Home ຂ່າວພາຍໃນ ກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIV ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIV ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

0

ກອງປະຊຸມສາມັນປະຈຳປີ ຄັ້ງທີ XXXIV ລະຫວ່າງ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຈັດຂຶ້ນໃນວັນທີ 27 ທັນວາ 2025 ຢູ່ນະຄອນຫລວງວຽງຈັນ, ສປປ ລາວ ຄະນະຜູ້ແທນຝ່າຍລາວນຳໂດຍ ສະ ຫາຍ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວ້ຽນ ມິງ ວູ່ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ, ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ປະທານຄະນະກຳມະການປົກຄອງແຂວງຊາຍແດນຂອງສອງປະເທດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2016 ແລະ ການຈັດຕັ້ງຜັນຂະຫຍາຍປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມສາມັນ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXXIII ຊຶ່ງໄດ້ຈັດຂຶ້ນ ທີ່ນະຄອນນິງບິງ, ສສ ຫວຽດນາມ ໃນປີຜ່ານມາ.

ສອງຝ່າຍໄດ້ພ້ອມກັນປຶກສາຫາລື, ສັງເກດຕີລາຄາຄືນ ແລະ ເຫັນດີເປັນເອກະພາບຕໍ່ຜົນສໍາເລັດໃນການປະ ຕິບັດໜ້າທີ່ວຽກງານຊາຍແດນໃນໄລຍະສອງປີຜ່ານມາ ຂອງບັນດາເຈົ້າໜ້າທີ່ຊາຍແດນຂອງສູງກາງ ແລະ ທ້ອງຖິ່ນ, ທີ່ໄດ້ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ;ໄດ້ເປັນເຈົ້າການຫ້າວຫັນ ປະກອບສ່ວນຢ່າງແຂງແຮງ ແລະ ສໍາຄັນເຂົ້າໃນວຽກງານຄຸ້ມຄອງຊາຍແດນ, ຮັບປະກັນຄວາມໝັ້ນຄົງ, ຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງສອງປະເທດ ຊຶ່ງໄດ້ເປັນການປະ ກອບສ່ວນອັນໃຫຍ່ຫລວງເຂົ້າໃນການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ບົນພື້ນຖານຈິດໃຈ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມາຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເພື່ອສ້າງໃຫ້ບໍລິເວນຊາຍແດນຂອງ ລາວ-ຫວຽດນາມ ເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.

ພ້ອມກັນນີ້, ສອງຝ່າຍຍັງໄດ້ເປັນເອກະພາບກັນ ໃນການວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າເພື່ອປະຕິບັດວຽກງານຊາຍແດນໃຫ້ມີປະສິດທິພາບເພີ່ມຂຶ້ນເລື້ອຍໆ ໂດຍມອບໃຫ້ເຈົ້າໜ້າທີ່ຊາຍແດນຂັ້ນສູນກາງ ແລະ ທ້ອງຖິ່ນທັງສອງປະເທດ ສືບຕໍ່ເອົາໃຈໃສ່ໃນການກວດກາລາດຕະເວນຮ່ວມກັນ ຢູ່ສອງຟາກຊາຍແດນຢ່າງເປັນປະ ຈຳ, ຍົກສູງວຽກງານການຄຸ້ມຄອງຊາຍແດນ, ຫລັກໝາຍຊາຍແດນ ແລະ ດ່ານຊາຍແດນ; ປັບປຸງປົວແປງຫລັກ ໝາຍທີ່ຖືກເປ່ເພຍ້ອນໄພທຳມະຊາດທຳລາຍເຊາະເຈື່ອນ ແລະ ຍ້ອນກຸ່ມຄົນທີ່ບໍ່ຫວັງດີທຳລາຍມ້າງເພ ລະຫວ່າງ ສອງປະເທດ. ພ້ອມກັນນັ້ນ, ເພີ່ມທະວີເອົາໃຈໃສ່ວຽກງານການໂຄສະນາເຜີຍແຜ່ນະໂຍບາຍ ແລະ ກົດໝາຍຊາຍ ແດນໃຫ້ແກ່ບັນດາພໍ່ແມ່ປະຊາຊົນ, ນາຍບ້ານ ແລະ ເຖົ້າແກ່ແນວໂຮມ ຜູ້ຊົງຄົນວຸທິ ທີ່ດຳລົງຊີວິດຢູ່ບໍລິເວນສອງ ຟາກຊາຍແດນ ລາວ-ຫວຽດນາມ ໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຈະແຈ້ງຕໍ່ລະບຽບກົດໝາຍຊາຍແດນ ແລະ ມີສ່ວນຮ່ວມເປັນເຈົ້າການປົກປັກຮັກສາບູລະນະຊາຍແດນ; ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນ; ສຸມໃສ່ການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ, ການຄ້າຊາຍແດນ, ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານແດນ, ສ້າງເງື່ອນໄຂໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ, ໃຫ້ປະຊາຊົນສອງປະເທດ ໄປ-ມາ ຫາສູ່ ແລະ ທຳມາຫາກິນຮ່ວມກັນ.

ໃນໂອກາດເຂົ້າຮ່ວມກອງປະຊຸມສາມັນປະຈຳປີຄັ້ງນີ້, ສະຫາຍ ຫງວ້ຽນ ມິງ ວູ່ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ກອງປະຊຸມໄດ້ອັດລົງ ໃນທ່າມກາງບັນຍາກາດອັນສະຫງ່າລາສີ ແຫ່ງສາຍພົວພັນມິດຕະພາບທີ່ຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຖານເພື່ອນມິດສະຫາຍອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ນັບມື້ຍິ່ງໄດ້ຮັບການເພີ່ມພູນຄູນສ້າງແຕກດອກອອກຜົນ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ໃນໂອກາດມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຍັງໄດ້ໄປຢ້ຽມຢາມສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ແລະ ສະຖານທີ່ທ່ອງທ່ຽວວັດທະນະທຳອີກຈຳນວນໜຶ່ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version