Home ຂ່າວໜ້າໜຶ່ງ ການນຳແຂວງສະຫວັນນະເຂດ ຈະນຳເອົາແນວຄິດຂອງ ປະທານ ໄກສອນ ໜູນໃຊ້ເຂົ້າໃນວຽກງານ

ການນຳແຂວງສະຫວັນນະເຂດ ຈະນຳເອົາແນວຄິດຂອງ ປະທານ ໄກສອນ ໜູນໃຊ້ເຂົ້າໃນວຽກງານ

0

ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ຜູ້ນໍາພາທະນຸບຳລຸງ, ຝຶກຝົນຫລໍ່ຫລອມ, ນໍາພາ-ຊີ້ນໍາ ຕິດພັນຢ່າງສະໜິດແໜ້ນ ໃນພາລະກິດປະຕິວັດອັນຍິ່ງໃຫຍ່ຂອງ ພັກ ແລະ ຂອງປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ, ຍາດໄດ້ໄຊຊະນະ ສະຫງ່າງາມຕະຫລອດມາ. ຈາກບົດຮຽນ, ທິດສະດີ ແລະ ຜົນງານຕ່າງໆຂອງປະທານ ໄກສອນ ພົມວິ ຫານ ນັ້ນ, ການນໍາແຂວງສະຫວັນນະເຂດ ຈະນໍາມາໜູນໃຊ້ເປັນໃນວຽກງານຂອງຕົນ.

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສຳນັກສານປະເທດ ລາວ ໃນພິທີສະເຫລີມສະຫລອງ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວາ 2025 ນີ້ວ່າ: ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ດີເລີດ ແລະ ຜູ້ຖ່າຍ ທອດທິດສະດີທີ່ດີເລີດ, ໃນນາມເປັນການນຳຂອງແຂວງ ຈະນຳເອົາທິດສະດີ ປະທານ ໄກສອນ ມາໜູນໃຊ້ໃນວຽກ ງານຂອງຕົນ ໂດຍສະເພາະຄຸນສົມບັດສິນທຳປະຕິວັດ, ຄວາມເສຍສະລະເຮັດທຸກສິ່ງທຸກຢ່າງ ເພື່ອປະຊາຊົນເປັນກົກ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຈະນຳເອົາຈິດໃຈ ແລະ ແນວຄິດຊີ້ນຳຂອງປະທານ ໄກສອນ ມາຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

ທ່ານເຈົ້າແຂວງສະຫວັນນະເຂດ ຍັງໄດ້ກ່າວອີກວ່າ: ແຂວງສະຫວັນນະເຂດ ເປັນແຂວງຖິ່ນກຳເນີດຂອງ ປະທານ ໄກສອນ ພົມວິຫານ. ດັ່ງນັ້ນ, ໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ນີ້, ພວກເຮົາຈຶ່ງໄດ້ຕັ້ງກອງບຸນໃຫຍ່ ຫລື ທໍາບຸນໃຫຍ່ ເພື່ອລະນຶກເຖິງຄຸນງານມຄວາມດີຂອງ ປະທານ ໄກສອນ ພົມວິຫານ ວິລະບູຫລຸດແຫ່ງຊາດລາວ, ທັງເປັນຜູ້ນຳພາການປະຕິວັດຊາດ ປະຊາທິປະໄຕມີຜົນສຳເລັດ, ຜົນງານ ຂອງປະທານ ໄກສອນ ພົມວິຫານ ແມ່ນຍິ່ງໃຫຍ່ທີ່ພວກເຮົາບໍ່ສາມາດພັນລະນາໄດ້. ໃນການສະເຫລີມສະຫລອງຄັ້ງນີ້, ຢູ່ແຂວງສະຫວັນນະເຂດ ໃນຕອນແລງວັນທີ 13 ທັນວາ 2025 ຈະໄດ້ມີພິທີໄຫວ້ພະ, ຮັບສິນ, ຟັງສູດປະ ຣິຕະມຸງຄຸນ, ຄົບງັນຕາມຮິດຄອງປະເພນີ ແລະ ໃນການຄົບງັນຈະມີສິລະປະພື້ນເມືອງ ໂດຍສະເພາະສິລະປະໂດດ ເດັ່ນຂອງເມືອງ ໂດຍລໍາ 4 ທຳນອງ ເຊັ່ນ: ລໍາບ້ານສອກ, ລໍາພອນສະຫວັນ, ລໍາຜູ້ໄທ ແລະ ລໍາຕັ່ງຫວາຍ ຊຶ່ງເປັນເອກະລັກວັດທະນະທຳທີ່ລໍ້າເລີດຂອງແຂວງ, ເປັນສັນຍະລັກທີ່ສ່ອງແສງເຖິງວັດທະນະທຳອັນດີງາມ ແລະ ວັນທີ 14 ຈະມີວີທີໄຫວພະຮັບສິນ, ໃສ່ບາດຖວາຍສັງຄະທານ ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນຮັກ ຂອງພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version