ໃນວັນທີ 5 ມັງກອນ 2026 ນີ້, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ XI ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາສະຫາຍຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ແລະ ຖືເປັນກອງປະຊຸມສູນກາງຄັ້ງສຸດທ້າຍ ໃນສະໄໝທີ XI ເພື່ອຮັບຟັງການລາຍງານ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ການກະກຽມຄວາມພ້ອມຮອບດ້ານເພື່ອກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຊຶ່ງຈະຈັດຂຶ້ນໃນໄລຍະວັນທີ 6-8 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ.

ໃນກອງປະຊຸມ ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາວ່າ: ຜ່ານການຫ້າງຫາກະ ກຽມວຽກງານຕ່າງໆ ທີ່ອະນຸກໍາມະການກ່ຽວຂ້ອງ ໄດ້ດຳເນີນການມາຢ່າງເປັນລະບົບ ແລະ ເປັນຂະ ບວນກວ້າງຂວາງຢ່າງຕໍ່ເນື່ອງ, ມາຮອດເວລານີ້ ຖືໄດ້ວ່າມີຄວາມພ້ອມທີ່ສຸດແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ດຳເນີນພາຍໃຕ້ຄຳຂັວນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູ ລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”, ຊຶ່ງຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກພັກທົ່ວປະເທດ ຈຳນວນ 421.865 ສະຫາຍ, ຖືເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວສໍາຄັນໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ເປັນບັ້ນສະຫລຸບຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ ເພື່ອບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການກະກຽມຢ່າງເປັນລະບົບຄົບຊຸດໃນໄລຍະຜ່ານມາ, ຊຶ່ງເປັນຂະບວນການກະກຽມຢ່າງກວ້າງຂວາງຟົດຟື້ນ ຂອງກຳລັງມະຫາສາມັກຄີທົ່ວປວງຊົນ, ພ້ອມທັງເປັນການສະແດງໃຫ້ເຫັນເຖິງຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ໄດ້ຢ່າງຮອບດ້ານ ເພື່ອປະກອບ ສ່ວນ ແລະ ສ້າງພື້ນຖານທີ່ໜັກແໜ້ນ ກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດ ໝາຍທີ່ວ່າງໄວ້.