Homeຂ່າວພາຍໃນຊາວພຸດຮ່ວມໃສ່ບາດ ໂອກາດຄົບຮອບ 100 ປີ ວັນເກີດ ແລະ ຄົບຮອບ 65 ປີ ວັນເສຍສະລະຊີວິດຂອງ ວິລະຊົນສີທອງ

ຊາວພຸດຮ່ວມໃສ່ບາດ ໂອກາດຄົບຮອບ 100 ປີ ວັນເກີດ ແລະ ຄົບຮອບ 65 ປີ ວັນເສຍສະລະຊີວິດຂອງ ວິລະຊົນສີທອງ

ໃນວັນທີ 16 ທັນວາ 2025 ນີ້, ຄອບຄົວ, ລູກຫລານ ແລະ ຍາດພີ່ນ້ອງ ວິລະຊົນ ສີທອງ ໄດ້ພ້ອມກັນຕັ້ງກ້ອງອັດຖະ ແລະ ໃສ່ບາດຖວາຍສັງຂະທານ ແດ່ພະສົງ 9 ອົງ ເພື່ອອຸທິດບຸນກຸສົນ ໃຫ້ແກ່ດວງວິນຍານຂອງ ສະຫາຍ ສີທອງ ວິລະຊົນແຫ່ງຊາດ ເນື່ອງໃນໂອກາດຄົບຮອບ 100 ປີ ວັນເກີດ ແລະ ຄົບຮອບ 65 ປີ ວັນເສຍສະລະຊີວິດຂອງເພິ່ນ.

ສະຫາຍ ສີທອງ ວິລະຊົນແຫ່ງຊາດ ໄດ້ຈາກໂລກນີ້ໄປຕະຫລອດກາລະນານ ໃນວັນທີ 15 ທັນວາ 1960 (ໃນໄວອາຍຸພຽງແຕ່ 35 ປີ) ເຫລືອໄວ້ແຕ່ຄວາມດີ, ຄຸນສົມບັດສິນທຳປະຕິວັດ, ນ້ຳໃຈເດັດດ່ຽວໜຽວແໜ້ນ, ອົງອາດກ້າຫານຕໍ່ສູ່ບໍ່ຍອມຈຳນົນ ຈົນເຖິງຢອດເລືອດ ແລະ ລົມຫາຍໃຈວິນາທີສຸດທ້າຍຂອງສະຫາຍ.

ຕະຫລອດໄລຍະແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ວິລະຊົນ ສີທອງ ໄດ້ນຳເອົາຊີວິດອັນໜຸ່ມແໜ້ນຂອງຕົນ ປະກອບສ່ວນຕໍ່ສູ່ກັບຈັກກະພັດຜູ້ຮຸກຮານ, ທັງສູ້ຮົບທັງກໍ່ສ້າງຮາກຖານການເມືອງ, ທັງສຶກສາຮຽນຮູ້ສິລະປະຍຸດ-ຍຸດທະວິທີ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງເຂົ້າໃນແປວໄຟປະຕິວັດ ຈາກລູກຊາວໄຮ່ນາ ບ້ານປ່າຂາດອນຜູ້ໜຶ່ງກາຍເປັນຜູ້ບັນຊາກໍາລັງປະກອບອາວຸດປະຕິວັດແຕ່ຂັ້ນຫົວໜ້າໝູ່ ກ້າວຂຶ້ນເປັນຜູ້ບັນຊາກອງພັນທະຫານທ້ອງຖິ່ນແຂວງວຽງຈັນ, ບັນຊາການເຄື່ອນໄຫວຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ, ພິລະອາດຫານ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຮອດປີ 1979 ພັກ-ລັດຖະບານ ໄດ້ຕົກລົງມອບນາມມະຍົດວິລະຊົນແຫ່ງຊາດ ໃຫ້ສະຫາຍ ສີທອງ ຢ່າງສົມກຽດ, ສະຫາຍໄດ້ ອຸທິດຊີວິດເລືອດເນື້ອ ເພື່ອດໍາເນີນການຕໍ່ສູ້ປົດປ່ອຍຊາດ, ສະຫາຍໄດ້ເສຍສະລະຊີວິດໃນການສູ້ຮົບສະກັດກັ້ນການບຸກໂຈມຕີຂອງສັດຕູຢູ່ຕົວເມືອງວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments