Home ຂ່າວພາຍໃນ ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

ທນບ ຮ່ວມສົ່ງເສີມທຸລະກິດກະສິກໍາລາວ ສູ່ຕະຫຼາດໂລກ

0

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບສະມາຄົມທຸລະກິດກະສິກໍາລາວ (LABA) ໄດ້ຈັດ ສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ທີ່ນະຄອນຫຼວງວຽງຈັນ ຄັ້ງວັນທີ 31.10.25 ເພື່ອສ້າງຄວາມເປັນໜຶ່ງດຽວ ໃຫ້ທຸກພາກສ່ວນຮ່ວມກັນ ຫັນກະສິກໍາໃຫ້ກາຍເປັນສິນຄ້າ ທີ່ມີມາດຕະຖານສູງ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະສາກົນ; ສ້າງການເຊື່ອມຕໍ່ ລະຫວ່າງຕ໋ອງໂສ້ການຜະລິດ ແລະຕະຫຼາດ ເພື່ອຫາວິທີແກ້ໄຂບັນຫາຄົງຄ້າງ, ຍົກລະດັບຄຸນນະພາບການຜະລິດ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບົບການຈັດສົ່ງ ທີ່ມີປະສິດທິພາບ ໃຫ້ສິນຄ້າກະສິກໍາລາວ ສູ່ຕະຫຼາດໂລກ.

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ກ່າວວ່າ: ຂະນະນີ້, ລາວເຮົາໄດ້ຫັນປ່ຽນ ກາຍເປັນປະເທດ ທີ່ມີການເຊື່ອມໂຍງ ທາງດ້ານພູມສັນຖານ ໂດຍມີເສັ້ນທາງລົດໄຟ ເປັນເສັ້ນທາງໂດຍກົງໄປສູ່ຕະຫຼາດກະສິກໍາ ແລະ ອາຫານ ທີ່ສາມາດເຂົ້າເຖິງຄູ່ຄ້າໄດ້ຢ່າງວ່ອງໄວ, ມີການເຊື່ອມໂຍງ ກັບຕະຫຼາດຂະໜາດໃຫຍ່ ເຊັ່ນ: ຕະຫຼາດຈີນ ແລະ ພາກພື້ນອາຊຽນ ຊຶ່ງເປີດໂອກາດໃໝ່ ໃນນີ້ໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກໍາພາຍໃນ, ນອກຈາກ ເປັນການທົດແທນການນໍາເຂົ້າແລ້ວ ຍັງເປັນການຜະລິດເພື່ອສົ່ງອອກ; ພ້ອມນັ້ນ, ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການຫົວໜ່ວຍທຸລະກິດ ໃຫ້ຂະຫຍາຍຕົວແບບຍືນຍົງ;

ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ວ່າ: “ສຳລັບພາກລັດ ຕໍ່ກັບການສ້າງກະສິກໍາ ທີ່ເຂັ້ມແຂງ ກໍຄືເປົ້າໝາຍການຜະລິດຕາມຄາດໝາຍ, ແຕ່ຕະຫຼາດ ແລະ ການປຸງແຕ່ງ ຄື: ເສັ້ນເລືອດໃຫຍ່ ທີ່ສູບສີດໃຫ້ລະບົບຕ່ອງໂສ້”, ຄວາມສໍາເລັດຂອງທຸລະກິດກະສິກໍາ ຈະເປັນປັດໄຈ ຕັດສິນໃນການບັນລຸເປົ້າໝາຍ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ)” ຂອງພັກ.

ກະຊວງ ອຄ ໃຫ້ຄໍາໝັ້້ນສັນຍາ ແລະ ໃຫ້ທິດຊີ້ນໍາ 3 ດ້ານຫຼັກ ທີ່ຕອບສະໜອງ ຕໍ່ທຸກບັນຫາ ທີ່ໄດ້ຍົກຂຶ້ນມາຄື: * ທິດທາງທີ 1: ຫັນວັດຖຸດິບ ສູ່ການປຸງແຕ່ງ ເພື່ອສ້າງມູນຄ່າ; * ທິດທາງທີ 2: ປົດລ໊ອກແຫຼ່ງທຶນ ດ້ວຍ ກສລ ແລະ ການຄໍ້າປະກັນແບບໃໝ່; * ທິດທາງທີ 3: ປະຕິຮູບລະບຽບການແລະ ປົກປ້ອງຕະຫຼາດພາຍໃນ.

ໃນໂອກາດເຂົ້າຮ່ວມງານໃນຖານະຄູ່ຮ່ວມມື; ທ່ານ ບຸນຊອດ ຟອງສະນິດ ຮອງຜູ້ອໍານວຍການທະນາຄານນະໂຍບາຍ (ທນບ) ຫຼື ທະນາຄານພັດທະນາຊົນນະບົດ ໄດ້ໃຫ້ສໍາພາດພິເສດວ່າ: ໃນຕົ້ນເດືອນຕຸລາຜ່ານມາ, ທນບ ຮ່ວມກັບ ສຄອຊ, LABA ບັນລຸການລົງນາມເຊັນບົດບັນທຶກຂໍ້ຕົກລົງ (MOA) ພາຍໃຕ້ໂຄງການ: “ສົ່ງເສີມກະສິກໍາລາວ ໃຫ້ມີຄວາມເຂັ້ມແຂງ” ຍ້ອນເຫັນໄດ້ຄວາມສໍາຄັນ ຂອງທຸລະກິດກະສິກໍາລາວ ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກດ້ານການເງິນ-ເງິນຕາ ຕິດພັນກັບວຽກງານການຜະລິດເປັນສິນຄ້າທົດແທນການນໍາເຂົ້າ, ສົ່ງເສີມໃຫ້ທຸລະກິດດັ່ງກ່າວເຂັ້ມແຂງ, ມີຜູ້ຜະລິດ-ຜູ້ສະໜອງ-ຜູ້ຊົມໃຊ້ ຕ່າງກໍໄດ້ຮັບຜົນປະ ໂຫຍດ.

ທ່ານຮອງ ຜອ ບຸນຊອດ ຟອງສະນິດ ຍັງເນັ້ນວ່າ: ຕາມຄວາມຄິດ ຂອງຂ້າພະເຈົ້າ ຄື: 1. ປະຊາຊົນ: ມີດິນ-ມີແຮງງານ; 2. ສະມາຄົມ ມີ: ຕະຫຼາດ-ເຕັກນິກ, ມີລະບົບຈັດການບໍລິຫານທີ່ດີ ແລະ 3. ທະນາຄານ: ມີປັດໃຈແຫຼ່ງທຶນ. ພວກເຮົາ ໃນນາມທະນາຄານ ເວລາໃດ ກໍຕ້ອງການສະໜອງແຫຼ່ງທຶນ ເພື່ອຕອບສະໜອງຄວາມຕ້ອງການແທ້ໆ; ຍ້ອນແນວນັ້ນ, ການຮ່ວມມືຜະລິດແບບຕ່ອງໂສ້ ຈຶ່ງເປັນເປົ້າໝາຍຫຼັກ ຂອງທະນາຄານ ພາຍໃຕ້ໂຄງການນີ້ ເຊື່ອໝັ້ນວ່າ: ພວກເຮົາຈະສົ່ງເສີມສອງສົ້ນ, ໝາຍຄວາມວ່າ: ຜູ້ເຮັດການຕະຫຼາດ, ຜູ້ຜະລິດຫຼັກ ຈະເປັນຜູ້ສະໜອງເຕັກນິກ-ອອກແບບ ພ້ອມທັງເກັບຊື້, ອອກແບບໃນແຕ່ລະລາຍການ ຂອງສິນຄ້າ.

ພ້ອມນັ້ນ; ເມື່ອສ້າງຕະຫຼາດມາແລ້ວ ຈະຕ້ອງເພີ່ມປະລິມານການຜະລິດ ໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນຂະຫຍາຍສະມາຊິກພາຍໃຕ້ໂຄງການສະມາຊິກ ຕ້ອງມີຄວາມຮູ້ ແລະ ເບິ່ງຄວາມສາມາດ, ເງື່ອນໄຂຂອງຕົນວ່າ ຈະສາມາດເຂົ້າເປັນສະມາຊິກ, ເປັນສ່ວນໜຶ່ງຂອງຜູ້ຜະລິດມີໜ້ອຍ ກໍຜະລິດໜ້ອຍ, ມີຫຼາຍກໍຜະລິດຫຼາຍ ແລະ ລວມກຸ່ມກັນເປັນສະຫະກອນ ກໍໄດ້, ສຸດທ້າຍແລ້ວ ກໍໄດ້ປະລິມານສິນຄ້າ ທີ່ຕອບສະໜອງກັບຕະຫຼາດ (ໂຄງການ); ພວກເຮົາເຊື່ອໝັ້ນວ່າ ຕະຫຼາດຍັງຫຼາກຫຼາຍ ແລະ ເປີດກວ້າງ, ທາງນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ພາຍໃຕ້ການຮ່ວມມືດັ່ງກ່າວ ຄິດວ່າ ເປັນການຮ່ວມມືທີ່ດີຫຼາຍ;

ດັ່ງນັ້ນ, ຂໍເຊື້ອເຊີນບັັນດາທ່ານ ທີ່ມີຄວາມມັກຮັກໃນວຽກງານການປູກ-ການລ້ຽງ, ຫາກວ່າ ມີເນື້ອທີ່ດິນ, ແຮງງານ ແລະ ຄວາມສາມາດເຂົ້າຮ່ວມໃນວຽກງານດັ່ງກ່າວ ກໍປຶກສານໍາພາກສ່ວນ ທີ່ກ່ຽວຂ້ອງໄດ້ ເພາະວ່າເຮັດວຽກງານກະສິກໍາ ຈະສາມາດນໍາພາຄອບຄົວ ແລະ ສັງຄົມຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຢູ່ດີ-ກິນດີ ທັງມີລາຍຮັບ ເຂົ້າສູ່ຄອບຄົວຕະຫຼອດປີ.

ໃນຕອນທ້າຍ, ທ່ານຮອງຜູ້ອໍານວຍການ ທນບ ຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງເຈົ້າພາບໃນການຈັດສໍາມະນາພິເສດ “ການສົ່ງເສີມທຸລະກິດກະສິກໍາລາວ” ໃນມື້ນີ້ ເປັນນິມິດໝາຍ ທີ່ດີ ແລະ ມີຄຸນຄ່າລາຄາແພງ ຊຶ່ງເປັນການສອດຄ່ອງກັບ ມະຕິ ສອຈ ຂອງສູນກາງພັກ, ມະຕິ ຂອງສະພາແຫ່ງຊາດ ແລະ ແຜນພັດທະນາເສດຖະກິດ – ສັງຄົມ ຂອງລັດຖະ ບານ; ຂໍໃຫ້ທຸກພາກສ່ວນຈັບມືກັນຢ່າງແໜ້ນ ເປັນໜຶ່ງດຽວ ຫັນກະສິກໍາ ໃຫ້ກາຍເປັນສິນຄ້າທີ່ມີມາດຕະຖານສູງ ສາມາດແຂ່ງ ຂັນໄດ້ໃນຕະຫຼາດພາຍໃນ ແລະ ສາກົນ; ສຳລັບເບື້ອງແຫຼ່ງທຶນ ທນບ ແມ່ນມີຄວາມພ້ອມໃນການຮ່ວມມື ທີ່ຈະສະໜອງສິນເຊື່ອ ເຂົ້າສູ່ເປົ້າໝາຍ ບົນຈິດໃຈ MOA ຂອງ 3 ຝ່າຍ ລະຫວ່າງ ທນບ – ສອຄຊ ແລະ LABA ກໍ່ຄືເງື່ອນໄຂ ແລະ ລະບຽບການ ຂອງ ທນບ ທີ່ກຳນົດໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version