ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງໂກລົມໂບ ປະເທດສີລັງກາ ເມື່ອບໍ່ດົນມານີ້ວ່າ: ທ່ານ ສຸພອນ ມະຍັມໄຊຄັງກອນ, ລັດຖະມົນຕີການຕ່າງປະເທດອິນເດຍ ກ່າວລະຫວ່າງການຢ້ຽມຢາມສີລັງກາ , ລັດຖະບານອິນເດຍ ໃຫ້ຄຳໝັ້ນຄວາມຊ່ວຍເຫລືອດ້ານມະນຸດສະທຳມູນຄ່າ 450 ລ້ານໂດລາສະຫະລັດ, ເພື່ອຊ່ວຍສີລັງກາ ຟື້ນຟູຄວາມເສຍຫາຍ ຮ້າຍແຮງທີ່ເກີດຈາກພາຍຸໄຊໂຄລນ ດິຕວາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 640 ຄົນ ເມື່ອເດືອນພະຈິກທີ່ຜ່ານມາ ຊຶ່ງເປັນຜົນມາຈາກນໍ້າຖ້ວມ ແລະ ດິນເຈື່ອນ.
ຂະນະດຽວກັນພາຍຸລູກດັ່ງກ່າວ ຍັງສ້າງຄວາມເສຍຫາຍປະມານ 4.000 ລ້ານໂດລາສະຫະລັດ ໃຫ້ກັບເສດຖະກິດສີລັງກາ (ຕາມຂໍ້ມູນທະນາຄານໂລກ (ເວີນແບງ)) ຫລື ທຽບເທົ່າ 4% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ).
ທັງນີ້ບ້ວງເງິນ 350 ລ້ານໂດລາສະຫະລັດ ຈະຢູ່ໃນຮູບແບບຂອງວົງເງິນສິນເຊື່ອນະໂຍບາຍ, ສ່ວນອີກ 100 ລ້ານໂດລາສະຫະລັດ ຈະຢູ່ໃນຮູບແບບຂອງເງິນຊ່ວຍເຫລືອ.
