Friday, October 18, 2024
Homeຂ່າວພາຍໃນສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ນຳເອົາກະຖິນພະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະອານາຈັກໄທ ໄປທອດຖວາຍ ຢູ່ ແຂວງຫຼວງນໍ້າທາ

ສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ນຳເອົາກະຖິນພະຣາຊະທານຂອງເຈົ້າຊີວິດແຫ່ງຣາຊະອານາຈັກໄທ ໄປທອດຖວາຍ ຢູ່ ແຂວງຫຼວງນໍ້າທາ

ວັນທີ 12 ພະຈິກ 2023, ສະມາຄົມ ລາວ-ໄທ ເພື່ອມິດຕະພາບ ແລະ ສະມາຄົມ ໄທ-ລາວ ເພື່ອມິດຕະພາບ ໄດ້ນຳກອງກະຖິນພະຣາຊະທານ ຂອງເຈົ້າຊີວິິດແຫ່ງຣາຊະອານາຈັກໄທ ໄປທອດຖວາຍ ຢູ່ວັດສາມັກຄີໄຊ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ. ໃຫ້ກຽດຮັບກອງກະຖິນໂດຍ ພຣະອາຈານ ບຸນທຳ ບຸນວົງ, ປະທານອົງການພຸດທະສາສະໜາສຳພັນລາວ, ແຂວງຫຼວງນໍ້າທາ, ເຈົ້າອະທິການວັດສາມັກຄີໄຊ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນເຈົ້າແຂວງຫຼວງນໍ້າທາ, ພ້ອມນັ້ນ ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ, ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັັັັັັັັັັັັັັັັັັັັັັັັັັັັັັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາການນໍາບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຈາກສູນກາງ ແລະ ອ້ອມຂ້າງແຂວງຫຼວງນໍ້າທາ ເຂົ້າຮ່ວມ. ສ່ວນຝ່າຍໄທນຳໂດຍ ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ, ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ຊົມລົມໄທພວນ ແລະ ຊົມລົມລາວວຽງ ແຫ່ງຣາຊະອານາຈັກໄທ. ນອກນັ້ນ, ຍັງມີພໍ່ແມ່ປະຊາຊົນຜູ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາທັງລາວ ແລະ ໄທ ເຂົ້າຮ່ວມເປັນເຈົ້າສັດທາເປັນຈໍານວນຫຼວງຫຼາຍ.

ການທອດຖວາຍກະຖິນ ແມ່ນກິດຈະກຳປະຈໍາປີ ຂອງສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໄດ້ປະຕິບັດຮ່ວມກັນເປັນປົກກະຕິ ເພື່ອສົ່ງເສີມ ແລະ ອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງ ປະຊາຊົນ ລາວ ແລະ ໄທ. ສອງສະມາຄົມ ລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ ໄດ້ຈັດກິດຈະກໍາທອດກະຖິນພະຣາຊະທານ ຜ່ານມາ ຈຳນວນ 24 ຄັ້ງ (ຣາຊະການທີ IX ຈຳນວນ 20 ຄັ້ງ ແລະ X ຈໍານວນ 04 ຄັ້ງ). ພາຍໃນພິທີທອດຖວາຍກະຖິນ ຍັງມີກິດຈະກໍາປິ່ນອ້ອມເຊັ່ນ: ງານຕະຫຼາດນັດ, ສອນເຕັກນິກການເຕະບານ, ສະແດງສິລະປະຂອງລາວ ແລະ ໄທ, ມອບຜ້າຫົ່ມ 500 ຜືນ, ໝອນ 550 ໜ່ວຍ, ເສື້ອກັນໜາວ 250 ຜືນ, ໝາກບານ 48 ໜ່ວຍ ແລະ ອື່ນໆ. ກິດຈະກໍາການຖວາຍກະຖິນຄັ້ງນີ້ ນອກຈາກເປັນການສົ່ງເສີມວັດທະນະທໍາ, ຮີດຄອງປະເພນີ ຍັງເປັນການຊຸກຍູ້ການໄປມາຫາສູ່ເຊິ່ງກັນແລະກັນ ຂອງປະຊາຊົນລາວ ແລະ ໄທ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ. ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍການຮ່ວມມືໃນຖານະເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ລາວ-ໄທ ໃຫ້ຈະເລີນກ້າວໜ້າຍິ່ງໆຂື້ນ.

ແຫຼ່ງ​ຂ່າວ: ຄ​ຕ​ພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments