ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ພາຍໃຕ້ການໜູນຊ່ວຍຂອງຣັດເຊຍ, ອີຣານ ໄດ້ຍິງສຳເລັດດາວທຽມ 3 ລູກ ໂດຍປະເທດນີ້ຜະລິດເອງຂຶ້ນສູ່ຮ່ວງອາວະກາດ. ດາມທຽມຕິດຕາມ 3 ລູກນີ້ ໂດຍປະເທດນີ້ພັດທະນາເອງ ທີ່ໄດ້ຍິງເຂົ້າອາວະກາດດ້ວຍລູກສອນໄຟ Soyuz, ຈາກສະໜາມບິນອາວະກາດ Vostochny Cosmodrome ຢູ່ຣັດເຊຍ. ບັນດາດາວ ທຽມ ທີ່ມີຊື່ຕາມລຳດັບແມ່ນ Zafar-2, Paya ແລະ Kowsar 1.5, ໂດຍກຸ່ມເອກະຊົນຂອງອີຣານ ອອກແບບດ້ວຍໜ້າທີ່ຕິດຕາມ. ກ່ອນໜ້ານັ້ນ, ເມື່ອເດືອນກໍລະກົດປີນີ້, ອີຣານ ກໍ່ໄດ້ຍິງສຳເລັດດາວທຽບລູກໜຶ່ງຂຶ້ນສູ່ຮ່ວງອາວະກາດ ຈາກສະໜາມບິນອາວະກາດ Vostochny Cosmodrome ຢູ່ ຣັດເຊຍ. ໃນ 2 ປີຜ່ານມາ, ອີຣານ ໄດ້ຍິງດາວທຽມທັງໝົດ 10 ລູກ ຂຶ້ນສູ່ ຮ່ວງອາວະກາດ ແລ້ວ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

