ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ໄດ້ດຳເນີນເປັນເວລາ 2 ວັນ, ລະຫວ່າງວັນທີ 23-24 ທັນວາ 2025 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງ ອພສ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ. ກອງປະຊຸມໄດ້ດຳເນີນພາຍໃຕ້ບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ, ຄວາມຮັບຜິດຊອບການເມືອງສູງ, ມີບັນຍາກາດຟົດຟື້ນ, ສ້າງສັນ, ກົງໄປກົງມາ ແລະ ໄດ້ພ້ອມກັນຄົ້ນຄວ້າ ຕົກລົງບັນຫາສໍາຄັນຂອງອົງການພຸດທະສາສະໜາ ດ້ວຍຄວາມເປັນເອກະພາບສູງ ແລະ ໄດ້ມີຜົນສຳເລັດອັນຈົບງາມ ໂດຍໄດ້ຄົ້ນຄ້ວາ ແລະ ຮັບຮອງເອົາເນື້ອໃນສຳຄັນຈຳນວນໜຶ່ງ.
ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານ, ຫົວໜ້າຫ້ອງການບໍລິຫານງານ ສູນກາງ ອພສ ແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX ຂອງສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໃນຕອນບ່າຍວັນທີ 25 ທັນວາ 2025 ວ່າ: ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະພາບ ຕໍ່ບົດລາຍງານຜົນສຳເລັດການ ເຄື່ອນໄຫວວຽກງານຕະຫລອດໄລຍະ 5 ປີ, ກອງປະຊຸມໄດ້ສະແດງຄວາມເຫັນດີ ເປັນເອກະພາບຕໍ່ການສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ VIII, ບັນດາຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ໃນໄລຍະ 5 ປີ ຜ່ານມາ, ຊຶ່ງໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ໄດ້ໄຈ້ແຍກຢ່າງເລິກເຊິ່ງ ບັນດາສາເຫດ ທີ່ພາໃຫ້ມີຂໍ້ຄົງຄ້າງ. ຈາກນັ້ນ, ກໍໄດ້ຮັບຮອງເອົາຂໍ້ສະຫລຸບຈຳນວນໜຶ່ງ ທີ່ເປັນບົດຮຽນທີ່ມີຄວາມໝາຍຄວາມສໍາຄັນ ສໍາລັບການສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງອົງການພຸດ ທະສາສະໜາສຳພັນແຫ່ງ ສປປ ລາວ ໃນຕໍ່ໜ້າ; ກອງປະຊຸມໄດ້ຮັບຮອງເອົາທິດທາງແຜນການ, ວຽກຈຸກສຸມ ແລະ ແຜນພັດທະນາອົງການພຸດທະສາສະໜາ 5 ປີຕໍ່ໜ້າ ຊຶ່ງປະກອບມີ 11 ວຽກຈຸດສຸມ, 7 ແຜນງານ, 24 ໂຄງການ, 58 ກິດຈະກຳ; ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນ ຂອງບັນດາກະຊວງ-ອົງການ ລວມມີ 3 ພາກສ່ວນຄື: ກະຊວງ ວັດທະນະ ທຳ ແລະ ການທ່ອງທ່ຽວ; ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສູນກາງແນວລາວສ້າງຊາດ; ໄດ້ຄົ້ນ ຄວ້າ ແລະ ເປັນເອກະພາບສູງ ຮັບຮອງເອົາຄະນະບໍຣິຫານງານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝທີ IX ຈຳນວນ 99 ອົງ; ກອງປະຊຸມຄັ້ງປະຖົມມະລືກ ຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງສປປ ລາວ ສະໄໝທີ IX ໄດ້ຮັບຮອງຄະນະກຳມະການບໍລິຫານງານປະຈຳການ ຈຳນວນ 26 ອົງ ໂດຍໄດ້ຮັບຮອງເອົາ ພະອາຈານໃຫຍ່ ມະຫາເວດ ມະເສໄນ ເປັນປະທານສູນກາງອົງການພຸດທະສາສະໜາ ສຳ ພັນ ແຫ່ງ ສປປ ລາວ ແລະ ຮັບຮອງເອົາຮອງປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ທັງໝົດ 8 ອົງ.
ໃນວາລະດຳເນີນກອງປະຊຸມ ທ່ານ ສອນໄຊ ສີພັນດອນ ໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ ຊຶ່ງມີຫລາຍເນື້ອໃນ ທີ່ສຳຄັນ ທີ່ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ປະຕິບັດໜ້າທີ່ໃນໄລຍະໃໝ່, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເປັນບ່ອນອີງໃນການຈັດຜົນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງສູນກາງອົງ ການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແລະ ມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາ ຂອງລັດຖະບານ ແລະ ມະຕິກອງປະຊຸມໃຫຍ່ ສະໄໝທີ 9 ຂອງສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ພ້ອມທັງຮຽກຮ້ອງໃຫ້ກຳມະການ ສູນກາງ ອພສ ຊຸດໃໝ່ຕະຫລອດຮອດ ກຳມະການ ອພສ ແຕ່ລະຂັ້ນ, ພະສົງ, ສາມະເນນ, ພໍ່ຂ່າວ, ແມ່ຂາວ ແລະ ພຸດທະສາສະນິກະຊົນ ໃນຂອບເຂດທົ່ວປະເທດ ຈົ່ງສາມັກຄີ ຮ່ວມແຮງຮ່ວມ ໃຈກັນຈັດຕັ້ງປະຕິບັດໜ້າທີ່ໜ້າທີ່ວຽກງານທີ່ກອງປະຊຸມໃນຄັ້ງນີ້, ວາງອອກໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

