Home ຂ່າວພາຍໃນ ກໍາລັງ ປກຊ-ປກສ ປະສານຄວາມພ້ອມສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ປະສານຄວາມພ້ອມສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

0

ວັນທີ 4 ພະຈິກ 2025 ນີ້, ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ມີພິທີ ສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 , ໂດຍມີ ສະຫາຍ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະນຳກົມໃຫຍ່ ປກຊ-ປກສ, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງ ງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ.

ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການກະຊວງ, ກະຊວງປ້ອງກັນຄວາມສະຫງົບ, ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນສ້າງແຜນການຈັດຕັ້ງສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງຖືເອົາໂອກາດນີ້ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ຈາກນັ້ນ, ບັນດາຄະນະນຳແຕ່ລະກ້ອນກຳລັງ ປກຊ-ປກສ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເອກະພາບກັນທາງດ້ານເນື້ອໃນ, ຮູບແບບການຫັດແອບ, ບັນດາຈັງຫວະທ່າທີຕ່າງໆ, ວິທີການຮັກສາສຸຂະພາບ, ວິທີການຢູ່ຮ່ວມກັນ ແລະ ສະເໜີວິທີການແກ້ໄຂໃຫ້ມີປະສິດທິພາບດີຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version