ສຳນັກຂ່າວ ອິນໂຟເຄວສ: ລັດຖະມົນຕີການເງິນສະຫະພາບເອີຣົບ ເຫັນດີໃຫ້ຈັດເກັບຄ່າທຳນຽມ 3 ເອີໂຣ ກັບ ພັດສະດຸ ຂະໜາດນ້ອຍທຸກອັນທີ່ນຳເຂົ້າໄປຍັງສະຫະພາບເອີຣົບ, ໂດຍມາດຕະການ ດັ່ງກ່າວຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ກໍລະກົດ 2026 ເພື່ອສະກັດກັ້ນການໄຫລເຂົ້າ ຂອງສິນຄ້າລາຄາຖືກຈາກແພລດຟອມອີຄອມເມີຣ.
ການເຄື່ອນໄຫວຄັ້ງນີ້ ເກີດຂຶ້ນໄດ້ ປະມານ 1 ເດືອນ, ຫລັງຈາກສະຫະພາບເອີຣົບ ຕົກລົງຍົກເລີກການຍົກເວັ້ນພາສີນຳເຂົ້າ ສຳລັບພັດສະດຸ ທີ່ມີມູນຄ່າຕໍ່າກວ່າ 150 ເອີໂຣ, ຊຶ່ງເປັນສິນຄ້າທີຈັດສົ່ງໂດຍກົງເຖິງຜູ້ບໍລິໂພກ ພາຍໃນປະເທດສະມາຊິກທັງໝົດ 27 ປະເທດ ເຊິ່ງບາງກໍລະນີເປັນສິນຄ້າທີ່ຈຳໜ່າຍຜ່ານແພດຟອມ ຂອງບໍລິສັດຈີນ. ໂດຍຄ່າທຳນຽມອັດຕາຄົງທີ່ ດັ່ງກ່າວ ຈະຖືກນຳມາໃຊ້ ເປັນການຊົ່ວຄາວ ແລະ ຈະບັງຄັບໃຊ້ຕໍ່ໄປຈົນກວ່າສະຫະພາບເອີຣົບ ຈະໄດ້ຂໍ້ສະຫລຸບທີ່ກ່ຽວກັບແນວທາງຖາວອນໃນການຈັດເກັບພາສີກັບການນໍາເຂົ້າສິນຄ້າປະເພດນີ້.

