Homeຂ່າວພາຍໃນໂຮງໝໍແມ່ ແລະ ເດັກເກີດໃໝ່ ໃຫ້ບໍລິການເຮັດເດັກໃນຫລອດແກ້ວສຳລັບຄົນມີລູກຍາກ

ໂຮງໝໍແມ່ ແລະ ເດັກເກີດໃໝ່ ໃຫ້ບໍລິການເຮັດເດັກໃນຫລອດແກ້ວສຳລັບຄົນມີລູກຍາກ

ໂຮງໝໍແມ່ ແລະ ເດັກເກີດໃໝ່ ເປີດໃຫ້ບໍລິການປິ່ນປົວເຕັກນິກວິທະຍາສາດ ຊ່ວຍຈະ ເລີນພັນໃຫ້ມີການຖືພາ (ເດັກໃນຫລອດແກ້ວ) ຂອງພະແນກປະສົມພັນທຽມ ລະຫວ່າງ ໂຮງໝໍແມ່ ແລະ ເດັກເກີດໃໝ່ ກັບ ບໍລິສັດ ຄວາມຫວັງໃໝ່ ຈຳກັດຜູ້ດຽວ ຊຶ່ງພິທີເປີດຢ່າງເປັນທາງການ ຈັດຂຶ້ນໃນວັນທີ 28 ທັນວາ 2025 ທີ່ໂຮງໝໍແມ່ ແລະ ເດັກເກີດໃໝ່ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອານີໄຊ ຫົວໜ້າບໍລິສັດ ຄວາມຫວັງໃໝ່, ພ້ອມດ້ວຍຄະນະຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ເຂົ້າຮ່ວມ.

ການເຮັດເດັກໃນຫລອດແກ້ວ (IVF-In Vitro Fertilization) ແມ່ນເຕັກໂນໂລຊີທາງການແພດທີ່ທັນສະໄໝ ຊຶ່ງຈະສາມາດຊ່ວຍຄູ່ຜົວ-ເມຍທີ່ບໍ່ສາມາດມີລູກໄດ້ຕາມທຳມະຊາດ ຊຶ່ງຂະບວນການດັ່ງກ່າວ, ຈະໄດ້ນຳເອົາໄຂ່ຂອງແມ່ ມາປະສົມກັບອະນຸພັນ (ນໍ້າອະສຸຈິ) ຂອງພໍ່ຢູ່ນອກຮ່າງກາຍ (ໃນຫ້ອງທົດລອງ). ຈາກນັ້ນ, ຈຶ່ງນຳເອົາຕົວອ່ອນທີ່ມີຄຸນນະພາບດີ ກັບຄືນເຂົ້າມົດລູກຂອງແມ່. ການປິ່ນປົວດ້ວຍວິທີດັ່ງກ່າວ, ມີປະໂຫຍດຫລາຍຢ່າງ ເຊັ່ນ: ຜູ້ທີມີບັນຫາທໍ່ນຳສົ່ງໄຂ່ອຸດຕັນ, ອະນຸພັນອ່ອນແອ ແລະ ສາເຫດອື່ນໆ ທີ່ເຮັດໃຫ້ບໍ່ສາມາດຖືພາໄດ້ຕາມທຳມະຊາດ. ພ້ອມນີ້, ຍັງເພີ່ມໂອກາດການຖືພາ ໂດຍສະເພາະ ແມ່ຍິງທີ່ມີອາຍຸຫລາຍຂຶ້ນ ຫລື ມີບັນຫາສຸຂະພາບທີ່ສົ່ງຜົນຕໍ່ການມີລູກ, ປ້ອງກັນພະຍາດທາງພັນທຸກຳ, ສາມາດກວດກາຕົວອ່ອນກ່ອນນຳເຂົ້າມົດລູກ ເພື່ອຫລີກລ່ຽງພະຍາດທາງພັນທຸກຳບາງຊະນິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments