Home ຂ່າວພາຍໃນ ລັດຖະມົນຕີກະຊວງປ້ອງປະເທດ ຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອທະນຸດສະທຳລາວ-ຣັດເຊຍ

ລັດຖະມົນຕີກະຊວງປ້ອງປະເທດ ຢ້ຽມຢາມທີມງານພາກສະໜາມກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອທະນຸດສະທຳລາວ-ຣັດເຊຍ

0

ວັນທີ 18 ທັນວາ 2025 ນີ້,ທີ່ສະໜາມບ້ານບັກ ເມືອງວຽງໄຊ ແຂວງຫົວພັນ ພົທ ຄຳລຽງ ອຸທະໄກສອນ ລັດຖະ ມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງ ມາຢ້ຽມຢາມ ທີມງານພາກສະໜາມ ກວດກູ້ ແລະທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ- ຣັດເຊຍ ປະ ຈຳສົກ 2025 – 2026, ໂດຍໃຫ້ການຕ້ອນຮັບ ຂອງ ພັທ ອັນເດຼ ບາລານຍຸກ ຫົວໜ້າໜ່ວຍງານກວດກູ້ລະເບີດ,ສູນກູ້ມິນສາກົນ,ວິທະຍາຄານທະຫານຊ່າງແສງ ກຳລັງ ປະ ກອບ ອາວຸດແຫ່ງ ສ ຣັດເຊຍ,ພ້ອມຄະນະ 2 ຝ່າຍ ລາວ- ຣັດເຊຍ ປະຈຳພາກສະໜາມ.

ການລົງມາຢ້ຽມຢາມໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ຂອງຄະນະນຳກະຊວງປ້ອງປະ ເທດ ທັງເປັນສ້າງຂວັນກຳລັງໃຈ ໃຫ້ອ້າຍນ້ອງທີ່ກຳລັງປະ ຕິບັດໜ້າທີ່ ທັງ 2 ຝ່າຍ ຄື: ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງ ສ ຣັດເຊຍ. ພ້ອມກັນນີ້, ສະຫາຍ ຍັງໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ເພື່ອນຣັດເຊຍພ້ອມຄະນະທີ່ໄດ້ເດີນທາງມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເພື່ອຊ່ວຍກວດກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມ ນີ້ເປັນການປະກອບສ່ວນທີ່ສຳ ຄັນຂອງການຊ່ວຍກວດກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງ ເພື່ອເພີ່ມຟື້ນທີ່ສວນໃຫ້ປະຊາຊົນ ພາຍໃນເມືອງວຽງໄຊ ໄດ້ທຳມາຫາກິນ ປະສະຈາກ ໄພອັນຕະລາຍຕ່າງໆ ທີ່ເກີດຈາກລະເບີດບໍ່ທັນແຕກ ທັງເປັນການຫັດແໜ້ນຄວາມສາມະຄີ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຫຼັງຈາກນັ້ນ, ຫົວໜ້າທີມພາກສະໜາມ ເພື່ອນຣັດເຊຍ ກໍໄດ້ລາຍງານວິທີການເຮັດວຽກໃຫ້ ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະໃຫ້ຮັບຊາບ ພ້ອມທັງໄດ້ລົງກວດເບິ່ງການປະຕິບັດໜ້າທີ່ຂອງອ້າຍນ້ອງຢູ່ພາກສະໜາມຕົວຈິງ ແລະ ເດີນທາງໄປຢ້ຽມຢາມ ນັກເຝິກອົບຮົມຢູ່ ຈາກສູນ 523 ( ສູນກວດກູ້ແລະທຳລາຍລະເບີດ ບໍ່ທັນແຕກເພື່ອມະນຸດສະທຳ ກອງທັບປະຊາຊົນລາວ) ທີ່ຫ້ອງຮຽນ, ພ້ອມທັງເນັ້ນ ໃຫ້ບັນດານັກເຝິກອົບຮົມຕ້ອງເອົາໃຈໃສ່ກຳໄດ້ເນື້ອໃນບົດຮຽນ ເພື່ອນຳໄປປະຕິບັດໂຕຈິງໃຫ້ເກີດຜົນສຳເລັດ ແລະ ຮັບປະກັນໄດ້ຄຸນນະພາບຂອງການປະຕິບັດວຽກງານໃນຕໍ່ໜ້າ ແລະ ຈະໄດ້ເລືອກເອົານັກເຝິກອົບຮົມຜູ້ທີ່ເກັ່ງເພື່ອໄປກວດກູ້ລະເບິດຕົວຈິງທີ່ ປະເທດ ຣັດເຊຍ ແລະ ບັນດາປະເທດຕ່າງໆ ທີ່ໄດ້ຮັບຜົນກະທົບຈາກການຖືກຖິ້ມລະເບີດແຕ່ປາງສົງຄາມ. ຫຼັງຈາກນັ້ນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ໄປກວດເບິ່ງສະຖານທີ່ພັກເຊົາ ຂອງອ້າຍນ້ອງທີ່ປະຈຳພາກສະໜາມ ແລະ ທີ່ພັກເຊົາຂອງເພື່ອນຣັດເຊຍ.

ໃນໂອກາດທີ່ລົງມາຢ້ຽມຢາມໃນຄັ້ງນີ້, ສະຫາຍລັດຖະ ມົນຕີກະຊວງປ້ອງກັນປະເທດ, ພ້ອມຄະນະ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ອ້າຍນ້ອງ ປະຈຳພາກສະ ໜາມຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version