Home ຂ່າວພາຍໃນ ລະນຶກວັນສ້າງຕັ້ງສະມາຄົມນັກປະພັນລາວ ຄົບຮອບ 35 ປີ

ລະນຶກວັນສ້າງຕັ້ງສະມາຄົມນັກປະພັນລາວ ຄົບຮອບ 35 ປີ

0
4

ສະມາຄົມນັກປະພັນລາວ ຈັດພິທີລະນຶກວັນສ້າງຕັ້ງສະມາຄົມນັກປະພັນລາວ ຄົບ ຮອບ 35 ປີ (22/10/1990-22/10/2025), ພ້ອມທັງຖະແຫລງຂ່າວຜົນການຕັດສິນລາງວັນ ຊີໄຣ ປະຈຳປີ 2024, 2025 ແລະ ລາງວັນວັນນະກຳແມ່ນ້ຳຂອງ ປະຈຳປີ 2022 ໃນວັນທີ 22 ຕຸລາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ທັງເປັນປະທານຄະນະກຳມະການຕັດສິນລາງວັນຊີໄຣ ແລະ ແມ່ນ້ຳຂອງ, ມີຄະນະບໍລິ ຫານງານສະມາຄົມນັກປະພັນລາວ, ສິລະປິນສາຂາວັນນະກຳ, ນັກປະພັນ, ນັກກະວີອາວຸໂສ-ໜຸ່ມນ້ອຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ທອງໃບ ໂພທິສານ ໄດ້ຍົກໃຫ້ເຫັນຕົ້ນກຳເນີດ, ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະມາຄົມນັກປະພັນລາວ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ຕຸລາ 1990 ສ້າງຂຶ້ນເພື່ອເປັນອົງການຕົວແທນແຫ່ງຄວາມມຸ່ງມາດປາຖະໜາ, ສິດທິ ແລະ ຜົນປະ ໂຫຍດຂອງບັນດານັກປະພັນວັນນະຄະດີລາວ ປະກອບເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນໜ້າທີ່ການເມືອງຂອງຕົນ ໂດຍຕິດພັນກັບການສ້າງສັນຜົນງານວັນນະຄະ ດີເປັນຕົ້ນຕໍ. ສະມາຄົມນັກປະພັນລາວ ຈັດຕັ້ງ ແລະ ເຄື່ອນໄຫວພາຍໃຕ້ການຄຸ້ມຄອງຂອງກະຊວງພາຍໃນ ແລະ ຊີ້ນໍາດ້ານວິຊາການ ໂດຍກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄື ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໃນປັດຈຸບັນເພື່ອສ້າງເງື່ອນໄຂຊຸກຍູ້ ສົ່ງເສີມໃຫ້ນັກປະພັນລາວ ໄດ້ສ້າງສັນຜົນງານດ້ານວັນນະຄະດີຕາມຄວາມມຸ່ງມາດປາຖະໜາອັນຊອບທຳ, ຕາມລັດຖະທໍາມະນູນ, ລະບຽບ, ກົດໝາຍ ແລະ ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ. ພ້ອມກັນນັ້ນ, ກໍສາມັກຄີກັບນັກປະພັນທຸກຄົນທັງສະມາຊິກ ແລະ ບໍ່ແມ່ນສະມາຊິກ ໃນພາລະກິດກໍ່ສ້າງຟື້ນຟູອະນຸລັກ ແລະ ສົ່ງເສີມວັນນະຄະດີລາວ ທັງພື້ນເມືອງ ແລະ ຮ່ວມສະໄໝ, ເຄົາລົບເອກະລັກ ແລະ ຜົນງານ ຂອງແຕ່ລະນັກປະພັນ ທີ່ມີເປົ້າໝາຍຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ເພື່ອສັນຕິ ພາບ ແລະ ມິດຕະພາບລະຫວ່າງປະຊາຊາດ ແລະ ເອົາໃຈໃສ່ເປັນພິເສດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍຂະບວນການວັນນະຄະດີບັນດາເຜົ່າ ພ້ອມທັງຮັບເອົາສິ່ງຍອດຍິ່ງຂອງຂະບວນການວັນນະກຳໂລກ.

ພ້ອມກັນນີ້, ຍັງໄດ້ລາຍງານຜົນການຕັດສິນລາງວັນ ຊີໄຣ ປະຈຳປີ 2024, 2025. ໃນນັ້ນ, ນະວະນິຍາຍ ທີ່ມີຊື່ວ່າ: “ດອກໄມ້ໃນຄາບລະເບີດ” ຂຽນໂດຍ ທ່ານ ປັນຍາ ພັນທະພານິດ ໄດ້ຮັບລາງວັນຊະນະເລີດ ອັນດັບທີ 1, ນະວະນິຍາຍ ສະບັບນີ້, ມີທັງໝົດ 88 ໜ້າ, ຈັດພິມໃນປີ 2025; ບົດກະວີ “ແພພັນລາຍ ຈາກປາຍມືແມ່” ຂຽນໂດຍ ທ່ານ ບຸນທະວີ ກົມພະພັນ ໄດ້ຮັບລາງວັນຊະນະເລີດ ອັນດັບທີ 1, ບົດກະວີ ສະບັບນີ້, ມີທັງໝົດ 190 ໜ້າ, ຈັດພິມໃນປີ 2019.

ສ່ວນລາງວັນວັນນະກຳແມ່ນ້ຳຂອງ ປະຈຳປີ 2022, ນະວະນິຍາຍ ທີ່ມີຊື່ວ່າ: “ໂທລະໂຄ່ງ” ຂຽນໂດຍ ທ່ານ ປະສົງ ວົງຄຳຈັນ ໄດ້ຮັບລາງວັນຊະນະເລີດ ອັນດັບທີ 1, ນະວະນິຍາຍ ສະບັບນີ້, ມີທັງໝົດ 97 ໜ້າ, ຈັດພິມໃນປີ 2025; ບົດກະວີ ທີ່ມີຊື່ວ່າ: “ຖອດຄຳສອນຂອງປູ່” ຂຽນໂດຍທ່ານ ສຸລິ ເດດວົງພັນ ໄດ້ຮັບລາງວັນຊະນະເລີດ ອັນດັບທີ 1, ບົດກະວີ ສະບັບນີ້, ມີທັງໝົດ 128 ໜ້າ, ຈັດພິມໃນປີ 2025.

ບັນດາບົດກະວີ ແລະ ນະວະນິຍາຍ ທີ່ໄດ້ຮັບລາງວັນດັ່ງກ່າວ, ລ້ວນແລ້ວແຕ່ມີເນື້ອໃນທີ່ໂດດເດັ່ນ, ເປັນເອກະລັກ, ມີສິລະປະການແຕ່ງສູງ, ມີຄຸນຄ່າວັນນະກຳ, ຄຳສັບສຳນວນພາສາ ເຂົ້າໃຈງ່າຍ, ກະທັດຮັດ. ພ້ອມນີ້, ຜູ້ປະດີດແຕ່ງກໍ່ເປັນບຸກຄົນທີ່ມີຜົນງານ ແລະ ມີບົດບາດການເຄື່ອນໄຫວໃນການ ຈັດຕັ້ງ ແລະ ສັງຄົມ ເປັນຢ່າງດີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here