ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (ນວ) ໄດ້ກ່າວວ່າ: ສໍາລັບຂໍ້ຫ້າມຕ່າງໆພາຍໃນງານບຸນນະມັດສະການພະທາດຫຼວງປີ 2025 ດັ່ງນີ້: ຫ້າມຂາຍ ແລະ ນຳເອົາຢາເສບຕິດ, ສິ່ງມຶນເມົາ, ອາວຸດ, ມີດ, ງ້າວ, ໜ້າ, ກະຖຸນ, ສາຍແອວຫົວໃຫຍ່ ແລະ ສະນັບມື, ສິ່ງຂອງລອກຮຽນແບບ, ສິນຄ້າລາມົກອະນາຈານ ແລະ ສິນຄ້າທີ່ຜິດກົດໝາຍ ເຂົ້າມາໃນງານ ແລະ ມາວາງຂາຍພາຍໃນງານຢ່າງເດັດຂາດ; ຫ້າມໂຄສະນາຂາຍສິນຄ້າເກີນຄວາມເປັນຈິງ, ຫ້າມດື່ມສິ່ງມຶນເມົາ, ຫຼິ້ນການພະນັນ ແລະ ອາລະວາດຕີກັນ; ຫ້າມຂາຍເຄື່ອງຊະຊາຍ, ວາງສິນຄ້າອອກມານອກຮ້ານ ແລະ ຊື້ຂາຍສິນຄ້າເປັນເງິນຕາຕ່າງປະເທດ ;ຫ້າມບຸກຄົນ, ວັດ, ສຳນັກງານ, ອົງການປົກຄອງບ້ານວາງສິ່ງກີດຂວາງການຈັດສັນສະຖານທີ່ວາງສະແດງ-ຂາຍສິນຄ້າຂອງຄະນະກຳມະການຈັດງານ; ສໍາລັບນັກສະແດງສີລະປະຢູ່ໃນງານແຕ່ລະຈຸດຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ; ຫ້າມສວຍໂອກາດຂຶ້ນລາຄາຄ່າເຊົ່າຫ້ອງ, ຄ່າບໍລິການຕາມລໍາພັງໃຈ ແລະ ການເປັນນາຍໜ້າຈັບຈ່ອງຫ້ອງຂາຍສິນຄ້າ ແລະ ບໍລິການ ເພື່ອເກງກໍາໄລເດັດຂາດ, ຫ້າມນຳເອົາເຄື່ອງສຽງຂະໜາດໃຫຍ່ ທີ່ມີຄວາມດັງເກີນ 85 ດີຊີເບວ ເຂົ້າມາ ນຳໃຊ້, ໂດຍບໍ່ມີໃບອະນຸຍາດ, ຖ້າພົບເຫັນຈະຖືກປັບໃໝ ໃນລາຄາເຄື່ອງລະ 10,000,000 ກີບ. ຫ້າມບໍ່ໃຫ້ນຳເອົາຄົນຕ່າງປະເທດ ມາໂຄສະນາສິນຄ້າຢູ່ບັນດາຮ້ານ ຄ້າ, ຮ້ານວາງສະແດງສິນຄ້າ ແລະ ເວທີ ອື່ນໆ. ພ້ອມນີ້, ຫ້າມເປີດຮ້ານ, ຮ້ານວາງສະແດງສິນຄ້າ ໃນຂອບເຂດເດີ່ນສະໜາມຫຼວງ, ພະທາດຫຼວງ ບໍລິເວນອ້ອມຮອບບໍ່ໃຫ້ກາຍເວລາ 23:00 ໂມງ. ຫ້າມລໍ້ກະລິງ, ລໍ້ຍູ້ຂາຍເຄື່ອງ ແລະ ກະຕ້າຫິ້ວຂາຍເຄື່ອງ ທຸກປະເພດ, ຫ້າມນຳວັດຖຸມູນຄ່າສູງມາຈຳໜ່າຍພາຍໃນງານບຸນ, ຖ້າບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການຈັດງານບຸນນະມັດສະການພຣະທາດຫຼວງ. ຫ້າມເຈາະ, ຂຸດ ຫຼື ຕ໊ອກຕະປູໃສ່ເດີນສະໜາມຫຼວງ, ຖ້າລະເມີດຂໍ້ຫ້າມ ຄະນະກໍາມະການກວດກາການຄ້າຈະໄດ້ໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝຕາມລະບຽບການ.

