ພາຍຸໝູນເຂດຮ້ອນເຟີງເຊິນ (FENGSHEN) ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຊັນ, ກໍາລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງພາກກາງປະເທດຫວຽດນາມ, ຄາດວ່າໃນຕອນບ່າຍມື້ນີ້ຈະສືບຕໍ່ເຄື່ອນທີ່ເຂົ້ພາກກາງປະເທດຫວຽດນາມ, ຫລັງ ຈາກນັ້ນຈະສືບຕໍ່ອ່ອນກໍາລັງລົງຕື່ມອີກ ກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ. ຊຶ່ງຈະເຮັດໃຫ້ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງຢູ່ເກືອບທົ່ວໄປຢູ່ໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນ ບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ເຂດພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດ ລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.