ຫວ່າງບໍ່ດົນມານີ້, ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຜູ້ປະຈຳການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ພ້ອມດ້ວຍຄະນະທາງການຈາກຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມລົງທຶນອາຊຽນ ຄັ້ງທີ 3 ປະຈຳປີ 2025 ພາຍໃຕ້ຄຳຂວັນ “ການລົງທຶນໂດຍກົງຈາກຕ່າງປະເທດ ເພື່ອການມີສ່ວນຮ່ວມ ເເລະ ຍືນຍົງ” ທີ່ ກົວລາລໍາເປີ ປະເທດມາເລເຊຍ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານ ຊຶ່ງມີການນຳຂັ້ນສູງຈາກຂະເເໜງການພາກລັດ, ພາກເອກະຊົນ ຂອງ ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ຮ່ວມພັດທະນາ, ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ(ESCAP), ສະຖາບັນການເງິນ ແລະ ອື່ນໆ.

ກອງປະຊຸມດັ່ງກ່າວ, ທ່ານ ບຸນເຖິງ ດວງສະຫວັນ ໄດ້ຂຶ້ນແລກປ່ຽນຄໍາຄິດເຫັນ ໃນວາລະການສົນທະນາການນໍາຂັ້ນສູງ ພາຍໃຕ້ຫົວຂໍ້: “ການເສີມສ້າງຂີດຄວາມສາມາດຂອງອາຊຽນຕໍ່ເວທີໂລກ”. ທ່ານໄດ້ຍົກໃຫ້ເຫັນວ່າ: ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການຍົກລະດັບການພັດ ທະນາພື້ນຖານໂຄງລ່າງ ເພື່ອເສີມຂະຫຍາຍການເຊື່ອມໂຍງ-ເຊື່ອມຈອດຮອບດ້ານກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ຕາມແລວທາງເສດຖະກິດ ເໜືອ-ໃຕ້ ແລະ ຕາເວັນອອກ-ຕາເວັນຕົກ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ເພີ່ມການດຶງດູດການລົງທຶນ ແລະ ການເຂົ້າເຖິງຕະຫຼາດ ທີ່ໃຫຍ່ ແລະ ກວ້າງຂວາງຫຼາຍຂຶ້ນ. ບົນພື້ນຖານການເຊື່ອມໂຍງເຊື່ອມຈອດນີ້, ນັບແຕ່ພວກເຮົາເປີດນຳໃຊ້ ທາງລົດໄຟ ລາວ-ຈີນ ເຫັນວ່າ ບໍລິມາດການຂົນສົ່ງ ຜ່ານທາງລົດໄຟດັ່ງກ່າວ ນັບເເຕ່ປີ 2021 ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຮອດປັດຈຸບັນ ມີການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 10 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ເຖິງ 15 ລ້ານໂຕນ. ນອກນັ້ນ, ທ່ານຍັງໄດ້ເນັ້ນຕື່ມອີກວ່າ: ການຂະຫຍາຍການເຊື່ອມໂຍງ-ເຊື່ອມຈອດ ຂອງພວກເຮົານີ້ ກໍແມ່ນເພື່ອຍົກລະດັບບໍ່ພຽງແຕ່ພື້ນຖານໂຄງລ່າງຂອງຊາດ, ແຕ່ຍັງຍົກລະດັບການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຕື່ມອີກ ພິເສດແມ່ນການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມສີຂຽວ ແລະ ມີຄວາມຍືນຍົງ.

ໃນໂອກາດດຽວກັນ, ທ່ານ ນາງ ສຸພາພອນ ໄຊຍະເລີດ ຮອງຫົວໜ້າຫ້ອງການຄະນະກຳມະ ການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ ໄດ້ຂຶ້ນນຳສະເໜີໃນບາງຈຸດທີ່ສຳຄັນ ໃນວາລະການສົນທະນາ ພາຍໃຕ້ຫົວຂໍ້ “ການລົງທຶນໃນຂະເເໜງການພະລັງງານທົດແທນ” ຄື: ຂະແໜງພະລັງງານທົດແທນ ຖືວ່າ ເປັນໜຶ່ງໃນຂະແໜງການລົງທຶນບຸລິມະສິດ ທີ່ລັດຖະບານສະໜັບສະໜູນ ແລະ ປັດຈຸບັນຫຼາຍກວ່າ 50% ຂອງມູນຄ່າການລົງທຶນທັງໝົດແມ່ນຂະແໜງການພະລັງງານສະອາດ ຊຶ່ງເຫັນໄດ້ຈາກຕົວເລກການລົງທຶນຈາກຕ່າງປະເທດ (FDI) ໃນ 10 ເດືອນ ຕົ້ນປີ 2025 ຂອງ ສປປ ລາວ ແມ່ນຫຼາຍກວ່າ 5 ຕື້ ໂດລາ ຊຶ່ງການລົງທຶນໃນຂະແໜງພະລັງງານທົດແທນຈຳນວນ 3 ຕື້ ໂດລາ.
(ຂ່າວ: ຄລທ)

