Saturday, July 27, 2024
Homeຂ່າວດ່ວນບົດຖະແຫຼງຂ່າວກ່ຽວກັບການອອກໜັງສືຜ່ານແດນ.

ບົດຖະແຫຼງຂ່າວກ່ຽວກັບການອອກໜັງສືຜ່ານແດນ.

ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່, ປະຊາຊົນ, ພະນັກ ງານ, ທະຫານ, ຕຳຫຼວດ, ຊາບວ່າ: ໃນໄລຍະຜ່ານມາ, ຄວາມຮຽກຮ້ອງຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ແມ່ນມີຈໍານວນຫຼວງຫຼາຍ ເຊິ່ງເປັນປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນໃນໄລຍະຜ່ານມາໃຊ້ເວລາດົນ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໄດ້. ການສຳພາດເກັບກຳຂໍ້ມູນໃນສະພາບປົກກະຕິຢູ່ກົມກົງສຸນ ສາມາດພິຈາລະ ນາຮັບໄດ້ແຕ່ 300ຄົນ/ມື້; ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ກົມກົງສຸນ ໄດ້ລະດົມພະນັກງານສືບຕໍ່ປະຕິບັດໜ້າທີ່ເກີນໂມງລັດຖະການ, ແຕ່ລະມື້ຕອນເຊົ້າພະນັກງານກົມກົງສຸນຕ້ອງໄດ້ຊັບປ່ຽນກັນມາກ່ອນໂມງລັດຖະການ ແຕ່ 7:00 ໂມງເຊົ້າ ແລະ ຕອນແລງຕ້ອງສືບຕໍ່ເຮັດວຽກນອກໂມງການ ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນໃຫ້ໄດ້ຫຼາຍກວ່າ 500 ຄົນ/ມື້, ໂດຍລວມ 06 ສູນຮັບຄຳຮ້ອງທົ່ວປະເທດ ຈະມີຈຳນວນ 1,700-1,800 ຄົນ/ມື້. ເຖິງແມ່ນວ່າ, ຈະຮັບສຳພາດໄດ້ເປັນຈຳນວນຫຼວງຫຼາຍ ແຕ່ການດຳເນີນການພິມອອກໜັງສືຜ່ານແດນຂອງ ກົມກົງສຸນ ປົກກະຕິແມ່ນຈະໄດ້ພຽງແຕ່ 800-900 ເຫຼັ້ມ/ມື້ ເນື່ອງຈາກເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນມີຈຳນວນຈຳກັດ ແລະ ມີການເປ່ເພ. ຕໍ່ກັບບັນຫາດັ່ງກ່າວ, ກົມກົງສຸນຕ້ອງຂໍອະໄພຢ່າງສູງຕໍ່ກັບຄວາມບໍ່ສະດວກດັ່ງກ່າວມາໃນທີ່ນີ້ດ້ວຍ.

ພາຍຫຼັງທີ່ໄດ້ຮັບທິດຊີ້ນຳຈາກຄະນະລັດຖະບານ ກໍ່ຄືການນຳຂອງກະຊວງການຕ່າງປະ ເທດ ໃຫ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ສຳເລັດໂດຍໄວ. ກົມກົງສຸນ ໄດ້ເລັ່ງໃຫ້ມີການສ້ອມ ແປງເຄື່ອງພິມໃຫ້ສຳເລັດ ແລະ ໂດຍຕອບສະໜອງດ້ານງົບປະມານຈາກກະຊວງການເງິນ ຈຶ່ງໄດ້ຈັດຊື້ອຸປະກອນເຄື່ອງພິມເພີ່ມຕື່ມອີກຈຳນວນ 10 ເຄື່ອງ. ປະຈຸບັນ, ກົມກົງສຸນ ສາມາດດຳເນີນການອອກໜັງສືຜ່ານແດນ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ແລະ ແກ້ໄຂບັນຫາໜັງສືຜ່ານແດນທີ່ຕົກຄ້າງຢູ່ກົມກົງສຸນ ແລະ ສູນຮັບຄຳຮ້ອງຂໍໜັງສືຜ່ານແດນແຂວງ ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ໄຊຍະບູລີ ແລະ ຊຽງຂວາງ ໄດ້ສຳເລັດທັນຕາມກຳນົດທີ່ນັດໝາຍ 100%. ສ່ວນການແກ້ໄຂການອອກໜັງສືຜ່ານແດນຂອງສູນຮັບຄຳຮ້ອງຂໍໜັງສືຜ່ານແດນແຂວງອຸດົມໄຊ ແມ່ນສາມາດປະຕິບັດໄດ້ແລ້ວ 98%, ຍ້ອນບັນຫາດ້ານການຂົນສົ່ງ (ສະພາບດິນຟ້າ ແລະ ເສັ້ນທາງທີ່ຫຍຸ້ງຍາກ) ຈຶ່ງເຮັດໃຫ້ມີຄວາມລ່າຊ້າ ແລະ ຮັບໜັງສືຜ່ານແດນບໍ່ໄດ້ຕາມກຳນົດນັດໝາຍ (ຫຼຸດລື່ນກັນ 1-2 ວັນ) ແລະ ອີກສາເຫດໜຶ່ງທີ່ເຮັດໃຫ້ການອອກໜັງສືຜ່ານແດນມີຄວາມລ່າຊ້າ ແມ່ນເນື່ອງຈາກການແກ້ໄຂເອກະສານແຈ້ງເສຍຫາຍ ທີ່ມີຈຳນວນຫຼາຍ ຊຶ່ງຕ້ອງໄດ້ດຳເນີນໄປຕາມຂັ້ນຕອນລະບຽບການ, ເຖິງຢ່າງໃດກໍ່ຕາມ ກົມກົງສຸນຈະພະຍາຍາມເລັ່ງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ 100% ໃນໄລຍະອັນໃກ້ນີ້.

ກົມກົງສຸນຂໍແຈ້ງມາຍັງພໍ່ແມ່ປະຊາຊົນຊາບຕື່ມວ່າ ຖ້າຫາກທ່ານໃດເຂົ້າມາແລ່ນຂໍນຳໃຊ້ໜັງສືຜ່ານແດນຢູ່ກົມກົງສຸນ ຫລື ສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ ຢູ່ 06 ແຂວງຂ້າງເທິງ ຫາກບໍ່ໄດ້ຮັບໜັງສືຜ່ານແດນຕາມວັນກຳນົດນັດໝາຍ ແມ່ນໃຫ້ເຂົ້າມາພົວພັນນຳພະນັກງານທີ່ກ່ຽວ ຂ້ອງຂອງກົມກົງສຸນ, ສຳລັບຢູ່ສູນຮັບຄໍາຮ້ອງ ແມ່ນໃຫ້ເຂົ້າໄປພົວພັນກັບຫົວໜ້າ ຫລື ພະນັກງານຂອງສູນຮັບຄຳຮ້ອງ ເພື່ອຕິດຕາມ ແລະ ພິຈາລະນາແກ້ໄຂ ໄປຕາມທາງຄວນ.

ໃນໂອກາດນີ້, ກົມກົງສຸນ ຂໍອະໄພໃນຄວາມບໍ່ສະດວກຕໍ່ກັບການໃຫ້ບໍລິການ ໃນການດຳເນີນການອອກໜັງສືຜ່ານແດນໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ ແລະ ຕຳຫຼວດ ບໍ່ໄດ້ທັນຕາມກຳນົດນັດໝາຍໃນໄລຍະຜ່ານມາ ແລະ ຂໍສະແດງຄວາມຂອບໃຈ ມາຍັງທຸກທ່ານທີ່ໃຫ້ ການຮ່ວມມື ແລະ ສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານ ກໍ່ຄືການນຳຂອງກະຊວງການຕ່າງ ປະເທດ ທີ່ໄດ້ໃກ້ຊິດຕິດແທດ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂບັນຫາໃຫ້ສຳເລັດໄປໄດ້ດ້ວຍດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments