ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ByteDance ບໍລິສັດແມ່ຂອງ TikTok, Meta ບໍລິສັດແມ່ຂອງ Facebook, Instagram, ແລະ Snap ເຈົ້າຂອງແອັບພລິເຄຊັນ Snapchat, ໄດ້ແຈ້ງໃຫ້ລັດຖະສະພາອົສຕຣາລີຊາບວ່າ: ພວກເຂົາຈະປະຕິບັດຕາມກົດໝາຍຫ້າມຜູ້ທີ່ມີອາຍຸຕ່ຳກວ່າ 16 ປີໃຊ້ສື່ສັງຄົມອອນລາຍ ຊຶ່ງຖືວ່າເປັນກົດໝາຍສະບັບທຳອິດຂອງໂລກ.
ບໍລິສັດສື່ສັງຄົມອອນລາຍທັງສາມລະບຸວ່າ: ພວກເຂົາຈະເລີ່ມປິດບັນຊີຂອງເດັກນ້ອຍທັນທີທີ່ກົດໝາຍມີຜົນບັງຄັບໃຊ້. ໂດຍຈະຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 16 ປີ ມີບັນຊີໃນແພລັດຟອມສື່ສັງຄົມອອນລາຍ ເລີ່ມແຕ່ວັນທີ 10 ທັນວາ 2025, ຕາມກົດໝາຍທີ່ລັດຖະບານອົສຕຣາລີໄດ້ຮັບຮອງໃນປີ 2024.
ທ່ານ ເຈນນິເຟີ ສະໂຕດ ຮອງປະທານອາວຸໂສຝ່າຍນະໂຍບາຍລະດັບໂລກຂອງ Snap ໄດ້ກ່າວຜ່ານວິດີໂອຕໍ່ຄະນະກຳມະການລັດຖະສະພາວ່າ: ການຫ້າມດັ່ງກ່າວອາດຈະເຮັດໃຫ້ໄວລຸ້ນຫັນໄປໃຊ້ບໍລິການສົ່ງຂໍ້ຄວາມອື່ນໆທີ່ບໍ່ມີລະບົບຄວາມປອດໄພ ແລະ ການປົກປ້ອງຄວາມເປັນສ່ວນຕົວຄືກັນກັບ Snapchat. ໂດຍບໍລິສັດຈະປະຕິບັດຕາມກົດໝາຍດັ່ງກ່າວ ແລະ ເຊື່ອວ່າກົດໝາຍດັ່ງກ່າວຖືກນຳໃຊ້ຢ່າງບໍ່ສະເໝີພາບ.
ກ່ອນໜ້ານີ້, Snapchat ແລະ YouTube ຊຶ່ງເປັນເຈົ້າຂອງ ບໍລິສັດ Google, ເຄີຍໂຕ້ຖຽງວ່າພວກເຂົາບໍ່ແມ່ນແພລັດຟອມສື່ສັງຄົມອອນລາຍ ແລະ ຄວນໄດ້ຮັບການຍົກເວັ້ນຈາກການຫ້າມ ດັ່ງກ່າວ.
ທ່ານນາງ ມີອາ ກາຣລິດ ຜູ້ອຳນວຍການຝ່າຍນະໂຍບາຍຂອງ Meta ປະຈຳອົສຕຣາລີ ແລະ ນູແວນເຊລັງ ໄດ້ເປີດເຜີຍວ່າ: ບໍລິສັດຈະຕິດຕໍ່ຫາຜູ້ໃຊ້ຊາວອົສຕຣາລີ ປະມານ 450,000 ຄົນ ທີ່ມີອາຍຸຕ່ຳກວ່າ 16 ປີໃນ Facebook ແລະ Instagram ໃນໄວໆນີ້ ເພື່ອສະເໜີທາງເລືອກໃຫ້ເຂົາເຈົ້າລຶບຂໍ້ມູນຂອງຕົນເອງ ຫຼື ເກັບຮັກສາໄວ້ຈົນກວ່າຈະມີອາຍຸຄົບ 16 ປີ. ສ່ວນ ByteDance ແລະ Snap ຈະດຳເນີນການໃນລັກສະນະດຽວກັນ.
ທັງນີ້, ບໍລິສັດສື່ສັງຄົມອອນລາຍ ທີ່ບໍ່ປະຕິບັດມາດຕະການທີ່ເໝາະສົມເພື່ອປ້ອງກັນບໍ່ໃຫ້ເດັກນ້ອຍອາຍຸຕ່ຳກວ່າ 16 ປີເຂົ້າເຖິງແພລັດຟອມຂອງຕົນອາດຖືກປັບໃໝສູງເຖິງ 49.5 ລ້ານໂດລາອົສຕຣາລີ ພາຍໃຕ້ກົດໝາຍການຫ້າມດັ່ງກ່າວ.

