີໜ້າ

ອິນເດຍ ໂຈະການສົ່ງອອກຫອມຫົວໃຫຍ່ ຈົນຮອດເດືອນມີນາປີໜ້າ

ຕາມຂ່າວຈາກ ນະຄອນຫລວງ ນີວແດນລີ, ກະຊວງ ການຄ້າ ອິນເດຍ ສັ່ງໂຈະ ການສົ່ງອອກ ຫອມຫົວໃຫຍ່ ແຕ່ນີ້ຮອດ ວັນທີ 31ມີນາ ປີ2024 ຫລັງການປັບຂຶ້ນ ອັດຕາ ພາສີ ການສົ່ງອອກ ຫອມຫົວໃຫຍ່ ເປັນ 40% ໃນທ້າຍເດືອນສິງຫາ ທີ່ຜ່ານມາໂດຍມີຜົນຈົນຮອດ ວັນທີ31 ທັນວາປີນີ້ ເພື່ອຮັກສາສະຖຽນລະພາບ ຂອງຕະຫລາດອາຫານ ພາຍໃນປະເທດ ເນື່ອງຈາກຕອນນີ້ຫອມຫົວໃຫຍ່ ໃນອິນເດຍມີລາຄາແພງ.

ຂະນະທີ່ອິນເດຍ ເປັນຜູ້ສົ່ງອອກຫອມຫົວໃຫຍ່ແຖວໜ້າຂອງໂລກ. ດັ່ງນັ້ນອາດສົ່ງຜົນໃຫ້ເກີດການຂາດແຄນຫອມຫົວໃຫຍ່ໃນຕະຫລາດໂລກ ແລະ ລາຄາອາດປັບຕົວສູງຂຶ້ນເຊັ່ນກັນ.(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments