Thursday, January 1, 2026
Homeຂ່າວຕ່າງປະເທດພັກພູມໃຈໄທ ສະເໜີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ນາຍົກລັດຖະມົນຕີ ຄົນໃໝ່

ພັກພູມໃຈໄທ ສະເໜີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ນາຍົກລັດຖະມົນຕີ ຄົນໃໝ່

ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ເມື່ອບໍ່ດົນມານີ້, ພັກພູມ ໃຈໄທ ເຊິ່ງເປັນພັກ ລັດຖະບານຂອງໄທ ໄດ້ຖະແຫລງ ໂດຍຜ່ານສື່ສັງຄົມ ອອນລາຍວ່າ: ພາຍໃນພັກ ໄດ້ຜ່ານມະຕິ ໂດຍສະເໜີ ທ່ານ ອະນຸທິນ ຊານວິ ຣະກູນ ແລະ ທ່ານສີຫະສັກ ພວງເກດແກ້ວ ເປັນຜູ້ສະໝັກ ຮັບເລືອກຕັ້ງ ນາຍົກລັດຖະມົນຕີໄທ. ໃນນັ້ນ ທ່ານ ອະນຸທິນ ຊານວິຣະກູນ ຮັກສາການ ນາຍົກ ລັດຖະ ມົນຕີໄທ ຄົນປັດຈຸບັນ ເປັນຜູ້ສະໝັກ ຮັບເລືອກຕັ້ງ ອັນດັບ 1, ທ່ານ ສີຫະສັກ ພວງເກດແກ້ວ ລັດຖະມົນຕີກະຊວງການຕ່າງປະເທດ ຄົນປັດຈຸບັນ ເປັນຜູ້ສະໝັກຮັບເລືອກຕັ້ງ ອັນດັບ 2; ປັດຈຸບັນ ທັງສອງ ທ່ານ ຕອບຮັບການສະເໜີຊື່ແລ້ວ. ຫລັງຈາກ ຄະນະກຳມະການການເລືອກ ຕັ້ງຂອງໄທ ໄດ້ປະກາດວ່າ: ການເລືອກຕັ້ງສະພາ ຜູ້ແທນ ລາສະດອນຊຸດ ໃໝ່ ຈະເລີ່ມດຳເນີນ ໃນວັນທີ 8 ກຸມພາປີ 2026, ດັ່ງນັ້ນ ພັກຕ່າງໆຕ້ອງ ຍື່ນ ຊື່ຜູ້ສະໝັກຮັບເລືອກຕັ້ງ ນາຍົກລັດຖະມົນຕີ ໃຫ້ຄະນະກຳມະການ ການເລືອກຕັ້ງ ລະຫວ່າງ ວັນທີ 28-31 ທັນວານີ້ ເຊິ່ງແຕ່ລະພັກ ສາມາດ ສະເໜີຊື່ ຜູ້ສະໝັກຮັບ ເລືອກຕັ້ງ ບໍ່ເກີນ 3 ທ່ານ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments