Saturday, July 27, 2024
Homeຂ່າວໜ້າໜຶ່ງສະເຫຼີມສະຫຼອງ 50 ປີຂອງການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ

ສະເຫຼີມສະຫຼອງ 50 ປີຂອງການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ

ໃນຕອນເຊົ້າຂອງວັນທີ 14 ພະຈິກ 2023ກະຊວງສາທາລະນະສຸກ ແລະ ອົງການ ຢູນິເຊັບ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 50 ປີ ຂອງການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ຢູນິເຊັບ ຂຶ້ນທີ່ ໂຮງໝໍມະໂຫສົດ, ນະຄອນຫຼວງວຽງຈັນ ໂດຍເນັ້ນໜັກໃສ່ ການປັບປຸງສຸຂະພາບແມ່  ແລະ ເດັກ ຜ່ານການສົ່ງເສີມໂພຊະນາການທີ່ດີ. ງານສະເຫຼີມສະຫຼອງ ໃນຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ​ລັດຖະມົນຕີ​ ກະຊວງ​ສາທາລະນະ​ສຸກ  ແລະ ທ່ານ ນາງ ດຣ. ເປຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າຈາກ ອົງການ ຢູນິເຊັບ ປະຈຳ ສປປ ລາວ.

ນອກນັ້ນ, ຍັງມີຄູ່ຮ່ວມພັດທະນາ ຈາກ ສະຫະພາບເອີຣົບ, ອົງການ USAID, ລັດຖະບານ ການາດາ, ລັດຖະບານ ຝຣັ່ງ, ລັດຖະບານ ລຸກຊໍາບວກ, ອົງການ ອາຫານໂລກ, ອົງການ ອະນາໄມໂລກ ແລະ ຕົວແທນຈາກ ອົງການຈັດຕັ້ງທາງສັງຄົມ ກໍໄດ້ເຂົ້າຮ່ວມງານດັ່ງກ່າວ ຢ່າງພ້ອມພຽງ ເພື່ອຮັບຊາບຜົນສຳເລັດ ຂອງການຮ່ວມມື ໃນໄລຍະຜ່ານມາ ແລະ ສະເຫຼີມສະຫຼອງຜົນໄດ້ຮັບຈາກຄວາມພະຍາຍາມຮ່ວມກັບ ອົງການ ຢູນິເຊັບ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂບັນຫາການຂາດສານອາຫານ ແລະ ວຽກງານປັບປຸງໂພຊະນາການຂອງແມ່ ແລະ ເດັກ. ງານດັ່ງກ່າວຍັງສະທ້ອນໃຫ້ເຫັນເຖິງ ຄວາມຄືບໜ້າອັນສຳຄັນໃນຂົງເຂດວຽກງານນີ້ ນັບຕັ້ງແຕ່ ອົງການ ຢູນິເຊັບ ໄດ້ເລີ່ມເຮັດວຽກໃນ ສປປ ລາວ ທຳອິດໃນປີ 1973.

ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ກ່າວວ່າ: “ຕະຫຼອດ 5 ທົດສະວັດທີ່ຜ່ານມາ ກະຊວງສາທາລະນະສຸກ ແລະ ອົງການ ຢູນີເຊັບ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ຄຽງຄູ່ກັບຄູ່ຮ່ວມພັດທະນາຕ່າງໆ ເພື່ອປັບປຸງສະພາບ ແລະ ໂພຊະນາການຂອງເດັກນ້ອຍ ແລະ ຊຸມຊົນທົ່ວປະເທດ ຢ່າງບໍ່ຮູ້ອິດເມື່ອຍ.” “ໃນມື້ນີ້ ພວກເຮົາໄດ້ເປັນພະຍານເຖິງບົດບາດອັນສໍາຄັນຂອງບັນດາທ່ານໝໍ ແລະ ພະຍາບານ, ເຊັ່ນດຽວກັນກັບບັນດາພໍ່ແມ່ ແລະ ຜູ້ປົກຄອງ, ໃນການຮັບປະກັນວ່າ ເດັກນ້ອຍສາມາດເຂົ້າເຖິງການບໍລິການດ້ານໂພຊະນາການທີ່ມີຄຸນນະພາບ ເພື່ອປ້ອງກັນ ແລະ ປິ່ນປົວການຂາດສານອາຫານ, ແລະ ຄວາມສໍາຄັນຂອງການສະໜັບສະໜູນ ແລະ ໃຫ້ຄວາມຮູ້ແກ່ຊຸມຊົນຂອງພວກເຮົາ ກ່ຽວກັບໂພຊະນາການ ເພື່ອສົ່ງເສີມການ​ເຕີບ​ໂຕ ​ແລະ ພັດທະນາ​ຂອງ​ເດັກນ້ອຍ, ຊຸມ​ຊົນ ​ແລະ ປະ​ເທດ​ຊາດ​ຢ່າງ​ກວ້າງຂວາງ.”

ໃນປີ 1973, ເຊິ່ງເປັນປີທີ່ ອົງການ ຢູນິເຊັບ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານໃນ ສປປ ລາວ, ເດັກນ້ອຍປະມານ 80-85% ໃນປະເທດ ແມ່ນຖືກປະ​ເມີນວ່າຂາດສານອາຫານ ແລະ ມີນໍ້າໜັກທີ່່ຕໍ່າກ່ວາມາດຕະຖານ ເມື່ອທຽບກັບຄວາມສູງຂອງພວກເຂົາ, ແຕ່ຍອນການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການຕ່າງໆຈົນມາຮອດປັດຈຸບັນ, ເຫັນໄດ້ວ່າ ອັດຕາການຂາດສານອາຫານໃນເດັກໄດ້ຫຼຸດລົງຢ່າງຫຼວງຫຼາຍ ແຕ່ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍດ້ານໂພຊະນາການອື່ນໆກໍ່ຍັງຄົງມີຢູ່.

ທ່ານ ນາງ ດຣ. ເປຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າຈາກ ອົງການ ຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ຕະຫຼອດໄລຍະ 50 ປີທີ່ຜ່ານມານີ້, ພວກເຮົາໄດ້ປະສົບຜົນສໍາເລັດກ່ຽວກັບໂພຊະນາການເດັກ ຫຼາຍດ້ານ  ແລະ ແນ່ນອນວ່າຜົນສຳເລັດດັ່ງກ່າວ ແມ່ນບໍ່ສາມາດບັນລຸໄດ້ ຖ້າປາສະຈາກການຮ່ວມມືອັນກວ້າງຂວາງ ລະຫວ່າງ ອົງການ ຢູນິເຊັບ ແລະ ລັດຖະບານ ແຫ່ງ ສປປ ລາວ ລວມທັງ ບັນດາຄູ່ຮ່ວມພັດທະນາ, ບັນດາແພດໝໍ ແລະ ພະຍາບານທີ່ຢູ່ແຖວໜ້າ.”

ນາງ ດຣ. ເປຍ ເຣເບລໂລ ບຣິດໂຕ ຍັງໄດ້ກ່າວອີກວ່າ: “ ຈາກຜົນສໍາເລັດ ໃນໄລຍະຜ່ານມານັ້ນ,   ພວກເຮົາກໍ່ຕ້ອງໄດ້ເອົາໃຈໃສ່ຕໍ່ກັບສິ່ງທ້າທາຍ ທີ່ກຳລັງປະເຊີນໃນປັດຈຸບັນເຊັ່ນກັນ. ພວກເຮົາໄດ້ເດີນທາງມາຮອດຈຸດສຳຄັນ ແລະ ເຖິງເວລາແລ້ວທີ່ຈະຕ້ອງເພີ່ມຄວາມພະຍາຍາມ ແລະ ການລົງທຶນໃສ່ວຽກງານໂພຊະນາການ – ເພື່່ອປູເສັ້ນທາງໄປສູ່ໂພຊະນາການທີ່ດີກ່ວາເກົ່າ ສໍາລັບອະນາຄົດອັນສົດໃສຂອງເດັກນ້ອຍທຸກຄົນ ໃນ ສປປ ລາວ ແລະ ເພື່ອພັດທະນາຊັບພະຍາກອນມະນຸດອັນລໍ້າຄ່າຂອງ ສປປ ລາວ.”

ໃນໂອກາດນີ້, ບັນດາຕົວແທນຈາກຄູ່ຮ່ວມພັດທະນາຕ່າງໆ ໄດ້ລົງສັງເກດ ການໃຫ້ບໍລິການດ້ານໂພຊະນາການຕົວຈິງໃນ ໂຮງໝໍມະໂຫສົດ, ລວມທັງ ການໃຫ້ຄໍາປຶກສາການລ້ຽງລູກດ້ວຍນົມແມ່ໂດຍຜູ້ຊ່ຽວຊານ, ການວັດແທກຄວາມສູງ ແລະ ນ້ໍາໜັກຂອງເດັກນ້ອຍ, ການສະໜອງ ວິຕາມິນ A ເສີມແກ່ເດັກ,  ແລະ ຍັງໄດ້ຢ້ຽມຢາມຫ້ອງປິ່ນປົວເດັກນ້ອຍ ໃນກໍລະນີການຂາດສານອາຫານແບບຮ້າຍແຮງອີກດ້ວຍ.

ໃນງານສະເຫຼີມສະຫຼອງດັ່ງກ່າວ, ທາງອົງການ ຢູນິເຊັບ ຍັງໄດ້ມອບເຄື່ອງທີ່ລະນຶກໃຫ້ແກ່ ກະຊວງສາທາລະນະສຸກ, ແພດໝໍ ຂອງໂຮງໝໍມະໂຫສົດ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອເປັນການສະແດງຄວາມຂອບໃຈ ສຳລັບການຮ່ວມມືໃນຂົງເຂດວຽກງານໂພຊະນາການຕະຫຼອດຫຼາຍໆປີທີ່ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments