Home ຂ່າວຕ່າງປະເທດ ອີຢູ ຊຸກຍູ້ວິວັດທະນາການ ເຂົ້າຮ່ວມກຸ່ມ ຂອງບັນດາຄູ່ຮ່ວມມືຈຸດສຸມ

ອີຢູ ຊຸກຍູ້ວິວັດທະນາການ ເຂົ້າຮ່ວມກຸ່ມ ຂອງບັນດາຄູ່ຮ່ວມມືຈຸດສຸມ

0

ວິທະຍຸກະຈາຍສຽງຫວຽດນາມ, ຄະນະກຳມະການເອີຣົບ (EC) ໄດ້ຮັບຮອງເອົາແຜນການເປີດກວ້າງສະຫະພາບເອີຣົບ (EU) ປີ 2025. ນີ້ໄດ້ຮັບຖືວ່າ ແມ່ນການຕີລາຄາຢ່າງຮອບດ້ານ ໃນຮອບເວລາ 12 ເດືອນ ຜ່ານມາ. ບົດລາຍງານປີນີ້ ຢັ້ງຢືນວ່າ ວິວັດທະນາການເປີດກວ້າງ ສືບຕໍ່ແມ່ນບຸລິມະສິດແຖວໜ້າໃນໂຄງການດຳເນີນງານຂອງສະຫະພາບເອີຣົບ. ຕາມ EC ແລ້ວ, ເລື່ອງເປີດກວ້າງສະຫະພາບບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດ ໃນ ການປັບປຸງທີ່ຕັ້ງຂອງ ເອີຣົບ ໃນເວທີສາກົນ ອີກດ້ວຍ. ຄະນະກຳມະການ ເນັ້ນໜັກວ່າ ຄວາມຢຶດໝັ້ນ ແລະ ວິທີການສຳຜັດ ອີງໃສ່ຜົນງານ ອັນ ແທດຈິງ ຂອງແຕ່ລະຄູ່ຮ່ວມມືນັ້ນ ຈະແມ່ນປັດໄຈແກ່ນສານ ເພື່ອຮັບ ປະກັນ ໃຫ້ແກ່ ວິວັດທະນາການ ເຂົ້າຮ່ວມກຸ່ມ ຢ່າງສຳເລັດຜົນ ແລະ ຍືນ ຍົງ. ປັດຈຸບັນ, ມີປະເທດ Montenegro, Albania, Ukraine (ຢູແກຼນ), Cộng hòa Moldova (ສ.ໂມນໂດວາ), Serbia, North Macedonia (ມາເຊດວນ ເໜືອ), Bosnia & Herzegovina (ບົດສນີ ແຮກເຊໂກວີນາ), Kosovo, ຕວັກກີ ແລະ Gruzia ໄດ້ຮັບຖືວ່າແມ່ນບັນດາຄູ່ຮ່ວມມືຈຸດສຸມ ພວມຫຍັບ ມໍ່ເຂົ້າໃກ້ກັບ EU ເທື່ອລະກ້າວ. ທ່ານ ນາງ Ursula von der Leyen ປະທານ EC ຢັ້ງຢືນວ່າ EU ຕັດສິນໃຈ ຫັນວິວັດທະນາ ການເປີດ ກວ້າງ ສະຫະພາບ ໃຫ້ປະກົດຜົນເປັນຈິງ, ຖືນີ້ແມ່ນບາດກ້າວທີ່ຈຳເປັນເພື່ອສ້າງເອີຣົບເຂັ້ມ ແຂງກວ່າ ແລະ ມີຜົນກະທົບໃຫຍ່ກວ່າໃນເວທີສາກົນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version