ໃນວັນທີ 10 ທັນວາ 2025 ທັບນັກກິລາເປຕັງລາວ ໄດ້ລົງແຂ່ງຂັນເປັນມື້ທຳອິດ ໄດ້ຮັບກຽດເຂົ້າໃຫ້ກຳລັງໃຈຈາກ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະນຳທັບນັກກິລາ ພ້ອມດ້ວຍຄະນະບໍລິຫານງານໂອແລມປິກແຫ່ງຊາດລາວ. ທັບນັກກິລາເປຕັງລາວ ສາມາດຍາດໄດ້ 1 ຫຼຽນຄຳ ຈາກ ນາງ ໂບວິລັກ ເທບພະກັນ ປະເພດຍິງດ່ຽວ.

ພ້ອມກັນນັ້ນ, ເປຕັງລາວ ຍັງໄດ້ 1 ຫຼຽນເງິນ ຈາກ ທ້າວບຸນຕາມີ ສຸທຳມະວົງ ປະເພດຊາຍດ່ຽວ ແລະ 1 ຫຼຽນທອງ ຈາກ ພຸດທະລາ ແກ້ວກັນນິກາ ປະເພດ Shooting.